(vovworld) - ໃນສະພາບປະເທດຊາດພວມເພີ່ມທະວີການເຊື່ອມໂຍງ, ການຜະລິດກະສິກຳສືບຕໍ່ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. ບັນຫາອັນຮີບດ່ວນທີ່ໄດ້ວາງອອກນັ້ນແມ່ນຍົກສູງສະມັດຕະພາບ, ຄຸນນະພາບ, ຫລຸດລາຄາໃຫ້ບັນດາຜະລິດຕະພັນກະເສດ. ນີ້ກໍແມ່ນເປົ້າໝາຍທີ່ຊາວກະສິກອນ, ບັນດານັກວິທະຍາສາດ, ວິສາຫະກິດ ແລະ ຂະແໜງການ, ຂັ້ນຕ່າງໆຢູ່ເຂດທົ່ງພຽງແມ່ນ້ຳຂອງ ຕັດສິນໃຈປະຕິບັດໃຫ້ໄດ້. ບົດຂຽນຂອງນັກຂ່າວແທງຕູ່ງ, ນັກຂ່າວ VOV.
ການປູງແຕ່ງໝາກນັດ |
ທ່ານ ຫງວຽນມີງຮ໋ຽວ, ຕາແສງ ວ້ອງເທ, ເມືອງ ທ້ວາຍເຊີນ ຜູ້ເຂົ້າຮ່ວມຮູບແບບທົ່ງນາຂະໜາດໃຫຍ່ຢູ່ແຂວງ ອານຢາງ, ໃຫ້ຮູ້ວ່າ: ນັບແຕ່ຊຸມວັນທຳອິດທີ່ເຂົ້າຮ່ວມຮູບແບບທົ່ງນາຂະໜາດໃຫຍ່, ມາຮອດປະຈຸບັນ, ຍາມໃດທ່ານກໍ່ອູ່ນອ່ຽນໃຈເມື່ອສົ້ນອອກເຂົ້າສານເປັນປົກກະຕິໂດຍ ຜ່ານການເຊັນສັນຍາທີ່ໄດ້ລົງນາມກັບວິສາຫະກິດ. ຕາມທ່ານ ຮ໋ຽວແລ້ວ, ເລື່ອງເຊັນສັນຍາຈຳໜ່າຍຜະລິດຕະພັນກະເສດໄດ້ເຮັດໃຫ້ຊາວກະສິກອນອຸ່ນອ່ຽນໃຈ, ຍ້ອນບໍ່ຕ້ອງເປັນຫ່ວງໄຍກັບການຊອກຫາສົ້ນອອກຄືໃນເມື່ອກ່ອນອີກ. ຕໍ່ໜ້າຄວາມຮຽກຮ້ອງກໍ່ສ້າງເຄື່ອງໝາຍການຄ້າໃຫ້ເຂົ້າສານ, ຜະລິດຕະພັນກະເສດ ແລະ ບັນດາມາດຕະຖານກ່ຽວກັບຄຸນນະພາບທີ່ຮັບໃຊ້ໃຫ້ແກ່ການສົ່ງອອກ, ທ່ານ ຮ໋ຽວ ແລະ ຊາວກະສິກອນຫຼາຍຄົນອື່ນຍາມໃດກໍກຽມພ້ອມເຂົ້າຮ່ວມການຜະລິດເຂົ້າສານທີ່ບັນລຸຄຸນນະພາບສູງ. ທ່ານ ຫງວຽນມິງຮ໋ຽວ, ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມຫວັງສູງສຸດນັ້ນແມ່ນ, ໃນປີ 2016 ແລະ ຊຸມປີຕໍ່ໄປ, ມູນຄ່າເຂົ້າສານທີ່ຕົນຜະລິດອອກຈະໄດ້ຮັບຮອງຈາກຊາວກະສິກອນ. ຕ້ອງພະຍາຍາມຜະລິດເຂົ້າສານທີ່ມີຄຸນນະພາບດີ ເພື່ອໃຫ້ເພື່ອນມິດສາກົນຮູ້ຈັກເຖິງຫຼາຍກ່ວາກ່ຽວກັບເຂົ້າສານ ຫວຽດນາມ ທີ່ມີອິດທິພົນຊື່ສຽງ, ປອດໄພ ແລະ ມີຄຸນນະພາບດີ.”
ຕາມທ່ານຮອງສາດສະດາຈານ, ດຣ ເຢືອງວັນຈີ໋ນ, ອະດີດຮອງຫົວໜ້າສະຖາບັນເຂົ້າສານເຂດທົ່ງພຽງແມ່ນ້ຳຂອງແລ້ວ, ປີ 2015 ຜ່ານມາ, ແມ່ນປີທີ່ຂະແໜງກະສິກຳຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ການທ້າທາຍຫຼາຍຢ່າງທີ່ສຸດ. ໃນນັ້ນ, ການສົ່ງອອກຜະລິດຕະພັນກະເສດບໍ່ທັນສະດວກທັງດ້ານລາຄາ ແລະ ຕະຫຼາດ. ບາງຜະລິດຕະພັນສົ່ງອອກ, ຄຸນນະພາບຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າໄດ້ເທື່ອ. ຄຽງຄູ່ກັນນັ້ນ, ເລື່ອງສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນສົ່ງອອກ, ພິເສດແມ່ນເຂົ້າສານຍັງປະສົບກັບຄວາມຫຍຸ້ງຍາກຢູ່. ດັ່ງນັ້ນ, ທ່ານຮອງສາດສະດາຈານ, ດຣ ເຢືອງວັນຈີ໋ນ ຖືວ່າ, ຕ້ອງສືບຕໍ່ຜະລິດຕິດພັນກັບການຈຳໜ່າຍຜ່ານຮູບແບບ “ທົ່ງນາຂະໜາດໃຫຍ່”. ແລະຈຳເປັນແມ່ນຕ້ອງມີບັນດາວິສາຫະກິດນຳໜ້າໃນບັນຫານີ້:
“ສຳລັບດ້ານວິທະຍາສາດເຕັກໂນໂລຢີແລ້ວ, ບັນດານັກວິທະຍາສາດ ຫວຽດນາມ ສາມາດຄົ້ນຄ້ວາໄດ້ຫຼາຍຫົວເລື່ອງ ແລະ ໄດ້ຮັບຜົນງານດີທີ່ສຸດ. ແຕ່ປະຈຸບັນ, ບັນຫາສຳຄັນທີ່ສຸດໃນການຜະລິດກະສິກຳແມ່ນເຮັດແນວໃດເພື່ອໃຫ້ບັນດາວິສາຫະກິດກຳນົດໄດ້ປະເພດຜະລິດຕະພັນກະເສດທີ່ສາມາດສ້າງກຳໄລ, ສົ່ງອອກກໍ່ຄືການຈຳໜ່າຍພາຍໃນປະເທດ, ພ້ອມທັງເຕົ້າໂຮມຊາວກະສິກອນຫຼາຍຄົນເຂົ້າຮ່ວມພ້ອມກັບເຂົາເຈົ້າໄດ້. ໝາຍຄວາມວ່າ, ຕ້ອງມີວິສາຫະກິດຜະລິດດ້ວຍຈຳນວນຫຼາຍ, ມີຊາວກະສິກອນຫຼາຍຄົນກັບວິສາຫະກິດ ເຂົ້າຮ່ວມການຜະລິດສິນຄ້າທີ່ມີຄຸນນະພາບ ແລະ ສະມັດຕະພາບສູງ. ເຮັດຄືແນວນັ້ນຈຶ່ງສາມາດຫັນປ່ຽນພື້ນຖານກະສິກຳ ຫວຽດນາມ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນໄດ້. ”
|
ບໍ່ພຽງແຕ່ມີພຽງຊາວກະສິກອນ ແລະ ນັກວິທະຍາສາດເທົ່ານັ້ນ ຫາກວິສາຫະກິດເຂົ້າຮ່ວມການຜະລິດເຂົ້າສານ ກໍ່ສະແດງຄວາມຕັດສິນໃຈນັ້ນຂອງຕົນ. ກຸ່ມບໍລິສັດ ໂລກເຈີ່ຍ (ກ່ອນນີ້ແມ່ນບໍລິສັດຫຸ່ນສ່ວນປົກປ້ອງພຶດ ອານຢາງ) ເປັນຄັ້ງທຳອິດພ້ອມກັບບັນດາວິສາຫະກິດຂອງ 8 ປະເທດອື່ນໆ, ໄດ້ຍົກອອກມາດຕະຖານກ່ຽວກັບການຜະລິດເຂົ້າສານແບບຍືນຍົງໃນໂລກ (ເອີ້ນຫຍໍ້ວ່າ SRP) ນຳໃຊ້ເຂົ້າໃນເຄື່ອນໄຫວຜະລິດເຂົ້າສານໃນບັນດາຮູບແບບທົ່ງນາຂະໜາດໃຫຍ່ຢູ່ແຂວງ ອານຢາງ. ເລື່ອງປະຕິບັດບັນດາມາດຖານທຳອິດຂອງໂລກກ່ຽວກັບເຂົ້າສານແບບຍືນຍົງດ້ວຍ 46 ໝວດມາດຖານ ແລະ 8 ບັນຫາຂອງໄລຍະປູກເຂົ້າຈະເປີດກາລະໂອກາດໃຫຍ່ໃຫ້ແກ່ການເຄື່ອນໄຫວສ້າງເຄື່ອງໝາຍການຄ້າຢູ່ໃນຂອບຂະໜາດທົ່ວໂລກໃຫ້ແກ່ເຂົ້າສານ ຫວຽດນາມ. ທ່ານຮິ່ງວັນທ່ອນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂລກເຈ່ີຍ, ໃຫ້ຮູ້ວ່າ:
“ເມື່ອຊາວກະສິກອນມີບົດຮຽນທີ່ພວກເຮົາກໍ່ມີຄວາມສາມາດບົ່ມຊ້ອນຢ່າງພຽງພໍ. ເງື່ອນໄຂຜະລິດກໍ່ດີທີ່ສຸດ, ກຳລັງວິທະຍາສາດ, ເຕັກນິກກໍ່ຄົບຖ້ວນພໍສົມຄວນ. ພິເສດແມ່ນໄລຍະປະຈຸບັນ, ພວກເຮົາໄດ້ມີແນວພັນເຂົ້າທີ່ໄດ້ຮັບການຮັບຮອງວ່າແຊບທີ່ສຸດໃນໂລກ. ຈາກນັ້ນ, ອະນຸຍາດໃຫ້ພວກເຮົາມີຄວາມເຊືຶ່ອໝັ້ນກ່ວາໃນການເຂົ້າຮ່ວມໂຄງການໃຫຍ່ຂອງສາກົນ. ພວກເຮົາໄດ້ຮັບປະກັນວ່າການຜະລິດເຂົ້າສານ ຫວຽດນາມ ເຄີຍມີເງື່ອນໄຂຄົບຖ້ວນເພື່ອເຊື່ອມໂຍງ, ໄລຍະປະຈຸບັນພວກເຮົາໄດ້ພູສູດໃຫ້ໂລກວ່າເຂົ້າສານຂອງ ຫວຽດນາມ ມີທີ່ຕັ້ງໃນທົ່ວໂລກກ່ຽວກັບຄຸນນະພາບ. ພິເສດແມ່ນກ່ຽວກັບຄວາມປອດໄພໃນການຜະລິດແບບຍືນຍົງເຊິ່ງພວກເຮົາໄດ້ປະຕິບັດ”
ແຂວງອານຢາງ ແມ່ນທ້ອງຖິ່ນມີທ່າແຮງກ່ຽວກັບການຜະລິດກະສິກຳ. ທ່ານນາງ ຫວໍທິແອ໋ງຊວນ, ເລຂາຄະນະພັກແຂວງ ອານຢາງ ໄດ້ຊີ້ແຈ້ງວ່າ: ແຂວງຈະຈັດຕັ້ງການຜະລິດກະສິກຳຄືນໃໝ່, ພ້ອມທັງປັບປຸງ, ຂະຫຍາຍບັນດາຮູບແບບເຊື່ອມຕໍ່ການຜະລິດຕາມລະບົບມູນຄ່າສຳລັບຜະລິດຕະພັນຫຼາຍປະເພດ, ຍູ້ແຮງການໝູນໃຊ້ວິທະຍາສາດ - ເຕັກໂນໂລຢີເຂົ້າໃນການຜະລິດ, ສົ່ງເສີມການພັດທະນາຮູບແບບຮ່ວມມືດ້ານເສດຖະກິດ, ວິສາຫະກິດກະສິກຳເປັນຫຼາຍຮູບຫຼາຍແບບ. ພັດທະນາອຸດສາຫະກຳຄຸ້ມຄອງຮັກສາ, ປຸງແຕ່ງຜະລິດຕະພັນກະເສດທີ່ນຳໃຊ້ວິທະຍາສາດ - ເຕັກໂນໂລຢີ ແລະ ສ້າງມູນຄ່າເພີ່ມສູງ. ສູ້ຊົນຮອດປີ 2020, ຜະລິດຕະພັນກະເສດສ່ວນຫຼາຍລ້ວນແຕ່ໄດ້ຮັບການປຸງແຕ່ງກ່ອນທີ່ຈຳໜ່າຍຢູ່ຕະຫຼາດ. ທ່ານນາງ ຫວໍທິແອ໋ງຊວນ, ຢືນຢັນວ່າ:
“ໄລຍະຈະມາເຖິງ, ອົງຄະນະພັກຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍທີ່ໄດ້ຍົກອອກມາແຕ່ປະຕິບັດບໍ່ໄດ້ຫຼາຍຢ່າງຂ້ຽວຂາດ ແລະ ແຮງກ່ວາ. ເພື່ອປ່ຽນແປງວິທີເຮັດໃນການຜະລິດກະສິກຳຕາມທິດເພີ່ມມູນຄ່າຂອງຜະລິດຕະພັນກະເສດ, ເພີ່ມລາຍຮັບ ແລະ ທີ່ຕັ້ງຂອງຊາວກະສິກອນ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງເຊື່ອມໂຍງຢ່າງຫຍຸ້ງຍາກໃນໄລຍະຈະມາເຖິງ.”
ກະສິກຳມີບົດບາດສຳຄັນໃນສະພາບການ ຫວຽດນາມ ເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ. ເລື່ອງປ່ຽນໃໝ່ຮູບແບບເຕີບໂຕຕາມທິດຍົກສູງສະມັດຕະພາບ, ປະສິດທິຜົນ, ກຳລັງຄວາມແກ່ງແຍ້ງຕິດພັນກັບການສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ຈະນັບມື້ນັບໄດ້ຮັບຄວາມເອົາໃຈໃສ່, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ.