ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຢູ່ຕະຫລາດເຊັກໂກ


(vovworld)- ການ​ພົວ​ພັນ​ດ້ານ​ກາ​ນ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ເຊັກ​ໂກ​  ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ, ເປັນ​ຕົ້ນ ​ແຕ່​ປີ 2012, ເມື່ອ​ ເຊັກ​ ເລືອກ​ເຟັ້ນ ຫວຽດ​ນາມ ເຂົ້າ​ບັນ​ຊີ​ລາຍ​ຊື່​ 12 ຕະ​ຫລາດບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ສົ່ງ​ອອກ​ແຫ່ງ​ຊາດ​ປີ 2012-2020. ວິ​ສາ​ຫະ​ກິດ 2 ປະ​ເທດ ພວມ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ເກີບ​ຫນັງ.

ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຢູ່ຕະຫລາດເຊັກໂກ  - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ເຊັກ​ໂກ​ລົງ​ທຶນ​ຢູ່​ຫວຽດ​ນາມ
ພາບ:TTXVN

        ການ​ພົວ​ພັນ​​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ສ ເຊັກ​ໂກ ພັດ​ທະ​ນາ​ຢ່າງ​ແຮງ. ໃນ​ໄລ​ຍະ 5 ປີມໍ່ໆ​ມານີ້, ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ 2 ສົ້ນ ລະ​ຫວ່າງ​ສອງ​ປະ​ເທດ ແມ່ນ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ ກ່ຽວ​ກັບ​ມູນ​ຄ່າ. ປີ 2014, ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າລະ​ຫວ່າງ ຫວຽດ​ນາມ ແລະ ເຊັກ​ໂກ ບັນ​ລຸ 652 ລ້ານ USD, ໃນ​ນັ້ນ ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ເຊັກ​ໂກ ​​​ເຂົ້າ ຫວຽດ​ນາມ ບັນ​ລຸ 85 ລ້ານ USD ແລະ ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ ເຊັກ​ໂກ ຈາກ ຫວຽດ​ນາມ ແມ່ນ 567 ລ້ານ USD. ໄລ່​ມາ​ຮອດ​ປະ​ຈຸ​ບັນ,  ສ​ເຊັກ ມີ 36 ໂຄງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ, ຢືນ​ອັນ​ດັບ​ທີ 42 ໃນ​ຍອດ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ເຊັກ​ໂກ ເຄີຍ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ​ອຸ​ປະ​ຖຳ​ໃຫ້​ຫວຽດ​ນາມ ແລະ ແມ່ນ​ປະ​ເທດ ເອີ​ລົ​ບ​ຕາ​ເວັນ​ອອກ​ທຳ​ອິດ ສະ​ຫນອງ​ທຶນ ODA ​ໃຫ້​ຫວຽດ​ນາມຢ່າງ​ລຽນ​ຕິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ແລະ ການຮ່ວມ​ມື​ນັບ​ມື້​ນັບ​ແຂງ​ແຮງ ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ໄລ​ຍະ​ຜ່ານ​ມາ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ທ່ານ ເຈືອງ​ແມ້ງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຊັກ​ໂກ ຖື​ວ່າ: ພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດ ມີ​ຫລາຍ​ຈຸດ​ເພີ່ມ​ເຕີມ​ໃຫ້​ກັນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ. ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເຊັກ ແລະ ກະ​ຊວງ​ອຸ​ດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ຄວນ​ເພີ່ມ​ທະ​ວີ​ການ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ຫນູນ​ຊ່ວຍ​ການ​ເຊື່ອມ​ຈອດ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ຫລື​ຫນູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ ເຊັກ​ໂກ ມາ​ດຳ​ເນີນ​ທຸ​ລະ​ກິດ​, ຮ່ວມ​ທຸ​ລະ​ກິດ, ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​ທຸ​ລະ​ກິດ​ຂາ​ອອກ​ຂາ​ເຂົ້າ ຫລື ຜັນ​ຂະ​ຫຍາຍ​ໂຄງ​ການ, ສ້າງ​ຕັ້ງ​ໂ​ຮງ​ງານ​ຜະ​ລິດຢູ່​ຫວຽດ​ນາມ. ດ້ານ​ອື່ນ, ສຳ​ລັບ​ຫວຽດ​ນາມ, ເຊັກ​ໂກ ມີ​ບົດ​ບາດ​ທີ່​ຕັ້ງ​ແມ່ນ​ປະ​ຕູ​ສຳ​ຄັນ​ໃນ​ປະ​ຊາ​ຄົມ ເອີ​ລົບ, ເພາະ​ສະ​ນັ້ນ ເຊັກ​ໂກ ແມ່ນ​ການ​ເລືອກ​ເຟັ້ນ​ຕົ້ນ​ຕໍ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​​ຂອງ​ຫວຽດ​ນາມ​ຫລາຍແຫ່ງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ເກີບ​ຫນັງ, ຕ່ຳ​ແຜ່ນ​ຕັດ​ຫຍິບ, ສ​ຳ​ພັດ​ກັບ​ຕະ​ຫລາດ ອີ​ຢູ. ທ່ານ ເລ​ຮົ່ງ​ທັງ, ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່າ​ໂນ້ຍ ຖື​ວ່າ:

        “ສົ່ງ​ເສີມ​ດ້ານ​ການ​ຄ້າ​ເຂົ້າ​ຕະ​ຫລາດ​ເດີມ​ຄື: ເອີ​ລົບ​ຕາ​ເວັນ​ອອກ​ຄິດ​ວ່າ ແມ່ນ​ເກົ່າ​ແລ້ວ ແຕ່​ພັດ​ແມ່ນ​ໃຫມ່​ອ່ຽມ ເພາະ​ວ່າ ນີ້​ແມ່ນ​ປະ​ຕູ​ເພື່ອ​ໃຫ້​ພວກ​ເຮົາ​ແຊກ​ຊືມ​ເຂົ້າ ອີ​ຢູ ຢ່າງ​ໃກ້​ສຸດ. ເພາະ ຢູ່ ເຊັກ​ໂກ ດ້ວຍ​ກຸ່ມ​ຫນຶ່ງ​ລວ​ມ​ມີ 4 ປະ​ເທດ ແລະ ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ 6 ປະ​ເທດ​ນອນ​ໃນ ອີ​ຢູ ຊື່ງ​ແມ່ນ​ຕະ​ຫລາດ​ມ​ີ​ພົນ​ລ​ະ​ເມືອງ 90 ລ້ານ​ຄົນ ແລະ ຕະ​ຫລາດນີ້​ແມ່ນ​ເໝາະ​ສົມ​ກັບ​ຄຸນ​ນະ​ພາບ, ລາ​ຄາ ​ຂອງ​ສິນ​ຄ້າ​ຫວຽດ​ນາມ.”

        ທ່ານ ເລ​ຮົ່ງທັງ ກໍ​ຖື​ວ່າ: ຫນຶ່ງ​ໃນ​ບັນ​ດາ​ຄວາມ​ສະ​ດວກ​ສຳ​ລັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເມື່ອ​ແຊກ​ຊືມ​ຕະ​ຫລາດນີ້ ນັ້ນ​ແມ່ນ​ຜູ້​ໃຊ້​ສອຍ​ຢູ່ ເຊັກ​ໂກ, ຮຸງ​ກາ​ຣີ, ອົດ​ຕະ​ລິດ ຫລື ໂປ​ໂລຍ ​ທີ່ເຄີຍ​ນຳ​ໃຊ້​ເຄື່ອງ​ໝາຍ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫລື ເກີບ​ຫນັງຂອງ​ຫວຽດ​ນາມ. ໄລ​ຍະ​ຜ່ານ​ມາ, ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າດັ່ງ​ກ່າວ ລ້ວນ​ແຕ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ນັບ​ທັງ​ຄຸນ​ນະ​ພາບ, ຮູບ​ແບບ ແລະ ລາ​ຄາ​ຢູ່​ໃນ​ລະ​ດັບ​ສູງກວ່າ​ເມື່ອ​ທຽບ​ໃສ່​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ປະ​ເພດ​ດຽວ​ກັນ​ຂອງ​ປະ​ເທດ​ອື່ນ​ຈຳ​ນວນ​ຫນຶ່ງ​ໃນ​ພາກ​ພື້ນ. ເພາະ​ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ ແລະ ສະ​ຫະ​ສະ​ມາ​ຄົມ​ຂະ​ແຫນງ​ສິນ​ຄ້າ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ສິນ​ຄ້າ​ຫວຽດ​ນາມ ຈະ​ຍາດໄດ້​ທີ່​ຕັ້ງຢ່າງ​ໝັ້​ນ​ແກ່ນ​ຢູ່ ສ​ ເຊັກ​ໂກ. ທ່ານ​ນາງ ເຈີນ​ທິ​ມີງ​ທື, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ ສະ​ມາ​ຄົມ​ເກີບ​ຫນັງ ຮ່າ​ໂນ້ຍ ຢືນ​ຢັນ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສາ​ມາດ​ແກ້ງ​ແຍ້ງ ແລະ ຍາດ​ໄດ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ໃຊ້​ສອຍ ສ​ ເຊັກ​ໂກ.

        “ສຳ​ລັບ​ວິ​ສາ​ຫະ​ກິດ​ຜະ​ລິດ​ເກີບ​ຫນັງ​ຂອງ​ຫວຽດ​ນາມ ເວົ້າ​ລວມ ແລະ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ຄວາມ​ສາ​ມາດ​ຜະ​ລິດ, ຊື້​ວັດ​ຖຸ​ເຄິ່ງ​ສຳ​ເລັດ​ຮູບ​ຍັງ​ຈຳ​ກັດ​ຢູ່ ແລະ ເວ​ລານັ້ນ ຕ້ອງ​ແກ້ງ​ແຍ້ງ​ກັບ​ຫລາຍ​ຕະ​ຫລາດກວ່າ. ຖ້າ​ຫາກ​ສັງ​ເກດ​ຜະ​ລິດ​ຕະ​ພັນ​ຂອງ​ຄູ່​ແຂງ​ພວມ​ເຮັດ​ທຸ​ລະ​ກິດ​ຢູ່ ສ​ ເຊັກ​ໂກ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້​ນ​ດ້ວຍ​ຕົນ​ເອງ ເພື່ອ​ແຊກ​ຊືມເຂົ້າຕ​ະ​ຫລາດ​ ສ​ ເຊັກ​ໂກ ເພື່ອ​ສາ​ມາດ​ແກ້ງ​ແຍ້ງ​ກັບ​ເຂົາ​ເຈົ້າ ກໍ​ຄື​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ປະ​ຈຸ​ບັນ ຢູ່ ສ ເຊັກ​ໂກ ມີ​ຊາວ​ຫວຽດ​ນາມ ປະ​ມານ 60.000 ຄົນ ພວມ​ດຳ​ລົງ​ຊີ​ວິດ ແລະ ວັນ​ທີ 3/7/2013, ລັດ​ຖະ​ບານ ເຊັກ​ໂກ ໄດ້​ຕົກ​ລົງ​ເພີ່ມ​ເຕີມ​ ​ຜູ້​ຕາງ​ຫນ້າ​ຊາວ​ ເຊັກ​ໂກ ເສື້ອ​ຊາດ​ຫວຽດ​ນາມ ເຂົ້າ​ສະ​ພາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຜ່ານນັ້ນ ຮັບ​ຮູ້​ການ​ຄົງ​ຕົວ​ຂອງ​ຊາວ ເຊັກ​ໂກ ເຊື້ອ​ຊາດ​ຫວຽດ​ນາມ ຄື​ດັ່ງ​ ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຢູ່ ເຊັກ​ໂກ. ນີ້​ກໍ​ແມ່ນ​ປັດ​ໄຈ​ສະ​ດວກ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຊອກ​ຫາ, ເປີດກວ້າງ​ຕະ​ຫລາດ, ບໍ່​ພຽງ​ແຕ່​ສຳ​ລັບ ເຊັກ​ໂກ ​ເທົ່າ​ນັ້ນ ຫາກ​ຂະ​ຫຍາຍ​ອອກ​ສູ່​ຫລາຍ​ປະ​ເທດ​ໃນ​ເອີ​ລົບ ອີກ​ດ້ວຍ.  

ຕອບກັບ

ຂ່າວ/ບົດ​ອື່ນ