ຄ້ຳປະກັນສະບຽງອາຫານຕິດພັນກັບປະສິດທິຜົນການຜະລິດກະສິກຳ

(vovworld)- ຄ້ຳປະກັນ​ສະບຽງ​ອາຫານ​ຍາມ​ໃດ​ກໍ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຕົ້ນຕໍ​ຂອງ​ລັດຖະບານ​ຫວຽດນາມ, ພິ​ເສດ ​ໃນ​ສະພາບ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ນັບ​ມື້​ນັບ​ຫລຸດ​ລົງ ຍ້ອນ​ຄວາມ​ຕ້ອງການ​ພັດທະນາ​ອຸດສາຫະກຳ, ການຫັນ​ເປັນ​ຕົວ​ເມືອ​ງ ​ແລະ ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ​ພວມ​ນັບ​ມື້​ນັບຜັນ​ແປ​ໄປ​ຢ່າງສັບສົນ, ສົ່ງ​ຜົນກະທົບ​ເຖິງ​ການ​ຜະລິດ​ກະສິກຳ. ບັນຫາ​ທີ່ວາງ​ອອກ​ແມ່ນ​ເຮັດ​ແນວ​ໃດ​ທັງ​ຄ້ຳປະກັນ​ສະບຽງ​ອາຫານ, ​ແຕ່​ຍັງ​ຄົງ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກະສິກຳ ​ແລະ ສົ່ງ​ອອກ​ເຂົ້າສານ​ຄືດັ່ງ​ຄວາມ​ມຸ່ງຫວັງ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນທີ່​ພາດ​ຫົວ​ເລື່ອງວ່າ: ຄ້ຳປະກັນ​ສະບຽງ​ອາຫານ​ຕິດ​ພັນ​ກັບ​ປະສິດທິ​ຜົນ​ການ​ຜະລິດ​ກະສິກຳ .

        ພາຍຫລັງ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ປ່ຽນ​ໃຫມ່​ໃນ​ການພັດທະນາ​ການ​ຜະລິດ​ກະສິກຳ, ຈາກ​ປະ​ເທດ​ຂາດ​ແຄນ​ທັນ​ຍາ​ຫານ ຫວຽດນາມ ໄດ້ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ຫນຶ່ງ​ຂອງ​ໂລກ. ​ໃນ​ຫລາ​ຍທົດ​ສະ​ວັດ​ຜ່ານ​ມາ, ຍາມ​ໃດ​ເຂົ້າສານ​ກໍ​ແມ່ນ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຢືນ​ອັນ​ດັບ​ຫນຶ່ງ​ໃນ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ (ສະ​ເລ່ຍ​ແຕ່ລະ​ປີ​ສົ່ງ​ອອກ​ປະມານ 4 ລ້ານ​ໂຕນ). ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ, ​ເສດຖະກິດ​ຫວຽດນາມ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​​ໂຊມ, ການ​ຜະລິດ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຍັງ​ແມ່ນ​ບ່ອນ​ອີງ​ເພື່ອ​ໃຫ້​ເສດຖະກິດ​ຫວຽດນາມ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ. ຫວນ​ຄືນ​ວິວັດ​ການ​​ນຳ​ມາ​ເຊິ່ງ​ຜົນງານ​ດັ່ງກ່າວ, ສາດສະດາ​ຈານ ຫວໍ​ຕອງ​ຊວນ, ຜູ້​ຊ່ຽວຊານ​ກະສິກຳ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຢູ່​ຫວຽດນາມ ​ເລີ່ມແຕ່ປີ 1989 ພວກ​ເຮົາ​ເລີ່​ມຕົ້ນ​ສົ່ງ​ອອກ​ເຂົ້າ​ສານ, ຫັນ​ຈາກ​ໄລຍະ​ຂາດ​​ແຄນ​ທັນ​ຍາ​ຫານ​ໄປ​ສູ່​ໄລຍະ​ສົ່ງ​ອອກ​ເຂົ້າສານ,​ ນັ້ນ​ແມ່ນ​ຍ້ອນ​ມີ​ການ​ສົມທົບ​ດ້ານ​ວິທະຍາສາດ, ຜະລິດ​ແນວ​ພັນ​ເຂົ້າ​ໃຫມ່​ດ້ວຍ​ສະມັດ​ຕະພາບ​ສູງ​ກວ່າ ​ໂດຍ​ມີ​ການ​ລົງທຶນ​ຂອງ​ລັດ. ພິ​ເສດ ຍ້ອນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດທີ່​ວາງ​ອອກ​ຢ່າງ​ເໝາະ​ສົມ, ສົ່ງ​ເສີ​ມຊາວ​ກະສິກອນ​ຜະລິດ​ເຂົ້າສານ​ໄດ້​ຫລາຍ ​ແລະ ບໍ່​ພຽງ​ແຕ່​ສ້າງ​ຄວາ​ມຮ່ັງມີ​ໃຫ້​ແກ່​ຄອບຄົວ​ເທົ່າ​ນັ້ນ​ຫາກ​ຍັງ​ມີ​ເຂົ້າ​ແຮ​ໄວ້​ເພື່ອສົ່ງ​ອອກ​ອີກ​ດ້ວຍ.”

