ວິສາຫະກິດ ຫວຽດນາມ ຫລາຍແຫ່ງ ໄດ້ມີໃບສັ່ງຊື້ສິນຄ້າຮອດທ້າຍປີ 2021

(VOVWORLD) - ໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຫລາຍຜະລິດຕະພັນ, ການດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ. ເຖິງຢ່າງໃດກໍຕາມ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດ, ມີວິສາຫະກິດຫວຽດນາມ ຫລາຍແຫ່ງ ໄດ້ມີໃບສັ່ງຊື້ສິນຄ້າ ແລະ ສົ່ງອອກຮອດທ້າຍປີ 2021 ແລ້ວ.

ວິສາຫະກິດ ຫວຽດນາມ ຫລາຍແຫ່ງ ໄດ້ມີໃບສັ່ງຊື້ສິນຄ້າຮອດທ້າຍປີ 2021 - ảnh 1ການປຸ້ງແຕ່ງ ປາຈາ ສົ່ງອອກ (ພາບ: ສຳນັກຂ່າວສານຫວຽດນາມ)

ຕາມຕົວເລກສະຖິຕິ ຈາກກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໃນ 5 ເດືອນຜ່ານມາ ວົງເງິນສົ່ງອອກສິນຄ້າບັນລຸເກືອບ 131 ຕື້ USD ເພີ່ມຂຶ້ນ ກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ມີ 22 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD ຄື: ຜະລິດຕະພັນເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ໄມ້ ແລະ ຜະລິດຕະພັນໄມ້, ເຫລັກກ້າ, ສິນໃນນ້ຳ.. ທ່ານ ຫງວຽນຮ່ວາຍນາມ, ຮອງເລຂານຸການສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມເດືອນຜ່ານມາ, ຂະແຫນງສິນໃນນ້ຳໄດ້ມີການເຕີບໂຕຄືນໃຫມ່ເມື່ອທຽບໃສ່ປີ 2020.

 “ປີ 2020 ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ການເຕີບໂຕຂະແຫນງສິນຄ້າຂອງພວກຂ້າພະເຈົ້າ ຫລຸດລົງເລັກນ້ອຍ. ແຕ່ໃນປີ 2021 ດ້ວຍໝາກຜົນຂອງວຽກງານປ້ອງກັນ ຕ້ານໂລກລະບາດຂອງລັດຖະບານ, ບັນດາຂົງເຂດຈຸດສຸມຂອງ ອາຊີບຫາປາ, ສິນໃນນ້ຳ ມາຮອດປະຈຸບັນ ບໍ່ຖືກຜົນສະທ້ອນປານໃດຈາກໂລກລະບາດ. ສິ່ງນັ້ນ ເຮັດໃຫ້ການສົ່ງອອກສິນໃນນ້ຳໃນປີນີ້ ພວມມີສັນຍານເພີ່ມຂຶ້ນດີພໍສົມຄວນ, ລະອຽດ ເດືອນ ເມສາ ແມ່ນບັນລຸລະດັບ 22%, ເດືອນ ພຶດສະພາ ເພີ່ມຂຶ້ນເປັນ 24%”

ເຖິງວ່າ ໂລກລະບາດໂຄວິດ 19 ຍັງຄົງຜັນແປໄປຢ່າງສັບສົນກໍຕາມ, ແຕ່ຕາມ ສະຫະສະມາຄົມເກີບຫນັງ ແລະ ກະເປົາ ຫວຽດນາມ ແລ້ວ, ບັນດາໃບສັ່ງຊື້ເກີບຫນັງ, ກະເປົາ ພວມຫັນມາຕະຫລາດຫວຽດນາມ ນັບມື້ນັບຫລາຍ. ນີ້ກໍ່ແມ່ນຈຸດເວລາ, ກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຟື້ນຕົວ ການຜະລິດແລະ ເຊື່ອມຕໍ່ບັນດາລະບົບສະຫນອງ.

ພ້ອມກັບຄວາມຕ້ອງການຂອງຕະຫລາດທີ່ຟື້ນຕົວຂຶ້ນ, ລາຄາບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມ ກໍ່ເພີ່ມຂຶ້ນຫລາຍກວ່າ. ລາຄາເພີ່ມຂຶ້ນ, ໃບສັ່ງຊື້ສິນຄ້າອຸດົມສົມບູນ ໄດ້ຊ່ວຍໃຫ້ບັນດາວິສາຫະກິດຟື້ນຕົວຢ່າງແຮງ ແລະ ສືບຕໍ່ປະກອບສ່ວນໃຫ້ຄາດໝາຍເຕີບໂຕລວມຂອງພື້ນຖານເສດຖະກິດ. ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນຕັດຫຍິບເລກ 10 ໃຫ້ຮູ້ວ່າ: ປີ 2020 ມີຜູ້ຊ່ຽວຊານຫລາຍທ່ານຄາດຄະເນວ່າ ປີ 2021 ຈຳນວນໃບສັ່ງຊື້ສິນຄ້າອາດຈະຫນ້ອຍກວ່າ ແຕ່ຄວາມຈິງ ແມ່ນກົງກັນຂ້າມ, ບາງວິສາຫະກິດ ມີໃບສັ່ງຊື້ສິນຄ້າຮອດໝົດໄຕມາດ 3 ແລ້ວ.

ຕາມ ທ່ານ ຫວູດຶກຢາງ, ປະທານ ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ, ປະທານ ສະພາບໍລິຫານ ບໍລິສັດໃຫຍ່ຫຸ້ນສ່ວນຕ່ຳແຜ່ນຕັດຫຍິບ ຫວຽດຕຽນ ແລ້ວ, ຍ້ອນຄວາມສາມາດຄວບຄຸມໂລກລະບາດເປັນຢ່າງດີ, ດ້ານການເມືອງ ແລະ ເສດຖະກິດມະຫາພາກມີສະຖຽນລະພາບ, ສະນັ້ນ ບັນດາຄູ່ຮ່ວມມືສາກົນ ໄດ້ໃຫ້ບຸລິມະສິດເລືອກເຟັ້ນຕະຫລາດ ຫວຽດນາມ. ມີວິສາຫະກິດຕ່ຳແຜ່ນຕັດຫຍິບ ຫລາຍແຫ່ງ ໄດ້ມີໃບສັ່ງຊື້ເຖິງທ້າຍປີ 2021 ແລ້ວ.

“ປີ 2021 ຂະແຫນງຕ່ຳແຜ່ນຕັດຫຍິບ ຄາດຄະເນວ່າ ວົງເງິນສົ່ງອອກສິນຄ້າດີພໍສົມຄວນ ແລະ ອາດຈະປະຕິບັດສຳເລັດແຜນການສົ່ງອອກ ບັນລຸ 39 ຕື້ USD . ປະຈຸບັນ 6 ເດືອນຕົ້ນປີ 2021, ວົງເງິນສົ່ງອອກຄາດວ່າ ບັນລຸໄດ້ປະມານ16 ຕື້ USD. ເຖິງວ່າ ໝາກຜົນນີ້ຍັງບໍ່ທັນບັນລຸໄດ້ຄືດັ່ງຄວາມຫວັງໃນເບື້ອງຕົ້ນ ແຕ່ກໍແມ່ນຄວາມມານະພະຍາມຍາມອັນໃຫຍ່ຫລງຂອງວິສາຫະກິດໃນສະພາບໂລກລະບາດໂຄວິດ 19 ທີ່ຍັງຜັນແປໄປຢ່າງສັບສົນ. ສິ່ງທີ່ເປັນຫນ້າຊື່ນຊົມ ນັ້ນແມ່ນ ປະຈຸບັນ ມີວິສາຫະກິດຫລາຍແຫ່ງໃນຂະແຫນງຕ່ຳແຜ່ນຕັດຫຍິບ ໄດ້ມີໃບສັ່ງຊື້ສິນຄ້າຮອດທ້າຍໄຕມາດ 3 ປີ 2021, ຊ້ຳບໍ່ໜຳ ແມ່ນຮອດທ້າຍປີ”

ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ ເລື່ອງຍູ້ແຮງການສັກວັກຊິນ ຈະແມ່ນມາດຕະການຄວບຄຸມໂລກລະບາດໂຄວິດ 19, ນຳວິສາຫະກິດກັບຄືນສູ່ສະພາບເຄື່ອນໄຫວເປັນປົກກະຕິໂດຍໄວ, ຮັບປະກັນຄາດໝາຍການເຕີບໂຕເສດຖະກິດ. ຕາມນັກຊ່ຽວຊານເສດຖະກິດ ດິ້ງຈ້ອງທິ້ງ ແລ້ວ, ທຳອິດບັນດາວິສາຫະກິດພ້ອມກັບລັດຖະບານ ແລະ ທົ່ວສັງຄົມສືບຕໍ່ຕ້ອງຖືວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19 ແມ່ນຫນ້າທີ່ສຳຄັນທີ່ສຸດ ແລະ ເປັນຈຸດສຸມເພື່ອສາມາດບັນລຸການເຕີບໂຕສູງ ແລະ ພັດທະນາການຜະລິດໄດ້.

 ເຖິງວ່າໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ຍັງຄົງມີສັນຍານຕັ້ງຫນ້າຢູ່ໃນວິສາຫະກິດຈຳນວນຫນຶ່ງ, ບາງຂະແຫນງ ສິນຄ້າໃນພື້ນຖານເສດຖະກິດ. ສິ່ງນີ້ ໄດ້ ແລະ ພວມປະກອບສ່ວນປະຕິບັດສຳເລັດຄາດໝາຍການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ.

ຕອບກັບ

ຂ່າວ/ບົດ​ອື່ນ