ປະສິດທິຜົນຕົວຈິງເມື່ອຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

(vovworld)- ຜ່ານ​ໄລ​ຍະ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫ​ຍາຍບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ​ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ” ໄດ້​ປະ​ກອບ​ສ່ວນ​ປ່ຽນ​ແປງຄວາມຄິດ, ຄວາມ​ຊີນ​ເຄີຍ​ຂອງ​ຜູ້​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ. ມີຫລາຍ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ ໄດ້​ກວ​ມ​ອັດ​ຕາ​ສ່ວນ​ຕະ​ຫລາດເປັນ​ສ່ວນ​ຫລາຍ​ໃນ​ບັນ​ດາ​ສູນ​ການ​ຄ້າ, ຮ້ານ​ຊັບ​ພະ​ສິນ​ຄ້າ, ຮ້ານ​ຄ້າ ແລະ ບັນ​ດາ​ຕະ​ຫລາດ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກ​ຫລີກ. ພິ​ເສດ ບັ້ນ​ຂົນ​ຂວາຍ​ກໍ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

 

ປະສິດທິຜົນຕົວຈິງເມື່ອຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1
ພາບ​ປະ​ກອບ:antt.vn

        5 ປີ​ກ່ອນນີ້ ພຽງ 23% ຈຳ​ນວນ​ຜູ້​ໃຊ້​ສອຍ​ສົນ​ໃຈ ແລະ ຕອບ​ສະ​ຫນອງ ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ”​ ແຕ່ມາ​ຮອດ​ປະ​ຈຸ​ບັນ ແມ່ນ​ 92%. ຕ​າມ​ໝາກ​ຜົນ​ແຫ່ງ​ການ​ສຳ​ຫລວດ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຫາງ​ສຽງ​ສັງ​ຄົມ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ແລ້ວ, ຜູ້​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ ນັບ​ມື້​ນັບ​ຕີ​ລາ​ຄາ​ສູງ​ສິນ​ຄ້າ​​ຂອງຫວຽດ​ນາມ, ດ້ວຍ​ ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ ຫລາຍ​ປະ​ເພດ ຊື່ງ​ ​ເຮັດ​ໃຫ້​ຜູ້​ໃຊ້​ສອຍກວ່າ 80% ​ນິ​ຍົມ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ເກີບ​ຫ​ນັງ. ສ່ວນ​ອາ​ຫານ, ໝາກ​ໄມ້ ມ​ີ​ 58% ຈຳ​ນວນ​ຜູ້​ໃຊ້​ສອຍ​ເລືອກ​ເຟັ້ນ. ສິນ​ຄ້າ​ຫວຽດ​ນາມ​ໄດ້​ກາຍ​ເປັນ​ການ​ເລືອກ​ເຟັ້ນ​ເປັ​ນ​ປະ​ຈຳ​ຂອງ​ຜູ້​ໃຊ້​ສອຍ​ຫວຽດ​ນາມ. ນາງ​ຫງວຽນ​ມາຍ​ລຽນ, ຊາວ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຄຸນ​ນະ​ພາບ​ສິນ​ຄ້າ​ຫວຽດ​ນາມ ດີ​ທີ່​ສຸດ, ສະ​ນັ້ນ ຂ້າ​ພ​ະ​ເຈົ້າ​ສະ​ຫ​ນັບ​ສະ​ຫ​ນູນ​ຊື້​ສິ​ນ​ຄ້າ​ຫວຽດ​ນາມ​ຫລາຍ​ປະ​ເພດ. ຂ້າ​ພ​ະ​ເຈົ້າ​ເຄີຍ​ພ້ອມ​ກັບ​ເພື່ອນ​ຮ່ວມ​ງານ, ໝູ່​ເພື່ອນ​ຊື້​ ​ສິນ​ຄ້າ​ຫລາຍ​ປະ​ເພດ ທີ່​ຈຳ​ເປັ​ນ​ຄື: ໂສ້ງ​ເສື້ອ, ອາ​ຫານ, ເຄື່ອງ​ໃຊ້​ສອຍ. ຕອບ​ສະ​ຫນອງບັ້ນ​ຂົນ​ຂວາຍ ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ກໍ​​ເປັນການ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ປະ​ເທດ​ຊາດ​ພັດ​ທະ​ນາ.”

