(vovworld)-ມາຮອດປະຈຸບັນ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະສຸດທ້າຍຂອງບັນດາວາລະເຈລະຈາເຂົ້າຮ່ວມສັນຍາຄູ່ຮ່ວມມືຍຸດທະສາດເຂດປາຊີຟີກ(TPP) ກັບ ອາເມລິກາ ແລະ ພວມເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີກັບ ເອີລົບ (FTA). ການຕອບສະຫນອງບັນດາຄຳຮຽກຮ້ອງຕ້ອງການເຂົ້າຮ່ວມສັນຍານີ້ ທັງແມ່ນການທ້າທາຍ ທັງເປີດກາລະໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການສົ່ງອອກ, ໃນນັ້ນ ມີການສົ່ງອອກເກີບຫນັງ. ນີ້ກໍແມ່ນເນື້ອໃນບົດຂຽນຂອງ ຈູງທູຍ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
ສັນຍາ TPP ແລະ ສັນຍາ FTA ຈະເປີດກາລະໂອກາດຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ. ດ້ວຍການປະຕິບັດບັນດາຄຳໝັ້ນສັນຍາເຂົ້າຮ່ວມ ສັນຍາ TPP ກັບ ອາເມລິກາ ແລະ ສັນຍາ FTA, ບັນດາວິສາຫະກິດ ເກີບຫນັງຫວຽດນາມ ມີເງ່ື່ອນໄຂໄດ້ຊົມໃຊ້ອັດຕາພາສີ 0%. ນີ້ແມ່ນສິ່ງທີ່ມີຄວາມໝາຍສຳຄັນໃນການຍົກສູງປະສິດທິຜົນການຜະລິດ ແລະ ເພີ່ມທະວີຄວາມສາມາດແກ້ງແຍ້ງຂອງຂະແຫນງຜະລິດເກີບຫນັງສົ່ງອອກຂອງຫວຽດນາມ. ເຂົ້າຮ່ວມ ສັນຍາ TPP ແລະ FTA ກໍແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເກີບຫນັງຫວຽດນາມ ສຳພັດກັບເຕັກໂນໂລຊີກ້າວຫນ້າ ແລະ ສຳພັດກັບບັນດາເຄ່ື່ອງໝາຍການຄ້າໃຫຍ່ກ່ຽວກັບຜະລິດຕະພັນເກີບຫນັງຂອງໂລກ.
ຫວຽດນາມ ມີວິສາຫະກິດຜະລິດເກີບສົ່ງອອກກວ່າ 500 ແຫ່ງ
ພາບ:internet
|
ປະຈຸບັນ, ຢູ່ ຫວຽດນາມ ມີວິສາຫະກິດຜະລິດເກີບຫນັງສົ່ງອອກກວ່າ 500 ແຫ່ງ ດ້ວຍປະລິມານການຜະລິດປະຈຳປີບັນລຸ 400-500 ລ້ານຄູ່. ປີ 2013, ວົງເງິນສົ່ງອອກເກີບຫນັງ ແລະ ກະເປົາຂອງຫວຽດນາມ ບັນລຸ 10,32 ຕື້ USD, ໃນນັ້ນ ສະເພາະການສົ່ງອອກເກີບຫນັງບັນລຸ 8,4 ຕື້ USD. ຫວຽດນາມ ແມ່ນປະເທດຜະລິດເກີບຢືນອັນດັບທີ 2 ຂອງໂລກ, ພຽງແຕ່ຖັດຈາກຈີນ. ເຖິງຢ່າງໃດກໍຕາມ, ພາຍຫລັງຫລາຍປີ, ຂະແຫນງເກີບຫນັງຫວຽດນາມ ຍັງແມ່ນຜະລິດແບບຮັບຈ້າງເປັນຕົ້ນ…. ວັດຖຸດິບສ່ວນຫລາຍແມ່ນນຳເຂົ້າຈາກຕ່າງປະເທດ, ສະນັ້ນ ເຮັດໃຫ້ລັກສະນະແກ້ງແຍ້ງບັນດາຜະລິດຕະພັນເກີບຫນັງຂອງຫວຽດນາມ ຖືກຫລຸດລົງເມື່ອທຽບໃສ່ບັນດາປະເທດໃນພາກພື້ນ. ນີ້ກໍແມ່ນສິ່ງທ້າທາຍໃຫຍ່ສຳລັບຂະແຫນງເກີບຫນັງ ຫວຽດນາມ, ເພາະວ່າ ເມື່ອ ສັນຍາ TPP ໄດ້ຮັບການຮັບຮອງເອົາ ຈະມີຂໍ້ກຳນົດກ່ຽວກັບອັດຕາສ່ວນນຳໃຊ້ ວັດຖຸດິບພາຍໃນປະເທດສຳລັບຜະລິດຕະພັນເກີບຫນັງ ເພື່ອໄດ້ຊົມໃຊ້ບຸລິມະສິດກ່ຽວກັບພາສີ. ທ່ານ ເລກວາງຢວານ, ຜູ້ອຳນວຍການບໍລິສັດເກີບຫນັງ ມີງມີງຢ້ຽວຖືວ່າ:
“ແຫລ່ງວັດຖຸດິບເກີບຫນັງແມ່ນສຳຄັນທີ່ສຸດໃນການຜະລິດ. ຂ້າພະເຈົ້າປາດຖະຫນາວ່າ ລັດຈະເອົາໃຈໃສ່ເຖິງນະໂຍບາຍກວ່າອີກ ເພ່ືອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຜະລິດວັດຖຸດິບສາມາດພັດທະນາ ແລະ ແກ້ງແຍ້ງກ່ຽວກັບຄຸນນະພາບກໍຄືລາຄາສຳລັບແຫລ່ງວັດຖຸດິບຕ່າງປະເທດ. ບົນພື້ນຖານນັ້ນ ເພື່ອປະກອບສ່ວນເຂົ້າໃນການຜະລິດເກີບຫນັງຢູ່ພາຍໃນປະເທດ ແລະ ສົ່ງອອກຢ່າງມີປະສິດທິຜົນ.”
ຂະແຫນງເກີບຫນັງຫວຽດນາມ ມີຫລາຍວຽກຕ້ອງເຮັດເພື່ອພັດທະນາແບບຍືນຍົງ, ໃນນັ້ນ ມີການແກ້ໄຂສະພາບຂາດວັດຖຸດິບ ຊື່ງສຳຄັນທີ່ສຸດ ນັ້ນແມ່ນ ຍູ້ແຮງບັນດາເຂດອຸດສາຫະກຳ, ສ້າງຕັ້ງບັນດາເຂດຜະລິດວັດຖຸດິບຮັບໃຊ້ຂະແຫນງເກີບຫນັງ ເພື່ອໝູນໃຊ້ທ່າໄດ້ປຽບ ຊື່ງສັນຍາ TPP ນຳມາໃຫ້. ປະຈຸບັນ, ທົ່ວປະເທດ ມີວິສາຫະກິດຜະລິດວັດຖຸດິບ ແລະ ກົນຈັກອຸປະກອນ 119 ແຫ່ງຮັບໃຊ້ຂະແຫນງເກີບຫນັງ,ໃນນັ້ນ ມີ ບໍລິສັດຫຸ້ນສ່ວນພາກເອກະຊົນ 72 ແຫ່ງ, ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ 44 ແຫ່ງ. ມີວິສາຫະກິດ ສະຫນອງວັດຖຸດິບ ຫລາຍແຫ່ງ ໄດ້ສະເຫນີ ຂະແຫນງຜະລິດວັດຖຸດິບ ຄວນສົມທົບຢ່າງແຫນ້ນແຟ້ນກັບບັນດາວິສາຫະກິດຜະລິດເກີບຫນັງ, ກະເປົາກວ່າອີກ ຜ່ານຮູບການດຶງດູດບັນດາວິສາຫະກິດສົ່ງເສີມການຄ້າ. ທ່ານ ເລກວາງຢວານ ສະເຫນີວ່າ: ລັດຖະບານ,ກະຊວງອຸດສາຫະກຳ-ການຄ້າ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ ພ້ອມກັບແຂວງຈຳນວນຫນຶ່ງທາງພາກເຫນືອ ແລະ ພາກໃຕ້ ຄວນຈັດຕັ້ງງານຕະຫລາດນັດກ່ຽວກັບເກີບຫນັງເພື່ອໃຫ້ບັນດາວິສາຫະກິດຜະລິດວັດຖຸດິບ ແລະ ວິສາຫະກິດຜະລິດເກີບພົບປະແລກປ່ຽນນຳກັນ, ເພື່ອສະເຫນີວິສາຫະກິດຜະລິດເກີບບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ, ເຮັດໃຫ້ອັດຕານຳໃຊ້ວັດຖຸດິບພາຍໃນປະເທດເພີ່ມຂຶ້ນສູງ, ເວລານັ້ນ ສິນຄ້າສົ່ງອອກຈຶ່ງມີລາຄາສູງໄດ້.”
