ປ່ຽນໃໝ່ລະບອບລະ​ບຽບ​ການ,ສ້າງເງື່ອນໄຂໃຫ້ເສດຖະກິດພາກເອກະຊົນພັດທະນາ

(vovworld) - ປະ​ຈຸ​ບັນ, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ປະ​ມານ 500.000 ແຫ່ງ ທີ່​ພວມ​ເຄື່ອນ​ໄຫວ ແລະ ສ້າງ 1,2 ລ້ານ ວຽກ​ງານເຮັດ​ງານ​ທຳ, ດ້ວ​ຍ 51% ກຳ​ລັງ​ແຮງ​ງານ​ທົ່ວ​ປະ​ເທດ. ລັດ​ຖະ​ບານ​ຫວຽດ​ນາມ ໄດ້ກຳນົດ​ບົດ​ບາດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ກໍ​ແມ່ນ​ພາກ​ສ່ວ​ນ​ສຳ​ຄັນໃນ​ການ​ປ່ຽນ​ໃໝ່​ລະ​ບອບ​​ລະ​ບຽບ​ການເສດ​ຖະ​ກິດ​ຂອງປະ​ເທດ​. ຍ້ອນ​ເຫດນັ້ນ, ຫວຽດ​ນາມ ໄດ້​ກຳນົດ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ, ກົນ​ໄກສະ​ດວກ​ສະ​ບາຍເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ໃນ​ເງື່ອນ​ໄຂປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​. ບົດ​ຂຽນ “ປ່ຽນ​ໃໝ່​ລະ​ບອບລະ​ບຽບ​ການ​, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາ” ຂອງ ວ​ູ​ຢຸງ, ນັກ​ຂ່າ​ວ VOV.


ປ່ຽນໃໝ່ລະບອບລະ​ບຽບ​ການ,ສ້າງເງື່ອນໄຂໃຫ້ເສດຖະກິດພາກເອກະຊົນພັດທະນາ - ảnh 1
ການ​ພົບ​ປະ​ກັບວິ​ສາ​ຫະ​ກິດ​ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະ​ກິດ​ຫວຽດ​ນາມ
 - ກຳ​ລັງໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ” 
(ພາບ: dangcongsan.vn)

ວິສາ​ຫະ​ກິດ​ພາກ​ເອ​ກະ​ຊົນໄດ​້​ປະ​ກອບກວ່າ 40% ຍອດຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ແລະ ​ນຳ​ໜ້າ​ໃນ​ການ​ພັດ​ທະ​ນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ວິສາ​ຫະ​ກິດ​ພາກ​ເອ​ກະ​ຊົນພວມ​ພັດ​ທະ​ນາ​ດ້​ວຍ​ລະ​ດັບ​ໄວ​ວາ ເຖິງ​ວ່າ​ຈະຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື: ການ​ຂາດ​ບັນ​ດາ​ແຫຼ່ງ​ໜູນ​ຊ່ວຍ​ຮັບ​ໃຊ້​ໃຫ້​ແກ່​ການ​ປ່ຽນ​ໃໝ່​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ, ບັນ​ດາ​ນະ​ໂຍ​ບາຍ ແລະ ໂຄງ​ການ​ໜູນ​ຊ່ວຍ ພ້​ອມ​ກັບບັນ​ດາ​ຂໍ້​ຈຳ​ກັດ​ໃນ​ການ​ສຳ​ພັດ​ກັບ​ບັນ​ດາ​ການ​ບໍ​ລິ​ການ​ການ​ເງິນ. ທ່ານ ວ​ູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອ​ງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ, ລັດ​ຖະ​ບານ ຕ້ອງ​ປະ​ກາ​ດ​​ໃຊ້ມະ​ຕິ​ກ່ຽ​ວ​ກັບ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊ​າດພັດ​ທະ​ນາ​ວິ​ສາ​ຫະ​ກິດ. ພ້ອມ​ທັງ​ປ່ຽນ​ໃໝ່​ຈ​ິນ​ຕະ​ນາ​ການ​ກົງ​ຈັກ​ບໍ​ລິ​ຫານ​ຢູ່​ຂັ້ນ​ສູງ​ກາງ ແລະ ທ້ອງ​ຖິ່ນ​ຢ່າງ​ຮອບ​ດ້ານ.ເພື່ອ​ປະ​ຕິ​ບັດ​ຈິ​ດ​ໃຈອຳ​ນາດ​ການ​ປົກ​ຄອງ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຢ່າງ​ຄົບ​ຖ້ວນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ກໍ​ຖື​ວ່າ: ຕ້ອງ​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊ​ີບ, ສ້າງວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໃຫ້ພັດ​ທະ​ນາ​ຢ່າງ​ໄວ ແລະ ໝັ້ນ​ຄົງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ບັນ​ດາລັດ​ຖະ​ນະ​ໂຍ​ບາຍເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ.

 “ລັດ​ຖະ​ບານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ສະ​ດວກທີ່​ສຸດ​ໃຫ້​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ, ທຸກ​ຮູບ​ແບບ​ວິ​ສາ​ຫະ​ກິດ, ທຸກພາກສ່ວນ​ເສດຖະກິດ​ຂອງ​ຕະຫຼາດ, ມີ​ເງື່ອນ​ໄຂ​ສະ​ເໝີ​ພາບ, ແກ່​ງ​ແຍ້ງ​ຢ່າງຍຸຕິ​ທຳເຊິ່ງ​ກັນ ແລະ ກັນ​ຕາມ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ​ກໍ​ພວມ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຂະ​ໜາດ​ນ້ອຍ ແລະ ກາງ ເພື່ອ​ສາ​ມາດ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພາກ​ເອກ​ຊົນ, ຂະ​ໜາດ​ນ້ອຍ ແລະ ກາງຂອງ​ຫວຽດ​ນາມ ຕາມ​ບັນ​ດາ​ຫຼັກ​ການ​ຂອ​ງ​​ເສດ​ຖະ​ກິດ​ການ​ຕະ​ຫຼາດ ​ໂດຍບໍ່​ຈຳ​ແນກການປະ​ພຶດ ແລະ ເໝາະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ”.

ທີ່​ການ​ພົບ​ປະ​ກັບວິ​ສາ​ຫະ​ກິດ​ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະ​ກິດ​ຫວຽດ​ນາມ - ກຳ​ລັງໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ” ທີ່​ຫາ​ກໍ​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ​,  ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດ​ີນ​ທາງ​ ແລະ ພ້ອມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນໃຫ້​ຄຳ​ໝັ້ນ​ສັນ​ຍາ ແກ້​ໄຂບັນ​ດາ​ລະ​ບ​ຽບ​ການ​​​ດຳ​ເນີນກິດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ. ກະຊວງ​ການ​ເງິນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານຖອນ​ເວ​ລາ​ແຈ້ງພາສີ, ເສຍ​ພາ​ສີ, ​​ສົ່ງ​ພາ​ສີ​ຄືນ, ​ເຮັດ​ລະ​ບ​ຽບ​ການ​ພາ​ສີ​ຜ່ານ​ຊາຍ​ແດນ. ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ອຸ​ສາ​ຫະ​ກຳ​ການ​ຄ້າ​ກໍ​ຢືນ​ຢັນ​ຊຸກ​ຍູ້ການ​ປະ​ຕິ​ຮູບ​ລະບ​ຽບ​ການ​ບໍ​ລິ​ຫານ, ຮັບ​ປະ​ກັນ​ສ້າງ​ຄວາມ​ສະ​ດວກ, ສິດ​ເສ​ລີ​ໃຫ້​ວິ​ສາ​ຫະ​ກິດ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ; ທະ​ນາ​ຄານ​ແຫ່ງ​ລັດ​ໃຫ້​ຄຳ​ໝັ້​ນ​ສັ​ນ​ຍາໜູນ​ຊ່ວຍ​ທຶນ​, ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ປະ​ຢັດ​ລາຍ​ຈ່າຍ, ປັບ​ປຸງອັດຕາດອກ​ເບ້ຍ​ໃຫ້​ກູ້​ຢືມ​ໄລ​ຍະ​ກາງ ແລະ ​ໄລຍະຍາວ​ຢູ່​ໃນ​ລະ​ດັບ​ເໝາະ​ສົມ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ບັນ​ດາ​ອົງ​ການ​ກ່ຽວຂ້ງຕ້ອງ​ຖື​ປະ​ຊາ​ຊົນ, ວ​ິ​ສາ​ຫະ​ກິດ​ເປັນ​ເປົ້າ​ໝາຍ​ເພື່ອ​ຮັບ​ໃຊ້, ລັດຮັບ​ເອົາ​ຄວາມ​ຫຍຸ້ງ​ຍາກ ແລະ ຕ້ອງ​ມີນະ​ໂຍ​ບາຍສະ​ເພາະ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃຫ້​ພັດ​ທະ​ນາ.

