(vovworld) - ປີ 2015, ມີສັນຍາການຄ້າຫຼາຍສະບັບໄດ້ຮັບການລົງນາມ ແລະ ພວມຄ່ອຍໆມີຜົນສັກສິດ, ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ບື່ນຕົວອອກສູ່ຕະຫຼາດຕ່າງປະເທດ. ແຕ່ເຖິງຢ່າງໃດກໍຕາມ, ຕະຫຼາດແຕ່ລະແຫ່ງພັດມີຈຸດພິເສດສະເພາະ ຮຽກຮ້ອງໃຫ້ວິສາຫະກິດຕ້ອງເປັນເຈົ້າການຄົ້ນຄ້ວາຢ່າງລະອຽດເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ຢູ່ໃນລະດັບຕຳ່ສຸດ. ນັ້ນກໍແມ່ນເນື້ອໃນທີ່ໄດ້ຍົກອອກມາຢູ່ກອງປະຊຸມຂອງຜູ້ທີ່ປຶກສາດ້ານການຄ້າ 2016 ເຊິ່ງຫາກໍ່ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ບົດຂຽນ “ວິສາຫະກິດເປັນເຈົ້າການຊອກຫາຂໍ້ມູນກ່ຽວກັບຄູ່ຮ່ວມມືເມື່ອເຊື່ອມໂຍງ” ຂອງມີງແຫ້ງ, ນັກຂ່າວ VOV.
ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າ ຢູ່ ນະຄອນຫຼວງ ຮ່າໂນ້ຍ
(ພາບປະກອບຈາກ: VGP/Nhật Bắc) |
ໃນຊຸມປີມໍ່ໆມານີ້, ສິນຄ້າສົ່ງອອກຂອງ ຫວຽດນາມ ພວມເພີ່ມຂຶ້ນຢ່າງວ່ອງໄວ ບໍ່ພຽງແຕ່ກ່ຽວກັບດ້ານຈຳນວນ, ຫຼາຍຮູບຫຼາຍແບບເທົ່ານັ້ນ ຫາກຕະຫຼາດນັບມື້ນັບໄດ້ຮັບການເປີດກ້ວາງອີກດ້ວຍ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັນນັ້ນຍັງມີວິສາຫະກິດຫຼາຍແຫ່ງປະສົບກັບຄວາມສ່ຽງ, ເຊິ່ງສາຍເຫດຕົ້ນຕໍ່ແມ່ນຂາດແຫຼ່ງຂໍ້ມູນຂ່າວກ່ຽວກັບຕະຫຼາດ ຫຼື ບໍ່ທັນກຳແໜ້ນກ່ຽວກັບຂໍ້ກຳນົດ, ຮົ້ວກີດຂວາງດ້ານເຕັກນິກ, ພາສີ. ທີ່ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າ 2016, ທ່ານ ຟ້າມຮ່ວາງເລີມ, ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ຮືງເລີມ ຢູ່ແຂວງ ອານຢາງ, ເຊິ່ງແມ່ນບໍລິສັດສົ່ງອອກເຂົ້າສານໄດ້ເລົ່າໃຫ້ຟັງກ່ຽວກັບເລື່ອງວິສາຫະກິດຂອງທ່ານຖືກລໍ້ລວງຈົນເສຍເຂົ້າສານ 2000 ໂຕນ, ດ້ວຍມູນຄ່າກ່ວາ 1 ລ້ານ USD ຢູ່ຕະຫຼາດ Ghana. ທ່ານ ເລີມ ຖືວ່າ: ເມື່ອສົ່ງອອກເຂົ້າສານໄປຍັງຕະຫຼາດ ອາບຟຣີກາ, ວິສາຫະກິດຂອງ ທ່ານກໍ່ໄດ້ເປັນເຈົ້າການຊອກຮູ້ຕະຫຼາດ. ແຕ່ເຖິງຢ່າງໃດກໍຕາມ, ຖ້າຫາກໄດ້ຮັບການແນະນຳໃນເບື້ອງຕົ້ນຈາກອົງການທູດການຄ້າຢູ່ຕ່າງປະເທດ, ນັບແຕ່ຫົວທີເມື່ອມີແນວຄວາມຄິດສົ່ງອອກນັ້ນແມ່ນຈະດີກ່ວາຫຼາຍ. ທ່ານ ຟ້າມຮ່ວາງເລີມ, ໃຫ້ຮູ້ວ່າ:
“ໄລຍະຜ່ານມາ, ກະຊວງອຸດສາຫະກຳ - ການຄ້າໄດ້ໜູນຊ່ວຍວິສາຫະກິດກ່ຽວກັບການຊອກຮູ້, ຂຸດຄົ້ນຕະຫຼາດສົ່ງອອກກໍຄືສຳຫຼວດກ່ຽວກັບລູກຄ້າ. ຕາມປົກກະຕິແລ້ວ, ກ່ອນທີ່ພວກຂ້າພະເຈົ້າສົ່ງອອກສິນຄ້າ ກໍ່ຕ້ອງມີການສຳຫຼວດຜ່ານຫ້ອງການການຄ້າ, ຖ້າມີຄວາມປອດໄພພວກຂ້າພະເຈົ້າຈຶ່ງປະຕິບັດ. ໄລຍະຈະມາເຖິງ, ສະເໜີໃຫ້ອົງການທູດການຄ້າຂ້ຽວຂາດກ່ວາ, ຮຽງບ່າຮຽງໄຫຼ່ພ້ອມກັບວິສາຫະກິດເພື່ອຂຸດຄົ້ນ, ເປີດກ້ວາງຕະຫຼາດ ອາບຟຣີກາ ຍ້ອນວ່ານັ້ນແມ່ນຕະຫຼາດໃຫຍ່, ມີການລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ”
ຄວາມຈິງແລ້ວ, ຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດບໍ່ພຽງແຕ່ມີຂໍ້ມູນຂ່າວກ່ຽວກັບຕະຫຼາດເທົ່ານັ້ນ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ບັນດາທູດການຄ້າຢູ່ຕ່າງປະເທດຄວນເປັນເຈົ້າການໃນການສະໜອງຂໍ້ມູນຂ່າວ, ເພີ່ມທະວີກຳລັງໜູນຊ່ວຍໃຫ້ບັນດາວິສາຫະກິດ. ປະຈຸບັນ, ພາກສ່ວນທີ່ປຶກສາຂອງຫ້ອງການການຄ້າຢູ່ຕ່າງປະເທດຍັງຫນ້ອຍ, ໃນຂະນະທີ່ຄວາມຮຽກຮ້ອງໜູນຊ່ວຍຂອງວິສາຫະກິດຢູ່ພາຍໃນປະເທດນັບມື້ນັບຫຼາຍ. ທ່ານ ເຈີ່ນແທງດຶກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຕ່ຽນຢ່າງ, ເຊິ່ງເປັນທ້ອງຖິ່ນທີ່ມີວົງເງິນສົ່ງອອກຢື່ນອັນດັບ 2 ຢູ່ເຂດທົ່ງພຽງແມ່ນຳ້ຂອງ, ສະເໜີວ່າ:
“ແຕ່ລະປະເທດມີຜູ້ທີ່ປຶກສາດ້ານການຄ້າພຽງ 2, 3 ຄົນແມ່ນຫນ້ອຍຫຼາຍ. ດັ່ງນັ້ນ, ຄວນອີງໃສ່ແຕ່ລະຕະຫຼາດເພື່ອຊັບຊ້ອນຕື່ມອີກ. ຕົວຢ່າງຄືຕະຫຼາດ ອາເມລິກາ ຖ້າມີທີ່ປຶກສາດ້ານການຄ້າ 10 ຄົນກໍບໍ່ພໍ. ດັ່ງນັ້ນ, ຕາມຂ້າພະເຈົ້າແລ້ວ, ເລື່ອງເພີ່ມຈຳນວນຊັບພະຍາກອນມະນຸດໃຫ້ແກ່ການເຄື່ອນໄຫວນີ້ຢູ່ຕະຫຼາດຕ່າງໆແມ່ນຈຳເປັນທີ່ສຸດ.”
ຄວາມຈິງແລ້ວ, ປະຈຸບັນ, ມີວິສາຫະກິດຫຼາຍແຫ່ງພຽງແຕ່ກຳແໜ້ນຂໍ້ມູນຂ່າວແບບລວມໆເມື່ອສົ່ງອອກຕະຫຼາດໂລກຄື: ການຫຼຸດຜ່ອນພາສີ, ການຍຸບເລິກບັນດາຮົ້ວກີດຂວາງພາສີຄື: ໂຄຕ້າ, ໜັງສື, ອະນຸຍາດໃຫ້ສົ່ງອອກ - ນຳເຂົ້າ, ລົບລ້າງການໜູນຊ່ວຍ, ການເປີດປະຕູຕະຫຼາດ, ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງສະເໝີພາບສຳລັບວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດຜ່ານບັນດາກົດລະບຽບພິເສດ, ລະບອບປະພຶດຕໍ່ແຫ່ງຊາດໃນຂະນະທີ່ບໍ່ເອົາໃຈໃສ່ເຖິງການຊອກຮູ້ບັນດາຂໍ້ກຳນົດ, ຄຳຮຽກຮ້ອງລະອຽດຢູ່ບັນດາປະເທດປະຈຳຖິ່ນ. ເພື່ອຫຼຸດຜ່ອນຄວາມສ່ຽງ, ຕາມທ່ານ ຫງວຽນຈູງຢູ້ງ, ອັກຄະລັດຖະທູດ, ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ຍີ່ປຸ່ນ ແລ້ວ: ໄລຍະຈະມາເຖິງ, ບັນດາຜູ້ທີ່ປຶກສາດ້ານການຄ້າຈະມານະພະຍາຍາມກ່ວາອີກ, ເປັນເຈົ້າການກ່ວາເພື່ອຕອບສະໜອງຂໍ້ມູນຂ່າວ, ໜູນຊ່ວຍໃຫ້ບັນດາວິສາຫະກິດ, ແຕ່ບັນດາວິສາຫະກິດເອງກໍ່ຕ້ອງເປັນເຈົ້າການກຳແໜ້ນຕະຫຼາດ, ຍົກສູງລະດັບຢ່າງແທດຈິງ:
“ຂ້າພະເຈົ້າຢາກເນັ້ນໜັກຕື່ມອີກວ່າ, ທູດການຄ້າຈະຕ້ອງເປັນເຈົ້າການເພື່ອຄົ້ນຄ້ວາ, ເຈລະຈາ, ສົ່ງເສີມການຄ້າ ຫາກບໍ່ແມ່ນປະຕິບັດຕາມວິທີທີ່ເປັນມູນເຊື້ອອີກ.”
ສະພາບຕົວຈິງຢູ່ຕະຫຼາດຕ່າງປະເທດຫຼາຍແຫ່ງ, ໃນປະຈຸບັນວິສາຫະກິດພາຍໃນປະເທດຍັງອີງໃສ່ແຫຼ່ງຂໍ້ມູນຈາກຜູ້ທີ່ປຶກສາ, ຫາກບໍ່ທັນເປັນເຈົ້າການໃນການຄົ້ນຄ້ວາຊອກຫາຕະຫຼາດຢ່າງລະອຽດ. ທ່ານ ດ່າວເຈີ່ນເຍີນ, ອັກຄະລັດຖະທູດ ຜູ້ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອາເມລິກາ, ສະເໜີວ່າ:
“ດ້ວຍບັນດາຄຳຮຽກຮ້ອງຂອງວິສາຫະກິດ, ຫ້ອງການການຄ້າລ້ວນແຕ່ພະຍາຍາມແກ້ບັນຫາ. ແຕ່ບັນດາວິສາຫະກິດກໍຕ້ອງພະຍາຍາມເພິງຕົນເອງ, ຊອກຫາເອກະສານເອງ, ຊອກຂໍ້ມູນໃນອີນເຕີເນັດ. ສິ່ງໃດບໍ່ເຂົ້າໃຈ, ຊອກບໍ່ໄດ້ ຫຼື ມີຄວາມຂ້ອງໃຈຈຶ່ງຖາມຫ້ອງການການຄ້າ.”
ປະຈຸບັນ, ຕະຫຼາດການຄ້າຢູ່ຕ່າງປະເທດແມ່ນຕະຫຼາດເປີດກ້ວາງຢ່າງແທດຈິງ, ແຕ່ເຖິງຢ່າງໃດກໍຕາມຕະຫຼາດແຕ່ລະແຫ່ງພັດມີຈຸດພິເສດສະເພາະ ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງເປັນເຈົ້າການຄົ້ນຄ້ວາຢ່າງລະອຽດເພື່ອຫລຸດຜ່ອນຄວາມສ່ຽງໃຫ້ຢູ່ໃນລະດັບຕຳ່ສຸດ. ບັນດາອົງການທູດການຄ້າປະຈຳຕ່າງປະເທດໄດ້ຮັບຖືວ່າແມ່ນຊ່ອງຂໍ້ມູນຂ່າວທາງການ, ຍາມໃດກໍ່ພ້ອມແລ້ວທີ່ຈະເປັນເຈົ້າການໜູນຊ່ວຍໃຫ້ວິສາຫະກິດ.