ຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຜ່ານບັນດາຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ

(VOVWORLD) - ໄລຍະຜ່ານມາ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸລະດັບເຕີບໂຕດີ, ເປັນຕົ້ນກ່ຽວກັບຄຸນນະພາບ, ກາຍເປັນຈຸດເດັ່ນໃນການເຄື່ອນໄຫວສົ່ງອອກ. ພິເສດ ປະເພດສິນຄ້າຜະລິດຕະພັນກະເສດນີ້ ໄດ້ປະສົບຜົນສຳເລັດໃນການສຳຜັດກັບຫລາຍຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ, ເຊິ່ງເປັນການຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ເທື່ອລະກ້າວ.

ຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຜ່ານບັນດາຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ - ảnh 1ປີ 2020 ຍອດວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 3 ຕື້ USD

ປີ 2020 ຍອດວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 3 ຕື້ USD, ໃນນັ້ນ ມີໃບສັ່ງຊຶ້ສິນຄ້າຫລາຍໃບບັນລຸລະດັບສູງກວ່າ ແຕ່ 680 USD – 1000 USD/ໂຕນ. ກ້າວເຂົ້າສູ່ປີ 2021, ການເຄື່ອນໄຫວສົ່ງອອກເຂົ້າສານສືບຕໍ່ຮັກສາໄດ້ເປັນຢ່າງດີ, ຕົວຢ່າງຄື: ການສົ່ງອອກງວດເຂົ້າສານ 1.600ໂຕນ ໄປຍັງຕະຫລາດ ສິງກະໂປ ແລະ ມາເລເຊຍ ຢ່າງສຳເລັດຜົນ ດ້ວຍລາຄາສູງ 680-740 USD/ ໂຕນ ເມື່ອວັນທີ 31 ມັງກອນ.

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸມູນຄ່າສູງສຸດໃນ 10 ປີມານີ້ ແມ່ນໝາກຜົນຂອງວິວັດການປ່ຽນແປງຈີນຕະນາການໃນການຜະລິດ, ສຸມໃສ່ເຂົ້າແນວພັນທີ່ມີຄຸນນະພາບສູງ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດເຄັ່ງຄັດທາງດ້ານຄຸນນະພາບຄື: ອາເມລິກາ, ອີຢູ, ຍີ່ປຸ່ນ… ສະຫະສະມາຄົມສະບຽງອາຫານຫວຽດນາມ ກໍ່ຖືວ່າ ລາຄາເຂົ້າສານຫວຽດນາມ ສູງກວ່າເມື່ອທຽບໃສ່ເຂົ້າສານຂອງໄທໃນໄລຍະຜ່ານມາ ຍ້ອນວ່າ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງອົງປະກອບແນວພັນເຂົ້າ.

ນີ້ແມ່ນສັນຍານທີ່ເປັນຫນ້າຊຶ່ນຊົມສຳລັບຊາວກະສິກອນ, ວິສາຫະກິດ ແລະ ບັນດາທ້ອງຖິ່ນ. ທ່ານ ຫງວຽນຈູງກຽນ, ຮອງປະທານ ທັງເປັນເລຂານຸການສະຫະສະມາຄົມສະບຽງອາຫານຫວຽດນາມ (VFA) ໃຫ້ຂໍ້ສັງເກດວ່າ:

 “ຕາມອົງປະກອບແນວພັນເຂົ້າ ຫວຽດນາມ ແມ່ນພວກເຮົາສືບຕໍ່ສົ່ງເຂົ້າຕະຫລາດທຳມະດາ ແລະ ຕະຫລາດທີ່ຕ້ອງການຄຸນນະພາບສູງ. ນີ້ແມ່ນທ່າໄດ້ປຽບ ຊຶ່ງຫວຽດນາມ ພວມມີທ່າແຮງເມື່ອທຽບໃສ່ກັບບັນດາປະເທດອ້ອມຂ້າງ. ທີຫນຶ່ງ ແຫ່ລງແນວພັນເຂົ້າມີຄຸນນະພາບສູງແມ່ນມີຫລາຍຮູບແບບ, ຫລາຍຊະນິດ ສາມາດແກ່ງແຍ້ງ ແລະ ຕອບສະຫນອງຕາມຄວາມນິຍົມ ຄວາມຕ້ອງການຂອງຕະຫລາດໄດ້”

ຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຜ່ານບັນດາຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ - ảnh 2ທ່ານ ຮີ່ງວັນທ່ອນ ປະທານ ສະພາບໍລິຫານກຸ່ມບໍລິສັດ ລົກເຈີ່ຍ
ພາບ:baodautu

