ຍູ້ແຮງການຮ່ວມສຳພັນເຂດເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ

(vovworld) - ຍ​ູ້​ແຮງ​ການ​​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ເຂດ, ​ຈາກນັ້ນ​ສ້າງ​ກຳ​ລັງ​ໜູນ​ໃຫ້ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດທົ່ວ​ປະ​ເທດ ແມ່ນ​ບັນ​ຫາ​ເຊິ່ງ​ລັດ​ຖະ​ບານ​ຫວຽດ​ນາມ ພວມເອົາ​ໃຈ​ໃສ່. ຮ່ວມ​ສຳ​ພັນເສດ​ຖະ​ກ​ິດ​ເຂດ​ກໍ​່ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​​ສະ​ໜິດຕິດ​ພັນ, ສົມ​ທົບ​ກັນ​ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ດຶງ​ດູດ ແລະ ຈັດ​ແບ່ງ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ວັນ​ຮ໋ຽວ ໄດ້​ເຕື້ອງ​ເຖິງ​ບັນ​ຫານີ້.

ຍູ້ແຮງການຮ່ວມສຳພັນເຂດເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ảnh 1
(ພາບ​ປະ​ກອບ: nhandan)

ປະ​ຈຸ​ບັນ, ລັດ​ຫວຽດ​ນາມ ໄດ້​ແບ່ງ​​ຫຼາຍສິດຂັ້ນ​​ຄຸ້ມ​ຄອງ​ເສດ​ຖະ​ກິດ​​ໃຫ້​ຂັ້ນ​ແຂວງ, ຍ້ອນ​ເຫດນັ້ນ ບັນ​ດາ​ແຂວງ​​ຈຶງ​ເປັນ​ເຈົ້າ​ການ​ໃນ​ການ​ວາງ​ແຜນ​​ກຳ​ນົດບັນ​ດາ​​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນກວ່າ. ພາຍ​ຫຼັງ​​​ການປະ​ຕິ​ບັດ​​ມາ​ໄ​ດ້​ໄລ​ຍະ​ໜຶ່ງ, ເລື່ອງ​ແບ່ງ​ຂັ້ນ​ນີ້ໄດ້​ເກີດ​ບາງ​ບັນ​ຫາ​ກ່ຽວ​​​ກັບ​ປະ​ສິດ​ທິ​ຜົນ​ການ​ຄຸ​້ມ​ຄອງໃນ​ການ​ສ້າງ​ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ. ຂາດ​ການ​ສົມ​ທົບ​ກັນ​ໃນ​ການ​ຮ່ວມ​ສຳ​ພັນ​​ເສດ​ຖະ​ກິດ​ເຂດ ​ອັນໄດ້ກໍ່​ຄວາມ​ຟູມ​ເຟຶອຍ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ, ຫຼາຍ​ແຂວງ, ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​​ໝູນໃຊ້​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ກັນ​ເທື່ອ​. ຕົວ​ຢ່າງ​ຄື ມີີ​ບັນ​ດາ​ແຂວງ​ມີ​​ທີ່​ຕັ້ງພູມ​​ສາດ​​ຢູ່ໃກ້​ກັນ, ຢູ່​ໃກ​້​ກັບ ໃຈ​ກາງ​ເສດ​ຖະ​ກິດ​ທີ່ມີ​ພື້ນ​ຖານ​ໂຄງ​ລ່າງ​ຈຳ​ເປັນ​ຢ່າງ​ຄົບ​ຖ້ວນ, ແຕ່​ເພື່ອ​​ປະ​ຕິ​ບັດ​​ຕາມຄ​າດ​ໝາຍພັດ​ທະ​ນາ​ຂອງທ້ອງ​ຖິ່ນຕົນກໍ​ຢາກ​ມີທ່າກ່ຳ​ປັນ, ມີ​ສະ​ໜ​າມ​ບິນ​ສະ​ເພາະ. ມີ​ຫຼາຍ​ແຂວງ​ເຂ​ດ​ພູ​ດອຍ​ທາງ​ຄົມ​ມະ​ນາ​ຄົມ​ໄປ​ມາ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່, ແຕ່​​ພັດຢາກ​​ສ້າງເຂດ​ອຸດ​ສາ​ຫະ​ກຳ… ຫຼາຍ​ແຂວງຍ​ັງ​ພັດ​ທະ​ນາ​ຕາມ​ຂະ​ບວນ​ການ, ພ້ອມ​ກັບ​ກໍ່​ສ້າງ​ບັນ​ດາ​ໂຮ​ງານ​ຜະ​ລິດ ຊີ​ມັງ, ເຂື່ອ​ນ​ໄຟ​ຟ້ານ​້ຳ​ຕົກ​ຫຼາຍ​ແຫ່ງ, ຂຸດ​ຄົ້ນ​​ໂ​ລ​ຫະ​, ເຂດ​ຕົວ​ເມືອງ… ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງເປັນ​ຫຼາຍ “ພື້ນ​ຖານ​ເສດ​ຖະ​ກິດ”, ​​ອັນ​ໄດ້ທຳ​ລາຍ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເວ້, ໃຫ້​ຂໍ້​ສັງ​ເກດ​ວ່າ.

