ໄລ່ມາມາຮອດປະຈຸບັນ, ທົ່ວປະເທດມີກວ່າ 19.000 ແຜນຮ່າງວາງແຜນຜັງຈາກສູນກາງລົງຮອດທ້ອງຖິ່ນ ແຕ່ຄຸນນະພາບຍັງບໍ່ທັນສູງ, ຍັງບໍ່ທັນຕິດພັນກັບຄວາມຕ້ອງການໃນການນຳໃຊ້, ສ້າງຄວາມຟຸມເຟືອຍໃຫ້ແຫຼ່ງກຳລັງຂອງປະເທດຊາດ, ກີດຂວາງໃຫ້ແກ່ການດຶງດູດການລົງທຶນ. ກົດໝາຍວ່າດ້ວຍການວາງແຜນຜັງໄດ້ຮັບການກໍ່ສ້າງ ແມ່ນເພື່ອແນໃສ່ແກ້ໄຂບັນດາສິ່ງຈຳກັດໃນວຽກງານວາງແຜນຜັງ. ທ່ານປະທານກຳມາທິການວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມຂອງສະພາແຫ່ງຊາດ ຟານຊວນຢຸງ ຖືວ່າ.
“ນີ້ແມ່ນກົດໝາຍທີ່ຄ້າຍຄືກັນການປະຕິວັດໃນການວາງແຜນຜັງ ແລະ ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ມາແຕ່ດົນນານແລ້ວ. ຂ້າພະເຈົ້າເວົ້າຄືແນວນັ້ນເພື່ອຊີ້ໃຫ້ເຫັນລັກສະນະຈຳເປັນ, ຮີບດ່ວນຂອງກົດໝາຍນີ້. ທີ 2, ຕາມຂ້າພະເຈົ້າແລ້ວ, ກົດໝາຍນີ້ແມ່ນກົດໝາຍແມ່ ສະນັ້ນພຽງມີແຕ່ລັກສະນະການກຳນົດທິດ ດ້ວຍເຫດນັ້ນໃນຂອບເຂດດັດປັບ ພວກເຮົາຕ້ອງສະແດງໃຫ້ເຫັນວ່າ ນີ້ແມ່ນກົດໝາຍມີລັກສະນະກຳນົດທິດ, ທິດສະດີເທົ່ານັ້ນ.”
ຮ່າງກົດໝາຍວ່າດ້ວຍແຜນຜັງມີ 6 ພາກ, 67 ມາດຕາ ຈະຄົບຊຸດກັບມີບັນດາເອກະສານດ້ານກົດໝາຍ, ລັດຖະບັນຍັດແມ່ນຫຼຸດລົງເຫຼືອພຽງ 2 ເອກະສານກົດໝາຍກ່ຽວກັບການວາງແຜນຜັງນັ້ນແມ່ນ ກົດໝາຍວ່າດ້ວຍແຜນຜັງ ແລະ ກົດໝາຍວ່າດ້ວຍຜັງເມືອງ. ຕໍ່ຈາກນັ້ນ, ຊັບຊ້ອນ, ເປັນເອກະພາບກໍ່ລະບົບແຜນຜັງຄືນໃໝ່. ນີ້ແມ່ນບັນດາເຄື່ອງມືຊ່ວຍໃຫ້ລັດສ້າງການພັດທະນາ, ເປັນໄມ້ງັດໃຫ້ແກ່ການເຕີບໂຕເສດຖະກິດ ແລະ ບັນດາແຫຼ່ງກຳລັງຂອງປະຊາຊາດ. ກົດໝາຍວ່າດ້ວຍການວາງແຜນຜັງກໍຈະແກ້ໄຂສະພາບການພັດທະນາຕາມໃຈມັກ, ບໍ່ຄົບຊຸດ, ບໍ່ມີຜົນປະໂຫຍດສູງ ຍ້ອນຖືກຄອບງຳດ້ວຍບັນດາຈົດໝ!ນລັດຖການ, ດຳລັດຂອງກະຊວງຂະແໜງການ ແລະ ທ້ອງຖິ່ນ. ກົດໝາຍວ່າດ້ວຍການວາງແຜນຜັງຈະສ້າງເປັນເຄື່ອງມືເພື່ອແກ້ໄຂບັນດາບັນຫາເກີດການປະທະກັນດ້ານຜົນປະໂຫຍດ ການປະທະກັນ ມີລັກສະນະລະຫວ່າງຂະແໜງ, ການປະທະກັນລະຫວ່າງບັນດາທ້ອງຖິ່ນ ເພື່ອມຸ່ງໄປເຖິງຄາດໝາຍພັດທະນາແບບຍືນຍົງ. ເປົ້າໝາຍຂອງກົດໝາຍວ່າດ້ວຍການວາງແຜນຜັງແມ່ນພັດທະນາຕາມທິດໝັ້ນຄົງມີຄວາມຍຸຕິທຳທາງສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ. ແຕ່ວ່າຍັງມີຂໍ້ຄົງຂ້າງ, ສິ່ງຈຳກັດຂອງວຽກງານວາງແຜນຜັງເຊິ່ງເລີ່ມມາຈາກການຂາດຄວາມເປັນເອກະພາບນຳກັນຂອງລະບົບກົດໝາຍ, ສະນັ້ນ, ຮຽກຮ້ອງຕ້ອງສ້າງກອບກົດໝາຍໃຫ້ໝັ້ນຄົງ ເພື່ອແກ້ໄຂບັນດາສິ່ງຄົງຄ້າງ, ຂໍ້ຈຳກັດນັ້ນ. ຮ່າງກົດໝາຍວ່າດ້ວຍການວາງແຜນຜັງ ໄດ້ຮັບການຕີລາຄາວ່າແມ່ນການເລີ່ມຕົ້ນໃຫ້ວິວັດທະນາການປະຕິຮູບ, ປ່ຽນໃໝ່ຈິນຕະນາການເກົ່າກ່ຽວກັບການວາງແຜນຜັງ ບົນພື້ນຖານເຄົາລົບບັນດາກົດເກນ, ຫຼັກການຂອງຕະຫຼາດ ແລະ ປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງເຂົ້າກັບສາກົນ.
ທ່ານ ຫງວຽນກວາງ, ຜູ້ອຳນວຍການໂຄງການຕັ້ງຖິ່ນຖານຄົງທີ່ໃຫ້ມະນຸດຂອງສະຫະປະຊາຊາດແລ້ວ, ກົດໝາຍວ່າດ້ວຍການວາງແຜນຜັງສຳລັບບັນດາປະເທດພວມພັດທະນາຄືຫວຽດນາມ ບໍ່ພຽງແຕ່ເອົາໃຈໃສ່ເຖິງການເຕີບໂຕເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງປະຊາຊົນອີກດ້ວຍ.
“ພວກເຮົາສ້າງແຜນຜັງ ຕ້ອງຍົກເລີກກົນໄກລວມສຸນເກື້ອກູນ ແລະ ຕ້ອງວາງແຜງຜັງຕາມທິດກຳນົດຄາດໝາຍ. ຖືບົດບາດຂອງວຽກງານຕີລາຄາ, ຕິດຕາມກວດກາເປັນສຳຄັນ, ຈາກນັ້ນດັດປັບການວາງແຜນຜັງນັ້ນເພື່ອຮັບໃຊ້ໃຫ້ແກ່ຄາດໝາຍການພັດທະນາ. ການວາງແຜນຜັງຂອງພວກເຮົາແມ່ນມຸ່ງໄປເຖິງຕົວເລກຄາດໝາຍຫາກຍັງບໍ່ທັນມຸ່ງໄປເຖິງຕາມໝາກຜົນແຫ່ງການພັດທະນາແບບຍືນຍົງ. ເພາະສະນັ້ນ, ມີຫຼາຍທ້ອງຖິ່ນພຽງແຕ່ຖືຄາດໝາຍເສດຖະກິດເປັນຈຸດສູມ, ແຕ່ຍັງຖືເບົາບັນດາບັນຫາສິ່ງແວດລ້ອມ ແລະ ສັງຄົມຢູ່”.
ຕາມທ່ານ ຫງວຽນດຶກກຽນ, ຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ແລ້ວ, ກົດໝາຍວ່າດ້ວຍການວາງແຜນຜັງທີ່ສ້າງຂຶ້ນ ຕ້ອງຮັບປະກັນລັກສະນະມີໄຫວພິບ ເພື່ອສ້າງເງື່ອນໄຂໃຫ້ການເຄື່ອນໄຫວຂອງຕະຫຼາດ, ມີບັນດາຂໍ້ກຳນົດນະໂຍບາຍສົ່ງເສີມການລົງທຶນ, ພາສີອາກອນ, ການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງຫັນກົນໄກສົມທົບກັນປະຕິບັດແຜນຜັງໃຫ້ເປັນລະອຽດ ສ້າງເງື່ອນໄຂໃຫ້ການເຂົ້າຮ່ວມຂອງຝ່າຍທີ່ກ່ຽວຂ້ອງ ມຸ່ງໄປເຖິງຄາດໝາຍພັດທະນາເສດຖະກິດແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ.
“ພວກເຮົາສ້າງກົດໝາຍວ່າດ້ວຍການວາງແຜນຜັງດ້ວຍການເຄົາລົບ 3 ໜ້າທີ່ທີ່ໄດ້ວາງອອກ, ທີ່ 1 ແມ່ນບົດບາດຄຸ້ມຄອງລັດ, ທີ່ 2 ແມ່ນກົດເກນຂອງພື້ນຖານເສດຖະກິດການຕະຫຼາດ ແລະ ທີ 3 ແມ່ນຄວາມເອົາໃຈໃສ່ຂອງປະຊາຄົມສັງຄົມ. ສຳລັບການນຳໃຊ້ຄືແນວນັ້ນ ມັນຕ້ອງຫຼີກລ້ຽງໄດ້ວິທີການນັ້ນແມ່ນ ລັດຕ້ອງເຮັດທຸກສິ່ງທຸກຢ່າງ ຫຼື ປະໃຫ້ຕະຫຼາດ, ບັນຫາຢູ່ທີ່ນີ້ແມ່ນ ລັດດ້ວຍບົດບາດດັດສົມພື້ນຖານເສດຖະກິດ ກັບບົດບາດແຫ່ງຊາດ ແມ່ນຈະຕ້ອງມີຄວາມກົມກຽວ”.
ເມື່ອກົດໝາຍວ່າດ້ວຍການວາງແຜນຜັງຖືກນຳໃຊ້ເຂົ້າພຶດຕິກຳຕົວຈິງ ຈະຍົກອອກຄຳນິຍາມ ແລະ ລະບົບແຜນຜັງ ພ້ອມກັບແຜນສັງລວມແຫ່ງຊາດ ຈະສ້າງຂຶ້ນຕາມວິທີການລວບລວມ, ຫຼາຍຂະແໜງ, ມີລັກສະນະກຳນົດທິດ, ມີການຄາດຄະເນ ແລະ ພັດທະນາແບບຍືນຍົງ, ມີລັກສະນະນິຕິກຳສູງ ຂອງແຜນສັງລວມແຫ່ງຊາດ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຫັນຍຸດທະສາດພັດທະນາເສດຖະກິດສັງຄົມ ເປັນລະອຽດ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງຍຸດທະສາດກັບແຜນການພັດທະນາປະເທດຊາດໃນຊຸມປີຕໍ່ໆໄປ. ເລື່ອງນຳກົດໝາຍວ່າດ້ວຍການວາງແຜນຜັງເຂົ້າໃຊ້ໃນຊີວິດຕົວຈິງ ຈະຢືນຢັນໄດ້ບົດບາດແມ່ນເຄື່ອງມືທີ່ມີຜົນປະໂຫຍດຂອງລັດຖະບານ ໃນການຊີ້ນຳ, ບໍລິຫານການພັດທະນາເສດຖະກິດ, ສັງຄົມ ໃນເງື່ອນໄຂຂອງພື້ນຖານເສດຖະກິດການຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.