  ທ່ານ ຮີ່ງວັນທ່ອນ, ປະທານ ສະພາບໍລິຫານກຸ່ມບໍລິສັດ ລົກເຈີ່ຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ ກຸ່ມບໍລິສັດພວກຂ້າພະເຈົ້າໄດ້ຜັນຂະຫຍາຍການຜະລິດເຂົ້າແບບຍືນຍົງຕາມມາດຕະຖານສາກົນ (SRP). ນີ້ແມ່ນປະມວນມາດຕະຖານທຳອິດໃນໂລກກ່ຽວກັບການຜະລິດເຂົ້າສານແບບຍືນຍົງ ໂດຍມີມາດຖານເນັ້ນຫນັກເຖິງປັດໄຈເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ປະຈຸບັນ ທົ່ວເຂດຜະລິດເຂົ້າສານຂອງກຸ່ມບໍລິສັດແມ່ນລວມມີເນື້ອທີ່ເກືອບ 12.000 ເຮັກຕາ ລ້ວນແຕ່ທຳການຜະລິດຕາມມາດຕະຖານ SRP. ຮູບແບບນີ້ໄດ້ຊ່ວຍໃຫ້ຊາວກະສິກອນຫລຸດຜ່ອນລາຍຈ່າຍລົງທຶນສຳລັບຢາປາບສັດຕູພືດປະມານ 15%,  ອັນໄດ້ປະກອບສ່ວນຮັກສາສຸຂະພາບຂອງຊາວກະສິກອນ ແລະ ປົກປັກຮັກສາສິ່ງແວດລ້ອມນຳອີກ.

ຍ້ອນມີຄວາມເອົາໃຈໃສ່ເຖິງຄຸນນະພາບເມັດເຂົ້າສານ, ໃນປີຜ່ານມາ ກຸ່ມບໍລິສັດໄດ້ສົ່ງເຂົ້າສານ 126 ໂຕນ ໄປຍັງຕະຫລາດເອີລົບ. ນີ້ແມ່ນງວດເຂົ້າຫອມທຳອິດທີ່ສົ່ງໄປຂາຍຢູ່ເອີລົບ ຕາມສັນຍາການຄ້າເສລີ ຫວຽດນາມ - ອີຢູ(EVFTA) ເຊິ່ງມີຜົນສັກສິດນັບແຕ່ເດືອນ ສິງຫາ ປີ 2020. ທ່ານ ຮີ່ງວັນທ່ອນ ຕີລາຄາວ່າ:

 “ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ຊາວກະສິກອນພວກເຮົາ ພ້ອມກັບບັນດາວິສາຫະກິດ ໄດ້ມີຄວາມສາມາດຜະລິດເຂົ້າສານບັນລຸບັນດາມາດຕະຖານທີ່ເຄັ່ງຂັດຂອງ ເອີລົບ. ນີ້ແມ່ນປະຖົມປັດໄຈເພື່ອສ້າງອົງປະກອບພື້ນຖານຜະລິດເຂົ້າສານຂອງຕົນຄືນໃຫມ່ ກໍ່ຄື ຍົກສູງຄຸນນະພາບສິນຄ້າ”

ຕາມທ່ານ ເລກວັກແຢງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ການສົ່ງອອກເຂົ້າສານທີ່ມີຄຸນນະພາບສູງ ພວມຢືນຢູ່ຕໍ່ຫນ້າກາລະໂອກາດໃຫຍ່ເມື່ອຄວາມຕ້ອງການຂອງຕະຫລາດແມ່ນສູງທີ່ສຸດ. ສະນັ້ນ ບັນດາທ້ອງຖິ່ນ, ວິສາຫະກິດ, ປະຊາຊົນ ຄວນສຸມໃສ່ພັດທະນາບັນດາຜະລິດຕະພັນປອດສານພິດ ທັງນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດ ທັງຮັບປະກັນຄວາມເປັນມິດກັບສິ່ງແວດລ້ອມ. ນອກນັ້ນ ກໍຄວນເພີ່ມທະວີການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ, ວຽກເຮັດງານທຳ ແລະ ເປັນຕົ້ນແມ່ນຍາດແຍ່ງບັນດາບຸລິມະສິດພາສີ ຍ້ອນມີບັນດາສັນຍາການຄ້າເສລີສຳລັບບັນດາປະເພດສິນຄ້າຜະລິດຕະພັນກະເສດ. ທ່ານ ຮອງລັດຖະມົນຕີ ເລກວັກແຢງ ຢືນຢັນວ່າ:

“ໝວດສິນຄ້າເຂົ້າສານສືບຕໍ່ມີສັນຍານດີຂຶ້ນ, ຕັ້ງຫນ້າ. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ປູກເຂົ້າໃນເນື້ອທີ່ກວ່າ 1,5 ລ້ານເຮັກຕາ ແລະ ເຂົ້າພວມເຕີບໂຕດີ, ອົງປະກອບແນວພັນເຂົ້າສືບຕໍ່ໄດ້ຮັບການປັບປຸງ, ມາຮອດປະຈຸບັນ 85% ແມ່ນເຂົ້າມີຄຸນນະພາບສູງ, ເຂົ້າຫອມ. ປະຈຸບັນ ຄວາມຕ້ອງການນຳເຂົ້າຂອງບັນດາປະເທດສືບຕໍ່ເພີ່ມຂຶ້ນ, ລາຄາເຂົ້າສົ່ງອອກແມ່ນສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ.”

ພວກເຮົາມີຄວາມເຊື່ອໝັ້ນວ່າ ດ້ວຍທິດກ້າວເດີນ ແລະ ວິທີປະຕິບັດອັນຖືກຕ້ອງຂອງຊາວກະສິກອນ, ວິສາຫະກິດ ແລະ ອົງການຄຸ້ມຄອງນັ້ນ, ເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຈະນັບມື້ນັບໄດ້ຮັບການຢັ້ງຢືນ, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາຂອງຂະແຫນງກະສິກຳ ແລະ ທັງພື້ນຖານເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