“ບັນ​ດາ​ປັດ​ໃຈ​​ດ້ານພູມ​​ສາດ, ​ວັດ​ທະ​ນະ​ທຳ ແລະ ຜົນ​ປະ​ໂຫຍດ​​ໃນ​ການຮ່ວມ​ສຳ​ພັນ ຫາກບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແລ້ວ, ມັນ​ພຽງ​ແຕ່​ເປັນເອ​ກະ​ສານ ແລະ ທິດ​ສະ​ດີ​ລ້າໆ​ເທົ່​ານັ້ນ. ສະ​ນັ້ນ. ກຳ​ລັງ​ໜູນ​​ກ່ຽວ​ກັບຜົນ​ປະ​ໂຫຍດ​ໃນ​ການ​ຮ່ວມ​ສຳ​ພັນດ້ານເສດ​ຖະ​ກິດ​ເຂດ ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ແກ້​ໄຂ​ສະ​ພາບ​ຫຼາຍພື້ນ​ຖານ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ສະ​ພາບ​ພື້ນ​ຖານ​ເສດ​ຖະ​ກິດ​ຖືກ​ແບ່ງ​ແຍກ​ຍ້ອນ​ເຂດ​ແດນບໍ​ລິ​ຫານຄື​ປະ​ຈຸ​ບັນ.”

ພ້ອມ​ກັນ​ນັ້ນ​ແມ່ນ​ເລື່ອງ​ບັນ​ດາ​ແຂວງ, ນະ​ຄອນ​ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​​ຕ່າງ​ຫາກ. ເຖິງວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​​ຈິດ​ໃຈ​ຂະ​ຫຍັນ​ຂັນ​ເຄື່ອນ, ຕັ້ງ​ໜ້າ​ເປັນ​ເຈົ້າ​ການ, ແຕ່​ຕາມ​ບັນ​ດາ​ນັກ​ລົງ​ທຶນ​ແລ້ວ, ນີ້​ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂາດ​​ການ​ຈັດ​ຕັ້ງ ແລະ ​ຄວາມເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທິດ​ທາງ, ນະ​ໂຍ​ບາຍ ແລະ ຂໍ້​ມູນ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​​ສາຍ​ສຳ​ພັນ​ຕ້ອງ​ມີ​ລັກ​ສະ​ນະ​ຍາວ​ນານ ແລະ ມີ​ຍຸດ​ທະ​ສາດກວ່າ ຄື​ການ​ພັດ​ທະ​ນາ​ເຂືອ​ຂ່າຍ​ເຂດ​ອຸ​ດ​ສາ​ຫະ​ກຳ, ເຂືອ​ຂ່າຍ​​ທາງຄົມ​ມະ​ນາ​ຄົມ, ​ການດຶງ​ດູດ ແລະ ຄຸ້ມ​ຄອງ​ການ​ລົງ​ທຶນ​ເວົ້າ​ລວມ​, ພິ​ເສດ​ແມ່ນ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ​ການແກ້​ໄຂ​​ບັນ​ຫາກໍ່​ມົນ​ລະ​​ພິດ… ເພື່ອ​​ໃຫ້ການ​ຮ່ວມ​ສຳ​ພັນເຂດ​ໄດ້​ຮັບ​ການ​ເສີມ​ຂະ​ຫຍ​າຍ​ມີ​ປະ​ສິດ​ທິ​ຜົນ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ຢ່າງ​ແ​ທ້​ຈິງ, ທ່ານ ເລ​ແທງກວາງ, ເລ​ຂາ​ຄະ​ນະ​ພັກ​ແຂວງ ແຄ໋ງ​ຮ່​ວາ, ຫົວ​ໜ້າ​​ຄະ​ນະ​ປະ​ສານ​ງານ​ເຂດ​ແຄມ​ທະ​ເລ​ພາກ​ກາງ ຖື​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ເ​ອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຂອງ​ເຂດ, ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ; ພ້ອ​ມ​ທັງ​ປັບ​ປຸງລະ​ບົບ​ຄົມ​ມະ​ນາ​ຄົມ​​ຂອງ​ເຂດ; ແກ້​ໄຂ​ການ​ປະ​ທະ​ກັນ​ດ້ານ​ຜົນ​ປະ​ໂຫຍດ​ກ່ຽວ​ກັບ​ດ້ານ​ການ​ເງິນ​ໃຫ້​ເຂດ. ຕ້ອງ​​ຈັດ​ແບ່ງ​ຂັ້ນ, ​ແບ່ງ​ສິດ ຕິດ​ພັນກັບການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສູນ​ກາງ, ທ້ອງ​ຖິ່ນ. ​ກໍ່ສ້າງ​ລະ​ບອບ​​ຮ່ວ​ມ​ສຳ​ພັນ​ໃນເຂດ​ຕາມ​ທິດ ກຳ​ນົ​ດ​ບົດ​ບາດ​ນຳ​ໜ້າ ແລະ ຈັດ​ແບ່ງວຽ​ກ​ງານ​ລະ​ອຽດ, ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ທ້ອ​ງ​ຖິ່ນ​ໂດຍ​ໄວ. ທ່ານ ເລ​ແທງກວາງ ຍົກຄຳ​ເຫັນ​ວ່າ.

“ສະ​ເໜີ​​ລັດ​ຖະ​ບານ​ຕົກ​ລົງ​ຮັບ​​ຮອງ​ກ່ຽວ​ກັບ​ພາ​ລະ​ບົດ​ບາດ, ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ຄະ​ນະ​ປະ​ສານ​ງານ​ເຂດ ແລະ ນະ​ໂຍ​ບາຍ​ສະ​ເພາະ​ໃຫ້​ກົດ​ລະ​ບຽບ​ເຂດ​ຈຸດ​ສຸມ​​ສຳ​ລັບ 3 ​ໝວດ​ເສດ​ຖະ​ກິດ​ຕົ້ນ​ຕໍ​​ຄື: ການ​ປະ​ມົງປຸງ​ແຕ່ງ​ສິນ​ໃນ​ນ້ຳ, ການ​ທ່ອງ​ທ່ຽວ​ເຂດ​ທະ​ເລ, ໝູ​່​ເກາະ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ ແລະ ການ​ພັດ​ທະ​ນາ​​ເຂດເສດ​ຖະ​ກິດ​ເຂດ​ແຄມ​ທະ​ເລ ຕິ​ດ​ພັນ​ກັບ​ເສດ​ຖະ​ກິດ​ທ່າກ່ຳ​ປັນ ດ້ວຍ​ຂັ້​ນ​ຕອນ​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ອຽດ​ ນັບ​ແຕ່ນີ້​ຮອ​ດ​ປີ 2020 ວິ​ໄສ​ທັດ​ຮອດ​ປີ 2030”.

ການ​ປະ​ສານງານ​ໃນ​ເຂດ​​ຢ່າງ​ແຮງ​​ພໍ​​ສົມ​ຄວນຈະ​ນຳ​ມາ​ເຊິ່ງ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ນອກ​ການ​ຄວບ​ຄຸມ​ຂອງ​​ທ້ອງ​ຖິ່ນ; ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ. ການປະ​ສານ​ງານ​ໃນ​ເຂດ​ກໍ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃນ​ການ​ພ​ັດ​ທະ​ນາ​ເສດ​ຖະ​ກິດ​ເຂດ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​, ສະ​ນັ້ນ ຕ້ອງ​ຖື​ວິ​ວັດ​ການ​ຮ່ວມ​ສຳ​ພັ​ນ​ເຂດ​ຄື​ດັ່ງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ແຂວງ ແລະ ​ເຂດພ້ອມ​ກັນ​ສົມ​ທົບ​ກັນ, ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ. ໃນ​ສະ​ພາບ​ທີ່​ບັນ​ດາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ຍັງ​ບໍ່​ທັນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໄດ້​ເທື່ອ, ປະ​ສິດ​ທິ​ຜົນ​​ການ​ລົງ​ທຶນ​ຍັງບໍ່​ທັນໄດ້​ດີນັ້ນ, ​ການວາງ​ແຜນ​​ຜັງ​ເພື່ອ​ຍູ້​ແຮງ​ການ​​ຮ່ວມ​ສຳ​ພັ​ນ​ເສດ​ຖະ​ກິດ​ເຂດ​ແມ່ນ​ເຄື່ອງ​ມື​ຄຸ້ມ​ຄອງ​ຂອງ​ລັດທີ່​ເໝາະ​ສົມ​ ເພື່ອ​ສ້າງ​ການ​ຮ່ວມ​ສຳ​ພັນ​ເຂດ​ດິນ​ແດນ​ຂອງ​ບັນ​ດາ​ແຂວງ​ໃນ​ເຂດ. ສິ່ງ​ດັ່ງ​ກ່າວກ​ໍ​ອະ​ນຸ​ຍາດ​ໃຫ້​ເຂດ​ຂຸດ​ຄົ້ນບັນ​ດາຊັບ​ພະ​ຍາ​ກອນ​ຢ່າງ​ເໝາະ​ສົມ​ກວ່າ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ໃນ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ, ຮັບ​ມື​ກັບ​ໄ​ພ​ທຳ​ມະ​ຊາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ​ໃນ​ທົ່ວ​ໂລກ​ເປັນ​ໃຫ້​ດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