        “ວິ​ສາ​ຫ​ະ​ກິດ​ມີບົດ​ບາ​ດ​ສຳ​ຄັນໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ຮັບຂອງ​ສັງ​ຄົມ, ປຸ​ກ​ລູກ​ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຕ້ອງ​ມີ​ນະ​ໂຍ​ບາຍໜູນ​ຊ່ວຍ​ສະ​ເພາະ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ. ມີ​ພຽງ 1,8% ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ, 2% ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່, ສ່ວນ 96% ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ. ທີ່ກອງ​ປະ​ຊຸມນີ້, ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ, ແນວ​ທາງ​ຂອງ​ພັກ, ລັດ​ ແມ່ນ​ຖື​​ວິ​ສາ​ຫະ​ກິດ​ພາກ​ເອ​ກ​ຊົນ​ແມ່ນ​ກຳ​ລັງ​ໜູນ​​ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ. ຄຽງ​ຂ້າງນັ້ນ, ສະ​ກັດ​ກັ້ນ​ການ​ຫັນ​ບັນ​ດາ​ການ​ພົວ​ພັນ​ດ້ານເສດ​ຖະ​ກິດ​​ເປັນ​ອາຍາຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ສ້າງ​ຄວາມ​ໄ​ວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ວິ​ສາ​ຫະ​ກິດ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽ​ວ​ຂ້ອງ​ເຖິງ​ການ​ປະ​ຕິ​ຮູບ​ລະ​ບ​ຽບ​ການ​ບໍ​ລິ​ຫານ​ຢ່າງ​ໄວ, ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນດານັກ​ລົງ​ທຶນ, ວິ​ສາ​ຫະ​ກິດ.

        “ສືບ​ຕໍ່​ຍູ້​ແຮງ,  ສ້າງ​, ປັບປຸງລະ​ບອບ, ສະພາບ​ແວດ​ລ້ອມ​ແຫ່ງການ​ລົງ​ທຶນ​ຢ່າງ​ສະດວກ​ສະບາຍໃຫ້​ບັນ​ດາ​ນັກ​ລົງ​ທຶນ ແລະ ວິ​ສາ​ຫະ​ກິດ, ກ່ອນ​ອື່ນ​ໝົດ​ແມ່ນກວດ​ກາ​ຄືນແກ້​ໄຂ​​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ບໍ່​ທັນເໝາະ​ສົມ​ລະຫວ່າງກົດ​ໝາຍ​ວ່າ​ດ້ານ​ການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງຢ່າງ​ເຖິງ​ຖອງ. ສຸມ​ໃສ່​ສ້າງ​ກົ​ດໝາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ທີ່​ກ່ຽວ​ຂ້ອງ​ເຖິງ​ລະ​ບຽບ​ການ​ລົງ​ທຶນ, ຈົດ​ທະ​ບ​ຽນ​ວິ​ສາ​ຫະ​ກິດ​, ໂດຍ​ສະ​ເພາະ​ແມ່ນສຳ​ລັບນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ບັນ​ຫາ​ໜຶ່ງ​ອີນນັ້ນ​ແມ່ນ ຊຸກ​ຍູ້​ຈິດ​ໃຈ​ເດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ແຮງ ດ້ວຍ​ຫຼາຍ​ຮູບ​ການເຊິ່ງ​ລັດ ແລະ ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່. ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ເຂົ້າ​ບັນ​ດາວ​ະ​ສາ​ຫະ​ກິດ​​ດຳ​ເນີນ​ອາ​ຊີບ”.

        ເອ​ກະ​ສານກອງ​ປ​ະ​ຊຸມ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 12 ໄດ້​ກຳນົດ​ບົດ​ບາດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊອງ​ພື້ນ​ຖານ​ເສດ​ຖະ​ກິດ. ພ້ອມ​ທັງ​ຢືນ​ຢັນ​ວ່າ ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​​ວິ​ສາ​ຫ​ະ​ກິດ​ພາກ​ເອ​ກະ​ຊົນຢ່າງ​ແຮງ ເພື່ອ​ສ້າງ​ກຳ​ລັງ​ໜູນ​ຍົກ​ສູງ​ກຳລັງແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ດ້ວຍ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ຄື​ປະ​ຈຸ​ບັນ, ວິ​ສາ​ຫະ​ກິດ​ພາກ​ເອກ​ຊົນ​ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ມີ​ລະ​ບອບ​​ເສດ​ຖະ​ກິດ​ທີ່ມີ​ໄຫວ​ພິບ, ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິ​ດ​ຕະ​ພັນ ກ​ໍ​ຄືກຳ​ລັງ​ແກ່ງ​ແຍ້ງ​ໃຫ້​ວິ​ສາ​ຫ​ະ​ກິດ​​ໃນ​ຕະ​ຫຼ​າດ​ສາ​ກົນ.


ຂ່າວ/ບົດ​ອື່ນ