ໂດຍຮັບຮູ້ໄດ້ຄວາມຫຍຸ້ງຍາກ, ຂະແຫນງເກີບຫນັງໄດ້ ແລະ ພວມວາງອອກບັນດາມາດຕະການພັດທະນາຢ່າງເໝາະສົມກັບເງື່ອນໄຂຂອງຫວຽດນາມຄື: ສ້າງໂຄງປະກອບຂະແຫນງອຸດສາຫະກຳເກີບຫນັງຄືນໃຫມ່, ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ພ້ອມທັງ ພະຍາຍາມຍາດແຍ່ງທ່າໄດ້ປຽບໃນເງື່ອນໄຂການດຳເນີນທຸລະກິດຢ່າງສະດວກ. ທ່ານ ເຈີນແທງກວາງ, ສະມາຊິກຂອງສະຫະພັນເກີບຫນັງ ຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ, ມີວິສາຫະກິດຕ່າງປະເທດຫລາຍແຫ່ງ ຊອກຫາຄູ່ຮ່ວມມືຢູ່ຫວຽດນາມ ຍ້ອນຕະຫລາດຢູ່ຈີນ ໄດ້ຢຸດຕິການຜະລິດແບບຮັບຈ້າງ ແລະ ເຂົາເຈົ້າຊອກຫາເຖິງຕະຫລາດຫວຽດນາມ. ໃນຊຸມປີມໍ່ໆມານີ້, ກ່ຽວກັບຄຸນນະພາບຜະລິດຕະພັນເກີບຫນັງຂອງບັນດາວິສາຫະກິດຫວຽດນາມ ໄດ້ຮັບການປັບປຸງຫລາຍແລ້ວ, ຄວາມສາມາດສຳພັດກັບຕະຫລາດກໍດີກວ່າ ເຖິງວ່າ ຄ່າແຮງງານເລີ່ມເພີ່ມຂຶ້ນ ກໍ່ຕາມ ແຕ່ບໍ່ຄືໄລຍະກ່ອນນີ້.”
ໃນປີ 2014, ຂະແຫນງເກີບຫນັງ ຖືກຍົກອອກຈາກບັນຊີລາຍຊື່ໝວດສິນຄ້າເຕີບໂຕຂອງອີຢູ ແລະ ໄດ້ຊົມໃຊ້ລະບອບບຸລິມະສິດພາສີໃນໄລຍະ 3 ປີ ນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ. ຕາມນັ້ນແລ້ວ, ໃນໄລຍະ 3 ປີຈະມາເຖິງ, ການຈັດວາງອັດຕາພາສີໃຫ້ແກ່ຜະລິດຕະພັນເກີບຫນັງ ຜະລິດຢູ່ ຫວຽດນາມ ຈະຫລຸດລົງແຕ່ 3,5-4% ແທນທີ່ 13-14% ຄືກ່ອນນີ້. ດ້ວຍບັນດາການຜັນແປຢ່າງຕັ້ງຫນ້າໃນຕະຫລາດ, ບັນດາວິສາຫະກິດໃນຂະແຫນງຖືວ່າ: ດ້ວຍຈຸດໝາຍສົ່ງອອກຂອງຂະແຫນງເກີບຫນັງ ແລະ ກະເປົາ ໃນປີ 2014 ສາມາດບັນລຸໄດ້ຢ່າງຫນ້ອຍສຸດແມ່ນ 12 ຕື້ USD.