ຜ່ານໄລຍະ 10 ເດືອນຂອງປີ 2016, ບັນດາວິສາຫະກິດ FDI ສົ່ງອອກບັນລຸມູນຄ່າກວ່າ 100 ຕື້ USD, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015, ກວມກວ່າ 70% ວົງເງິນສົ່ງອອກຂອງຫວຽດນາມ. ບັນດາການປະກອບສ່ວນນີ້ໄດ້ຊ່ວຍໃຫ້ຫວຽດນາມ ສົ່ງອອກເກີນດູນປະມານ 3,52 ຕື້ USD ໃນໄລຍະ 10 ເດືອນຜ່ານມາ, ພ້ອມທັງຫຼຸດຜ່ອນອັດຕານຳເຂົ້າເກີນດູນ, ດຸ່ນການຄ້າລະຫວ່າງການສົ່ງອອກ ແລະ ນຳເຂົ້າສົມດຸນພໍສົມຄວນ, ຮັບປະກັນລັກສະນະກົມກຽວຂອງພື້ນຖານເສດຖະກິດ. ໃນໄລຍະຈະມາເຖິງ, ເມື່ອບັນດາສັນຍາການຄ້າທີ່ຮັບການໄດ້ລົງນາມມີຜົນສັກສິດ ຈະດຶງດູດແຫຼ່ງເງິນລົງທຶນຢ່າງຫຼວງຫຼາຍເຂົ້າຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນກາລະໂອກາດເພື່ອຊຸກຍູ້ການສົ່ງອອກເຕີບໂຕໃນອະນາຄົດຫຼາຍກວ່າອີກ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວກ່ໍວາງອອກບັນດາສິ່ງທ້າທາຍໃຫ້ບັນດາວິສາຫະກິດຫວຽດນາມ ໃນການເຊື່ອມໂຍງ, ຕອບສະໜອງຄວາມຕ້ອງການພັດທະນາການຜະລິດ ແລະ ສົ່ງອອກ. ນັກຊ່ຽວຊານດ້ານເສດຖະກິດ ລິວບິ໋ກໂຮ່ ຖືວ່າ, ວິສາຫະກິດຢູ່ພາຍໃນປະເທດຕ້ອງຖືວິສາຫະກິດ FDI ແມ່ນກຳລັງໜູນເພື່ອພັດທະນາ. ຈາກນັ້ນ, ຈຳກັດການຂຶ້ນກັບບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດໃຫ້ໃນລະດັບຕ່ຳສຸດເພື່ອພັດທະນາ, ຮັບປະກັບໃຫ້ພື້ນຖານເສດຖະກິດຂອງປະເທດຊາດເຕີບໂຕແບບຍືນຍົງ.
“ບົດບາດຂອງ FDI ສຳລັບການສົ່ງອອກ, ອຸດສາຫະກຳຂອງຫວຽດນາມ ແມ່ນ ສຳຄັນທີ່ສຸດ. ສິ່ງດັ່ງກ່າວມີຄວາມຕັ້ງໜ້າ 2 ດ້ານ, ຍ້ອນມີ FDI ເປັນກຳລັງໜູນ ພວກເຮົາຈຶ່ງຮັກສາລະດັບການສົ່ງອອກເຕີບໂຕໄດ້ຄືແນວນັ້ນ, ຍ້ອນເຫດນັ້ນພວກເຮົາຈຶ່ງມີຄວາມສາມາດພັດທະນາໃຫ້ຫຼາຍກວ່າອີກ ແລະ ພື້ນຖານເສດຖະກິດເວົ້າລວມແມ່ນຜ່ານການສົ່ງອອກ. ໃນໄລຍະຈະມາເຖິງ, ດ້ານໜຶ່ງ ພວກເຮົາຍັງດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ເພື່ອຍູ້ແຮງການສົ່ງອອກ ແລະ ຜະລິດກວ່າອີກ ໂດຍສະເພາະແມ່ນອຸດສາຫະກຳ, ກະສິກຳ, ດ້ານໜຶ່ງຕ້ອງພະຍາຍາມຍູ້ແຮງການປະກອບສ່ວນຂອງບັນດາວິສາຫະກິດຜະລິດພາຍໃນປະເທດໃນການຜະລິດ, ສົ່ງອອກໃຫ້ຫຼາຍກວ່າ”.
ບໍ່ສາມາດປະຕິເສດບັນດາປັດໄຈທີ່ຕັ້ງໜ້າເຊິ່ງວິສາຫະກິດ FDI ນຳມາໃຫ້ແຕ່ເພື່ອໃຫ້ວິສາຫະກິດຫວຽດນາມ ຮັກສາລະດັບການເຕີບໂຕ, ໃນໄລຍະຍາວຄວນຫຼີກລ້ຽງການຂຶ້ນກັບກຸ່ມວິສາຫະກິດນີ້. ຕາມນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ ແລ້ວ, ຫວຽດນາມ ຄວນສ້າງກຳລັງຊຸກຍູ້ຢ່າງຄົບຊຸດ ເພື່ອຊ່ວຍໃຫ້ວິສາຫະກິດພາຍໃນປະເທດມີຄວາມເຂັ້ມແຂງຕື່ມ, ຈາກນັ້ນເຊື່ອມຕໍ່ກັບບັນດາວິສາຫະກິດ FDI. ພິເສດ, ບັນດາວິສາຫະກິດຫວຽດນາມ ຕ້ອງມີການປ່ຽນໃໝ່, ຊອກຫາທິດທາງ, ມາດຕະການຍົກສູງກຳລັງແກ່ງແຍ້ງເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດຂອງບັນດາຄູ່ຮ່ວມມືຕ່າງປະເທດ ກໍຄືຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໃນສະພາບການເຊື່ອມໂຍງຄືໃນປະຈຸບັນ.
“ຖ້າຫາກພວກເຮົາຂຸດຄົ້ນເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ດີ, ຈະກາຍເປັນໜຶ່ງໃນບັນດາເສົ້າຄ້ຳ, ເປັນໜຶ່ງໃນບັນດາພື້ນຖານເພື່ອໃຫ້ເສດຖະກິດປະເທດພັດທະນາໄປຕາມ, ພັດທະນາໃນລະບົບການຕອບສະໜອງທົ່ວໂລກໃຫ້ດີກວ່າ. ເຮັດໄດ້ຄືແນວນັ້ນຈະສ້າງລະບົບເຄືອຂາຍພັດທະນາແບບຍືນຍົງ. ກ່ຽວກັບບັນຫາມົນລະຜິດສິ່ງແວດລ້ອມ, ບັນດາການຂັດແຍ້ງແຮງງານສັງຄົມ… ຮຽກຮ້ອງໃຫ້ບັນດາອົງການຄຸ້ມຄອງລັດ, ລະບົບກົດໝາຍຕ້ອງໄດ້ຮັບການປັບປຸງ ເພື່ອສະກັດກັ້ນບັນດາໄພດັ່ງກ່າວ ກໍຄືເພື່ອກຳນົດທິດໃຫ້ບັນດາແຫຼ່ງເງິນລົງທຶນຈາກຕ່າງປະເທດ ແລະ ບັນດາການເຄື່ອນໄຫວລົງທຶນໂດຍກົງຈາກຕ່າງປະເທດໃຫ້ຖືກກັບຄາດໝາຍທີ່ໄດ້ວາງອອກ, ຈາກນັ້ນຈະຫຼຸດຜ່ອນບັນດາຄວາມດັ່ນພາໃຫ້ຂາດຄວາມໝັ້ນຄົງ.”
ການດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ແມ່ນທ່າອ່ຽງລວມຂອງບັນດາປະເທດພວມພັດທະນາ. ຢູ່ຫວຽດນາມ, ພາກສ່ວນມີເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ ແລະ ພວມຮັກສາທີ່ຕັ້ງສຳຄັນໃນພື້ນຖານເສດຖະກິດ. ທ່ານ ຫງວຽນວັນຕ່ວານ, ຮອງປະທານສະຫະສະມາຄົມບັນດານັກລົງທຶນຕ່າງປະເທດ ຖືວ່າ, ເພື່ອໃຫ້ເສດຖະກິດພັດທະນາແບບຍືນຍົງ, ຕ້ອງປັບປຸງການດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຖືກຕາມຈຸດໝາຍຍຸດທະສາດ. ຈາກນັ້ນມີບັນດານະໂຍບາຍຢ່າງໝັ້ນຄົງ, ກົມກຽວໃຫ້ແກ່ການພັດທະນາ, ການເຊື່ອມຕໍ່ຂອງ 2 ກຸ່ມວິສາຫະກິດຫວຽດນາມ ແລະ ວິສາຫະກິດ FDI.
“ຖ້າຫາກວິສາຫະກິດ FDI ທຳມາຫາກິນຢ່າງຍາວນານຢູ່ຫວຽດນາມ ແລະ ບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ເສີມຂະຫຍາຍຜົນສະທ້ອນເຖິງບັນດາວິສາຫະກິດພາຍໃນປະເທດໄດ້ເປັນຢ່າງດີ, ບັນດາວິຫະກິດຢູ່ພາຍໃນປະເທດ ພ້ອມກັບບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ເຂົ້າຮ່ວມລະບົບມູນຄ່າສົ່ງອອກຂອງບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ແມ່ນດີທີ່ສຸດ. ກົງກັນຂ້າມ, ຖ້າຫາກບັນດາວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ ຢູ່ຫວຽດນາມ ບໍ່ສົ່ງຜົນທະທ້ອນເຖິງບັນດາວິສາຫະກິດຢູ່ພາຍໃນປະເທດບັນດາວິສາຫະກິດພາຍໃນປະເທດຈະບໍ່ເຂົ້າຮ່ວມລະບົບມູນຄ່າສິນຄ້າສົ່ງອອກຂອງບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດດັ່ງກ່າວຈະບໍ່ມີຄຸນຄ່າສຳລັບເລື່ອງພວກເຮົາດຶງດູດການລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ”.
ເງິນລົງທຶນໂດຍກົງຈາກຕ່າງປະເທດ ໄດ້ ແລະ ພວມກາຍເປັນແຫຼ່ງກຳລັງທີ່ຂາດບໍ່ໄດ້ໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ, ເຖິງຢ່າງໃດກໍຕາມ, ເພື່ອພັດທະນາແບບຍືນຍົງໄດ້, ຫວຽດນາມ ຄວນມີການປັບປຸງນະໂຍບາຍດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງເປັນເຈົ້າການເສີມຂະຫຍາຍກຳລັງແຮງພາຍໃນ, ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດພັດທະນາ, ສ້າງກຳລັງໜູນໃໝ່ໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຊາດ.