ຍຸດທະສາດສ້າງເຄື່ອງໝາຍການຄ້າສຳລັບສິນຄ້າສົ່ງອອກ

(vovworld) - ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ມີ​ສິນຄ້າ​ສ່ົງ​ອອກ​ບາງ​ປະ​ເພດ​ຖືກ​ຈັດ​ເຂົ້າ​ໝວດ​ສິນຄ້າ​ສົ່ງ​ອອກ​ອັນ​ດັບ​ຫນຶ່ງ​ຂອງ​ໂລກ, ​ແຕ່​ຍັງ​ມີ​ເຄື່ອງໝາຍ​ການ​ຄ້າ​ຂອງສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ຫລາຍ​ປະ​ເພດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລົງທຶນ ​ແລະ ພັດທະນາ​​ ສົມ​ກັບ​ລະດັບສາກົນ. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຄື່ອງ​ໝາຍ​ການຄ້າ​ມີລະດັບ​ສາກົນ ​ເພື່ອ​​ເປັນ​ການຍົກ​ສູງ​ມູນ​ຄ່າ​ການ​ສົ່ງ​ອອກ ​ແລະ ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຄົງ​ຕົວຢ່າງໝັ້ນ​​ຄົງໃນ​ຕະຫລາດ​ແກ້ງ​ແຍ້​ງຂອງ​ໂລກ​ໄດ້. ນີ້​ແມ່ນ​ເນື້ອ​​ໃນ​ຕົ້ນຕໍ​ຂອງ​ໂຄງການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການເຕື້ອ​ງ​ເຖິງ​ໃນ​ຍຸດ​ທະ​ສາ​ດພັດທະນາ​ການ​ສົ່ງ​ອອກ​ຂອງ​ລັດຖະບານ ຫວຽດນາມ ໄລຍະ 2011 - 2020.

ຍຸດທະສາດສ້າງເຄື່ອງໝາຍການຄ້າສຳລັບສິນຄ້າສົ່ງອອກ - ảnh 1
ອັດຕາ​ສ່ວນ​​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ຂອງ ຫວຽດນາມ ​ໄດ້​ກວມ​ກວ່າ 30%
ພາບ:saigon.com.vn

        ດ້ວຍ​ຍອດ​ວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2011 ບັນລຸ 96 ຕື້ USD ​ແລະ ຄາດ​ວ່າ ​ໃນ​ປີ 2012 ນີ້  ຫວຽດນາມ ຈະ​ສາມາດບັນລຸ​ວົງ​ເງິນ​ສົ່ງ​ອອກ 110 ຕື້ USD, ປະຈຸ​ບັນ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ສົ່ງ​ອອກ​ສິນຄ້າ​ຢ່າງ​ແຂງ​ແຮງ​ໃນ​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍຂອງ​ຫວຽດນາມ ​ຫລາຍ​ປະ​ເພດ, ​ໃນ​ນັ້ນ ມີ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳບາງ​ປະ​ເພດ​ຖືກ​ຈັດ​ອັນ​ດັບ​ຫນຶ່ງ​ໃນ​ໂລກ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັບ​ດັບ​ຫນຶ່ງ​ຂອງ​ໂລກ, ດ້ວຍ​ປະລິມານ​ການ​ສົ່ງ​ອອກ 6 -7 ລ້ານ​ໂຕນ​/ປີ, ​ແຕ່​ກໍ​ບໍ່​ທັນ​ມີ​ເຄື່ອງໝາຍ​ການຄ້າ​ໃດທີ່​ມີກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ສາມາດແກ້ງ​ແຍ້​ງ ​ແລະ ​ຄອງ​ຕະຫລາດ​ໄດ້. ສ່ວນ ປາຈາ​ຂອງ ຫວຽດນາມ ​ກໍ​ໄດ້​ສົ່ງ​​ໄປ​ຂາຍຢູ່ 125 ຕະຫລາດ​ໃນ​ໂລກ,​​ແຕ່​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກພຽງ​​ແຕ່ຮູ້ຈັກ​ເຖິງ​ຊື່ບັນດາ​ບໍລິສັດ​ນຳ​ເຂົ້າ​ເທົ່າ​ນັ້ນ.  ​ໃນ​ເດືອນ 8/ 2012 ຜ່ານ​ມາ, ຫວຽດນາມ​​ໄດ້ ລື່ນ​ກາຍ ບຣາຊີ​ນ ​ເພື່ອ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ກາ​ເຟຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໄປຄຽງ​ຄູ່​ກັບຄວາມ​ກ້າວຫນ້າດ້ານປະລິມານ, ຄຸນ​ນະພາ​ບ, ສິນຄ້າ​ ສົ່ງ​ອອກຫລາຍປະ​ເພດ​​ຂອງ ຫວຽດນາມຍັງ​ບໍ່​ທັນ​ສ້າງ​ເຄື່ອງ​ໝາຍ​ການຄ້າ​ທີ່​ດີ​ຢູ່​ໃນ​ໂລກ​ໄດ້. ສາຍ​ເຫດ ດ້ານ​ຫນຶ່ງ​​ແມ່ນຍ້ອນ​ກ່ອນ​ນີ້​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ບໍ່​ທັນ​​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ເຄື່ອງໝາຍການ​ຄ້າ​ຖືກ​ກັບ​ລະດັບ, ດ້ານ​ອື່ນ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສ່ວນ​ຫລາຍ​ແມ່ນ​ວິ​ສາ​ຫະກິດຂະຫນາດ​ກາງ​ແລະ ນ້ອຍ, ​ແຫ​ລ່ງ​ທຶນ​ຍັງຈຳກັດ, ສະ​ນັ້ນ ​ຈຶ່ງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ. ນອກ​ນັ້ນ ບາງວິ​ສາ​ຫະກິດ​ຍັງ​ຂາດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫລາດ, ກອບ​ກົດໝາຍ​ເພື່ອ​ປົກ​ປ້ອງ​ເຄື່ອງໝາຍ​ສິນຄ້າ​ສົ່ງ​ອອກ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​​ໂລກ. ທ່ານ​ນາງ ມາຍ​ທິຢວຽນ, ຜູ້​ຊ່ຽວຊານ​ກ່ຽວກັບ​ການ​ສົ່ງ​ອອກສິນຄ້າ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຍາມ​​ໃດ​ວິ​ສາ​ຫະກິດ ກໍ​ມີ​ທັດສະນະບຸລິ​ມະ​ສິດ​ແກ່ບັນຫາສ້າງ​ເຄື່ອງໝາຍ​ການ​ຄ້າ​ແມ່ນ​ປັດ​​ໄຈ​ຕົ້ນ​ຕໍ. ​ເລື່ອງ​ສ້າງ​ເຄື່ອງໝາຍການ​ຄ້າ​ແມ່ນກ່ຽວຂ້ອງ​ເຖິງ​ຫລາຍ​ບັນຫາ​ອື່ນ ຫາກ​ບໍ່ພຽງ​ແຕ່​​​ເປັນການ​ສ້າງ​ຮູບ​ພາບ ຫລື ​ໂລ​ໂກ​ ຂອງ​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ພາຍຫລັງ​ທີ່ມີ​ເຄື່ອງໝາຍ​ແລ້ວ ​ແມ່ນ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ, ຂັ້ນ​ຕອນ​ການຜະລິດ​ແມ່ນ​ອິດ​ທິພົນ​ຊື່​ສຽງ​ຂອງ​ວິ​ສາ​ຫະກິດ ​ແລະ ມີຫລາຍ​ບັນຫາ​​ອື່ນໆ​ອີກ​.”

        ປະຈຸ​ບັນ ​ເລື່ອງ​ສ້າງ​ເຄື່ອງໝາຍ​ສິນຄ້າ​ສົ່ງ​ອອກ​​ແມ່ນ​ຄວາມ​ຈຳ​ເປັນ​ຢ່າງ​ແທ້​ຈິງ, ​ເພາະ ລາຄາ​ຖືກ​ບໍ່​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ແກ້ງ​    ແຍ້​ງຢູ່​ຕະຫລາດ. ຍິ່ງ​ກວ່າ​ນັ້ນ, ​ເມື່ອ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ​ເຄື່ອງໝາຍ​ການຄ້າ ຫວຽດນາມ ຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຈາກ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ໃນ​ໂລກ​ ​ແລະ ສິ່ງ​ນັ້ນ​ໝາຍ​ຄວາມ​ວ່າ ມູນຄ່າ​ຜະລິດ​ຕະພັນ​ສິນຄ້າ ຫວຽດນາມ​ບໍ່​ສູງປານ​ໃດ.  ທ່ານ​ໂດ໋ຮວ່າຍ​ນາມ, ປະທານ​ສະຫະ​ສະມາຄົມ​ໝາກມ່ວງ​ຫິມະ​ພານ ຫວຽດນາມ ຖື​ວ່າ:
“ວິ​ສາ​ຫະກິດທັງ​ໝົດທີ່​​ເຂົ້າ​ຮ່ວມ​​ການ​ສົ່ງ​ອອກ​ສິນຄ້າໃນ​ໂລກ ລ້ວນແຕ່ຢາກສ້າງເຄື່ອງໝາຍ

ການຄ້າໃຫ້ແກ່ຕົນເອງຢູ່ໃນຕະຫລາດໂລກ, ເພາະວ່າ ເມື່ອມີເຄື່ອງໝາຍການຄ້າເປັນຢ່າງດີແລ້ວ ລາຄາຂາຍສິນຄ້າ​ຈະ​ບັນລຸ​ລະດັບ​ສູງ​ກວ່າ​, ບາງ​ເທື່ອ​ແມ່ນ​ຂຶ້ນ​ທົບ​ສອງ​ເທົ່າ.”

ຍຸດທະສາດສ້າງເຄື່ອງໝາຍການຄ້າສຳລັບສິນຄ້າສົ່ງອອກ - ảnh 2
ຫວຽດນາມ​​ໄດ້ ລື່ນ​ກາຍ ບຣາຊີ​ນ ​ເພື່ອ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ກາ​ເຟຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ
ພາບ: internet

        ຕໍ່ຫນ້າຄວາມຈິງ​ນັ້ນ, ລັດຖະບານ ​ໄດ້​ວາງ​​ແຜນ​ກຳນົດ​ພັດທະນາ​ເຄື່ອງໝາຍ​ສິນຄ້າ​ສົ່ງ​ອອກ​ດ້ວຍ​ຍຸດ​ທະ​ສາດ​ສັງ​ລວມ, ​ເປັນ​ລະບົບ, ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດ​ເພື່ອ​ເຮັດ​ໃຫ້​ບັນດາ​ຜະລິດ​ຕະພັນ​​ມີ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ. ທ່ານ​ນາງ ຫງວຽນ​ມີ​ນ​ເຮືອງ, ຫົວຫນ້າ​ຫ້ອງການ​ທະນາ​ຍຄວາມ A Hoang ​​​ທີ່​ປຶກສາ​ດ້ານເຄື່ອງໝາຍ​ສິນຄ້າ​ສົ່ງ​ອອກ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ລັດຖະບານ​ໄດ້​ມີ​ໂຄງການ​ຫນູນ​ຊ່ວຍ​ການ​ສ້າງ, ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ, ພິ​ເສດ ​ແມ່ນ​ຫນູນ​ຊ່ວຍ, ສົ່ງ​ເສີມ​ວິ​ສາ​ຫະກິດ​ນຳ​ໃຊ້​ຊັບ​ສິນ​ທາງ​ປັນຍາ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຮັດ​ໃຫ້​ມູນ​ຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນ​ເພີ່ມ​ຂຶ້ນ. ບັນດາ​ໂຄງການ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ສ້າງ​ເຄື່ອງໝາຍການ​ຄ້າ​ແຫ່ງ​ຊາດ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການຄ້າ ຫວຽດນາມ ປຸກລະດົມ, ບັນດາ​ໂຄງການ​ປະສານ​ສົມທົບ​ກັບ​ກົມ​ຊັບ​ສິນ​ທາງ​ປັນຍາ ​ຕາງຫນ້າ​ໃຫ້​ແກ່​ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຫນູນ​ຊ່ວຍ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ສົ່ງ​ເສີມ​ວິ​ສາ​ຫະກິດ​ສົ່ງ​ອອກ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ອາລັກຂາ​ເຄື່ອງໝາຍ​ການ​ຄ້າ.”

        ​ໃນ​ໄລຍະ​ຜ່ານ​ມາ, ມີ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຫວຽດນາມ ຫລາຍ​ແຫ່ງ ​ໄດ້​ເປັນ​ເຈົ້າ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​​ໃຫ້ເປັນ​ລະບົບ. ບັນດາ​ບາດກ້າວ​ເດີນ​ຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​ໄດ້​ພິສູດ​ໃຫ​້​ເຫັນບັນຫາ​ດັ່ງກ່າວ. ຈາກ​ວິ​ສາ​ຫະກິດ​ຜະລິດ​ສິນຄ້າ​ປະກອບ​ເພື່ອ​ສ່ົງ​ອອກ, ມາ​ຮອດ​ປະຈຸ​ບັນ ອັດຕາ​ສ່ວນ​​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ຂອງ ຫວຽດນາມ ​ໄດ້​ກວມ​ກວ່າ 30% ​ແລະ ອັດຕາ​ສ່ວນ​ນີ້​ຖືກ​ຍົກ​ສູງ​ຂຶ້ນ​ 50% ​ໃນ​ປີ 2014. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃນ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ລວມໝູ່. ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ປາດ​ຖະຫນາ​ຢາກ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ຢ່າງ​ແຮງ ມີ​ລະດັບ​ຊາດ ​ແລະ ສາກົນ ສິ່ງ​ດັ່ງກ່າວບໍ່​ພຽງ​ແຕ່​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຍົກ​ສູງ​ມູນຄ່າ ​ແລະ ຄຸນ​ນະພາ​ບການ​ສົ່ງ​ອອກ​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ການ​ພັດທະນາການ​ສົ່ງ​ອອກ​ແບບ​ຍືນ​ຍົງ​ໃນ​ອະນາຄົດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