        ຖ້າ​ກ່ອນນີ້ ສິນ​ຄ້າ​ຫວຽດ​ນາມ ກວມ​ພຽງ​ສ່ວນ​ຫ​ນຶ່ງ​ໃນ​ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ, ຮ້ານ​ຄ້າ, ຕະ​ຫລາດ​ຫລາຍ​ແຫ່ງ, ​ແຕ່ມາ​ຮອດ​ປ​ະ​ຈຸ​ບັນ ໃນ​ບັນ​ດາ​ລະ​ບົບ​     ຈຳ​ຫ​ນ່າຍ​ສິນ​ຄ້າ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ປະ​ລິ​ມານ​ສິນ​ຄ້າຫວຽດ​ນາມ ໄດ້​ກວມ​ເອົາ​ເຖິງ 80-90%. ໃນ 5 ປີ​ຜ່ານ​ມາ, ໄດ້​ຈັດ​ຕັ້ງ​ບັ້​ນ​ສົ່ງ​ສິນ​ຄ້າ​ຫວຽດ​ນາມ ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນ​ນະ​ບົດ​ເກືອບ 2000 ຄັ້ງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 53.000 ເທື່ອ ວິ​ສາ​ຫະ​ກິດ, ດຶງ​ດູດ​ຊາວ​ທ້ອ​ງ​ຖິ່ນ​ກວ່າ  3 ລ້ານ​ເທື່ອ​ຄົນມາ​ຢ້ຽມ​ຊົມ ແລະ ຊື້​ສິນ​ຄ້າ. ທ່ານ ໂຕ​ຮ່​ວາຍ​ນາມ, ຮອງ​ປະ​ທານ, ທັງ​ເປັນ​ເລ​ຂາ​ທິ​ການ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​     ຂະ​ຫ​ນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ຖື​ວ່າ: ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ຫ​ນ້າ​ເຖິງ​ທົ່ວ​ສັງ​ຄົມ, ຊ່ວຍ​ໃຫ້​ຜູ້​ໃຊ້​ສອຍ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​, ສິ​ດ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ສຳ​ລັບ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ​ພາຍ​ໃນ​ປະ​ເທດຢ່າງ​ຄົບ​ຖ້ວນກວ່າ.

        “ສິ່ງ​ເປັນ​ຫ​ນ້າ​ຊື່ນ​ຊົມ​ທີ່​ສຸດ ນັ້ນ​ແມ່ນ ວິ​ສາ​ຫະ​ກິດ​ຫວຽດ​ນາມ​ໄດ້​ກັບ​ຄືນ​ຮັບ​ໃຊ້ຕະ​ຫລາດ​ຫວຽດ​ນາມ ແລະ ຊາວ​ຫວຽດ​ນາມ ກັບ​ຄືນ​ຊື້​ສິນ​ຄ້າ​ຫວຽດ​ນາມ ຫລາຍກວ່າ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ຕີ​ລາ​ຄາບັ້ນ​ຂົນ​ຂວາຍ​ດັ່ງ​ກ່າວ​ມີ​ປະ​ສິດ​ທິ​ຜົນ​ດີ​ສຸດ.”

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ສິ່ງ​ສຳ​ຄັນ​ກວ່າ​ໝູ່ ນັ້ນ​ແມ່ນ​ຄຸນ​ນະ​ພາບ​ຂອ​ງ​ຜະ​ລິດ​ຕະ​ພັນ, ຈາກນັ້ນ ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ຕົນ. ທ່ານ ຫງວຽນ​ກວກ​ເກື່ອງ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ຖື​ວ່າ:

        “ ສຳ​ລັບສິນ​ຄ້າ​ປະ​ເພດ​ດຽວກັນ,  ສິນ​ຄ້າ​ຜະ​ລິດພາຍ​ໃນ​ປະ​ເທດຄຸນ​ນະ​ພາບ ຕ່ຳ​ກວ່າ, ລາ​ຄາ​ພັດເທົ່າ​ກັນ​ຫລື​ສູງກວ່າ, ​ການບໍ​ລິ​ການ, ການ​ຮັບ​ໃຊ້​ບໍ່​ດີ​ເມື່ອ​ທຽບ​ກັບ​ສິນ​ຄ້າ​ຂອງ​ຕ່າງ​ປະ​ເທດ ​ບໍ່​ສາ​ມາດ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ​ຊົມ​ໃຊ້​ສິນ​ຄ້າ​ຂອງ​ຫວຽດ​ນາມ​ໄດ້. ດັ່ງ​ນັ້ນຕ້ອງ​ຍົກ​ສູ​ງ​ລະ​ດັບ​ຂອງ​ນັກ​ຜະ​ລິດ​ສິນ​ຄ້າ​ໃຫ້​ເທົ່າ​ທຽບ​ກັບ​ຕ່າງ​ປະ​ເທດ.. ເຮັດ​ໄດ້​ຄື​ແນວ​ນັ້​ນ ສິນ​ຄ້າ​ຫວຽດ​ນາມ ຈຶ່ງ​ແກ້ງ​ແຍ້ງ​ກັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໄດ້ ແລະ ເວ​ລານັ້ນ​ຈຶ່ງ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຊົມ​ໃຊ້​ສິນ​ຄ້າ​ຂອງ​ຫວຽດ​ນາມ.”

        ທີ່​ກອງ​ປະ​ຊຸມ​ສະ​ຫລຸບ 5 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ຫວ່າງ​ແລ້ວນີ້, ບັນ​ດາ​ຜູ້​ແທນ​ຖື​ວ່າ: ບັນ​ດາ​ລາຍ​ການ​ສົ່ງ​ສິນ​ຄ້າ​ຫວຽດ​ນາມ ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນ​ນະ​ບົດ ຄວນ​ປະ​ຕິ​ບັດ​ແບບ​ຍືນ​ຍົງ, ຍາວ​ນານກວ່າ, ພ້ອມ​ກັນ​ນັ້ນ ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ ຕ້ອງ​ສ້າງ​ໄດ້​ເຄືອ​ຂ່າຍຈຳ​ຫ​ນ່າຍ​ສິນ​ຄ້າ​ຢ່າງ​ໝັ້ນ​ຄົງ​ເພື່ອ​ສົ່ງ​ສິນ​ຄ້າ​ຫວຽດ​ນາມ​ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກ​ຫລີກ. ທ່ານ​ນາງ ໂຮ່​ທິກ​ີມ​ທວາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ:

        “ໄລ​ຍະຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ໂຄ​ສະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງກວ່າ, ເພີ່ມ​ທະ​ວີ​ການກວດ​ກາ​ຄືນ​ບັນ​ດາກ​ົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລະ​ບຽບ​ການບ​ໍ​ລິ​ຫານ​ເພື່ອສ້າງ​ຄວ​າມ​ສະ​ດວກກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ. ພວກ​ຂ້າ​ພະ​ເຈົ້າ​ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສົ່ງ​ເສີມ​ການ​ຄ້າ, ເຊື່ອມ​ຕໍ່​ລະ​ຫວ່າງ​ຜູ້​ໃຊ້​ສອຍ​ກັບ​ລະ​ບົບ​ຈຳ​ຫນ່າຍ ແລະ ບັນ​ດາ​ນັກ​ຜະ​ລິດ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ມີ​ລາຍ​ການ​ບຳ​ລຸງ​ສ້າງ ຍົກ​ສູງ​​ການຄຸ້ມ​ຄອງ​ການ​ຄ້າ; ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ​ນອກ​ຕະ​ຫລາດ, ຕ້ານ​ສໍ້​ໂກງ​ການ​ຄ້າ, ສິນ​ຄ້າ​ປອມ ເພື່ອ​​ໃຫ້​ການແກ້ງ​ແຍ້ງ​​ຢ່າງ​ໂປ່ງ​ໃສ, ປະ​ສິດ​ທິ​ຜົນ​ກວ່າ.”

        ຈຸດ​ໝາຍ​ຂອງບັ້ນ​ຂົນ​ຂວາຍ“ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ”​ ຮອດ​ປີ 2020 ຈະ​ມີ 90% ຈຳ​ນວນ​ຜູ້​ໃຊ້​ສອຍ ຫວຽດ​ນາມ ບຸ​ລິມ​ະ​ສິດ​ຊົມ​ໃຊ້​ສິ​ນ​ຄ້າ​ຜະ​ລິດ​ພາຍ​ໃນ​ປະ​ເທດ; 90% ຈຳ​ນວນ​ຕາ​ແສງ ຢູ່ ຊົນ​ນະ​ບົດ, ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກ​ຫລີກ ມີ​ຮ້ານ​ຂາ​ຍ​ສິນ​ຄ້າ ຫວຽດ​ນາມ ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຊື້​ສິນ​ຄ້າ​ຂອງ​ປະ​ຊາ​ຊົນ. ສິ່ງ​ດັ່ງ​ກ່າວ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​​ມີ​ການປ່ຽນ​ແປງ​ຢ່າງບໍ່​ຢຸດຢັ້ງ, ຍົກ​ສູງ​ຄຸນ​ນະ​ພາບ, ກຳ​ລັງ​ແກ້ງ​ແຍ້ງເພື່ອ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ກາຍ​ເປັນ​ການ​ເລືອກ​ເຟັ້ນ​​ຕົ້ນ​ຕໍ​ຂອງ ຊາວ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