ຄ້ຳປະກັນສະບຽງອາຫານຕິດພັນກັບປະສິດທິຜົນການຜະລິດກະສິກຳ - ảnh 1
ປີ 2012 ຜ່ານ​ມາ, ຫວຽ​ດນາມ ​ບັນລຸປະລິມານ​ເຂົ້າສານ​ສົ່ງ​ອອກ 8,1 ລ້ານ​ໂຕນ
ພາບ:internet

        ​ໃນ​ຫລາຍ​ປີ​ມາ​ນີ້, ຫວຽດນາມ ບໍ່​ພຽ​ງ​ແຕ່​ສະຫນອງ​ທັນ​ຍາ​ຫານ​ຢ່າງ​ພຽງພໍ​ໃຫ້​ແກ່​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ປະລິມານ​ເຂົ້າສານ​ສົ່ງ​ອອກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ຫນຶ່ງຂອງ​ໂລກ ​ແລະ ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ແກ້ງ​ແຍ້​ງກັບ​ເຂົ້າສານ​ສົ່ງ​ອອກ​ຂອງ​ຫວຽດນາມ. ປີ 2012 ຜ່ານ​ມາ, ຫວຽ​ດນາມ ​ບັນລຸປະລິມານ​ເຂົ້າສານ​ສົ່ງ​ອອກ 8,1 ລ້ານ​ໂຕນ, ບັນລຸ​ມູນ​ຄ່າ 3,7 ຕື້ USD. ​ເຖິງ​ວ່າ ບັນລຸ​ໄດ້​ປະລິມານ​ການ​ສົ່ງ​ອອກ​ສູງ​ກໍ​ຕາມ,​ແຕ່​ມູນ​ຄ່າ​ສົ່ງ​ອອກ​ຂອງ​ຫວຽດນາມ ຍັງ​ບໍ່​ທັນ​ທັດ​ທຽ​ມກັບ​ບັນດາ​ປະ​ເທດ​ປູກ​ເຂົ້າ​ໃນ​ພາກ​ພື້ນ​ຄື:​​ໄທ, ອິນ​ເດຍ… ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຫວຽດນາມ ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ບັນດາ​ມາດ​ຕະການ​ເພື່ອ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ​ຄືນ​ໃຫມ່ ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ,​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ຄ້ຳປະກັນ​ສະບຽງ​ອາ​ຫານ​ແບບ​ຍືນ​ຍົງ. ​ໃນ​ບັນດາ​ມາດ​ຕະການ​ທີ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ນັ້ນ​ແມ່ນ​ຍົກ​ສູງ​ປະສິດທິ​ຜົນ, ຄຸນຄ່າ​ນຳ​ໃຊ້​ທີ່​ດິນ, ​ເພີ່ມ​ທະວີ​ການ​ລົງທຶນ​ວິທະຍາສາດ​ເຕັກນິກ, ​ແນວ​ພັນ​ເຂົ້າ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ຄວາມ​ສາມາດ​ແກ້​ງ​ແຍ້​ງບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຂອງ​ຫວຽດນາມ ຢູ່​ຕະຫລາດ. ບັນຫາ​ຫນຶ່ງ​ອີກ​ເປັນ​ຫນ້າ​ສົນ​ໃຈ​ໃນ​ໄລຍະ​ປະຈຸ​ບັນ ນັ້ນ​ແມ່ນ​ເນື້ອ​ທີ່​ດິນ​ປູກຝັງ​ພວມ​ນັບ​ມື້​ນັບ​ຫລຸດ​ລົງ ຍ້ອນ​ວິ​ວັດ​ການ​ພັດທະນາ​​ເຂດ​ຕົວ​ເມືອງ ​ແລະ ການ​ກະທົບ​ຈາກ​ວິ​ກິດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕາມ​ການ​ຄິດ​ໄລ່, ​ແຕ່ລະ​ປີ, ຫວຽດນາມ ຈະ​ສູນ​ເສຍ 1% ເນື້ອ​ທີ່​ດິນ​ປູກ​ເຂົ້າ. ​ເພື່ອ​ຄ້ຳປະກັນ​ສະບຽງ​ອາຫານ​ຢ່າງ​ຍາວ​ນານ ​ແລະ ຮັບປະກັນ​ກາ​ນສົ່ງ​ອອກ,​ ບັນຫາ​ຮີບ​ດ່ວນ​ທີ່​ວາງ​ອອກ​ນັ້ນ​ແມ່ນ​ຕ້ອງ​ກວດກາ​ຢ່າງ​ແຫນ້ນ​ແຟ້ນເນື້ອທີ່​ດິນ​ກະສິກຳ, ພິ​​ເສດ​ແມ່ນ​ວາງ​ແຜນ​ກຳນົດ​ທີ່​ດິນ​ປູກ​ເຂົ້າ. ການວາງ​ແຜນ​ກຳນົດ​ດັ່ງກ່າວ​ຕ້ອງ​ອີງ​ໃສ່​ອັດຕາ​ສ່ວນ​ພົນລ​ະ​ເມືອງ​,​ຄວາມ​ຕ້ອງການ​ທັນ​ຍາ​ຫານ ​ແລະ ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ດຣ ຫງວຽນ​ວັນ​ຫງາຍ, ຜູ້​ຊ່ຽວຊານ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ​ທາງພາກໃຕ້ຫວຽດນາມຖື​ວ່າ:

        “​ຖ້າ​ພວກ​ເຮົາ​ສືບ​ຕໍ່​ຫັນເນື້ອ​ທີ່​ປູກ​ເຂົ້າ​ມາ​ປູກ​​ແນວ​ອື່ນ, ລ້ຽງ​ສິນ​ໃນ​ນ້ຳ​ຫລື​ຮັບ​ໃຊ້​ວິວັດ​ການ​ຫັນ​ເປັນ​ຕົວ​ເມືອ​ງ ​ແນ່ນອນ​ວ່າ ​ເນື້ອ​ທີ່​ປູກ​ເຂົ້າ​ຈະ​ຖືກ​ຫລຸດ​ລົງ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ພວກ​ເຮົາຄວນ​ຊອກ​ຫາ​ມາດ​ຕະການ​ເພີ່​ມສະມັດ​ຕະພາບ ​ແລະ ຈຳກັດ​ບັນດາ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ.”

ຄ້ຳປະກັນສະບຽງອາຫານຕິດພັນກັບປະສິດທິຜົນການຜະລິດກະສິກຳ - ảnh 2
ຄາດໝາຍ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ຂະ​ແຫນງ​ກະສິກຳ ຫວຽດນາມຕ້ອງ​ຮັບປະກັນ​ແຫ​ລ່ງທັນ​ຍາ​ຫານ​ຢ່າງ​ພຽງພໍ
ພາບ:internet

        ​ເພື່ອ​ຄຳ້ປະກັນ​ສະບຽງ​ອາຫານ, ລັດຖະບານ​ຫວຽດນາມ ​ໄດ້​ມີ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ຄ້ຳປະກັນ​ສະບຽງ​ອາຫານ. ນັບ​ແຕ່​ນີ້​ຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ ຕາມ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ຈະ​ຮັກສາ​ໄວ້​ຢູ່​​ໃນ​ລະດັບ 3,8 ລ້ານ​ເຮັກຕາ ​ເພື່ອ​​ໃຫ້​ບັນລຸປະລິມານການ​ຜະລິດ​ເຂົ້າປະມານ 41-43 ລ້ານ​ໂຕນ, ຕອບ​ສະຫນອງ​ຄວາມ​ຕ້ອງການບໍລິໂພກ​ຂອງ​ທົ່ວ​ປະ​ເທດ ​ແລະ ສົ່ງ​ອອກ​ເຂົ້າສານ ປະມານ 4 ລ້ານ​ໂຕນ/ປີ. ຄາດໝາຍ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ຂະ​ແຫນງ​ກະສິກຳ ຕ້ອງ​ຮັບປະກັນ​ແຫ​ລ່ງທັນ​ຍາ​ຫານ​ຢ່າງ​ພຽງພໍ, ຮັບປະກັນ​ໃຫ້​ແກ່​ຊາວ​ກະສິກອນ​ຜະລິດ​ເຂົ້າ​ມີ​ກຳໄລ​ສະ​ເລ່ຍກວ່າ 30% ​ເມື່ອ​ທຽບ​ໃສ່​ມູນ​ຄ່າ​ການ​ຜະລິດ. ຄ້ຳ​ປະກັນ​ສະບຽງ​ອາຫານ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ໃນ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ພ້ອມ​ທັງ​ປະກອບສ່ວນ​ຍົກ​ສູງ​ລະດັບ​ຄອງ​ຊີບ​, ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ ໃຫ້​ສູງ​ກວ່າ .

ຕອບກັບ

ຂ່າວ/ບົດ​ອື່ນ