ສ້າງເຄື່ອງໝາຍການຄ້າ ຊາ ຫວຽດນາມ.

ການ​ຜະລິດ​ຊາ​ຂອງ​ຫວຽດນາມ​ຢືນ​ອັນ​ດັບ​ທີ 5 ​ໃນ​ໂລກ. ປະຈຸ​ບັນ ຊາ ຫວຽດນາມ ​ໄດ້ສົ່ງ​ອອກ​ໄປ​ຍັງ 110 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ຕະຫລາດ​ໂລກ, ​ເຄື່ອງໝາຍ​ການ​ຄ້າ ຊາ ຂອງ​ຫວຽດນາມ ຍັງບໍ່​ທັນ​ມີ​ຊື່​ສຽງ​ໃນ​ໂລກ​ເທື່ອ, ຍ້ອນ​  95% ປະລິມານ​ຊາ​ຫວຽດນາມສົ່ງ​ອອກ​ຍັງ​ແມ່​ນຊາດິບ. ສະ​ນັ້ນ ການສ້າງ​ເຄື່ອງໝາຍ​ການ​ຄ້າ​ຊາ​ຫວຽດນາມ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ແລະ ຮີບ​ດ່ວນ ​ເພື່ອ​ໃຫ້​ຊາ​ຫວຽດນາມ ຢັ້ງຢືນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນໃນ​ໂລກ.

ຫວຽດນາມ​ມີ​ເຂດປູກ​ຊາ​ທີ່​ມີ​ຄຸນ​ນະພາ​ບສູງ​ຫລາຍ​ແຫ່ງ,​ ດ້ວຍ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ທີ່​ລື​ຊື່​ຄື: ​ເຕີນ​ເກືອ​ງ ຂອງ ​ທ໋າຍງວຽນ, ​ໂມກ​ເຈົາ ຂອງ ​ເຊີນ​ລາ, ຊ້ວຍຢ່າງ ຂອງ ອຽນ​ບ໋າ​ຍ ຫລື ຊານ​ຕວຽດ ຂອງ ຮ່າ​ຢາງ. ​ໃນ​ນັ້ນ ທ໋າຍງວຽນ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເມືອງ​ເອກ​ຂອງ​ຊາ ຫວຽດນາມ ດ້ວຍ​ເນື້ອ​ທີ່​ປູກຊາ​ເກືອບ 18.000 ​ເຮັກຕາ. ດ້ວຍ​ການ​ນຳ​ໃຊ້​ມາດຖານ VietGap ​ເຂົ້າ​ໃນ​ການປູກ​ຊາ, ທ໋າຍງວຽນ ມີ​ຜະລິດ​ຕະພັນ​ຊາ​ຫລາຍ​ຊະ​ນິດ​ທີ່​ມີ​ຄຸນ​ນະພາ​ບສະ​ເໝີ​ກັນ, ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງຈົດ​ທະບຽນ​ປົກ​ປ້ອງ​ກາ​ໝາຍ​ສິນຄ້າ, ຕົ້ນ​ກຳ​ເນີ​ດ, ຄຳ​ແນະນຳ​ທີ່​ຕັ້ງ​ພູມ​ສາດຂອງ​ຜະລິດ​ຕະພັນ​ຊາ​ຢູ່​ແຂວງ ທ໋າຍງວຽນ ຍັງບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປານ​ໃດ. ທ່ານ ດັ້ງ​ຫວຽດທ່ວນ, ຮອງ​ປະທານ​ຄະນະ​ກຳມະການ ປະຊາຊົນ ​ແຂວງ ທ໋າຍງວຽນ ​ໃຫ້​ຮູ້​ວ່າ:

“ມາ​ຮອດ​ຈຸດ​ເວລາ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ເຄື່ອງໝາຍ​ການ​ຄ້າ​ຊາ ​ເຕີນ​ເກືອ​ງ, ຮ່ວາງ​ບີ່​ງ, ມີ​ການ​ແນະນຳ​ທີ່​ຕັ້ງ​ພູມສາດ ​ແລະ ກໍ​ມີ​ກາ​ໝາຍ​ສິນຄ້າ​ຊາ​ລວມໝູ່​ສຳລັບ​ຊາ​ທັງ​ໝົດ​ຂອງ​ແຂວງ ທ໋າຍງວຽນ. ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ກາໝາຍ​ສິນຄ້າ​ນີ້​ບໍ່​ທັນ​ມີ​ກຳລັງ​ແຮ​ງຢ່າງ​ພຽງພໍ​ເພື່ອ​ຮັບ​ການ​ປົກ​ປ້ອງ​ໃນ​ຕະຫລາດ​ໂລກ. ສະ​ນັ້ນ ຈຳ​ເປັນ ​ຕ້ອງ​ຈົດ​ທະບຽນ​ການ​ປົກ​ປ້ອງກາ​ໝາຍ​ສິນຄ້າ​ຊາ​ຢູ່​​ໃນ​ຕະຫລາດ​ໂລກຢ່າງຮີບ​ດ່ວນ ​ເພື່ອ​ໃຫ້​ຊາ ທ໋າຍງວຽນ ພັດທະນາ​ຢ່າງ​ຍາວ​ນານ.“

ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດ​ພຽງ​​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ກາ​ໝາຍ​ສິນຄ້າ, ເຄື່ອງໝາຍ​ການ​ຄ້າທີ່​ມີ​ຕໍ່​ບັນດາ​ຜະລິດ​ຕະພັນ​ຊາ​​ເວົ້າສະ​ເພາະ, ຜະລິດ​ຕະພັນ​ກະ​ເສດ​ເວົ້າ​ລວມ, ຍ້ອນ​ເຄື່ອງໝາຍ​ການ​ຄ້າ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ຄຸນຄ່າ​ທາງ​ດ້າ​ນ​ເສດຖະກິດ ​ແລະ ການ​ພັດທະນາ​ຂອງ​ແຕ່​ລະວິ​ສາ​ຫະກິດ. ສ່ວນ​ການ​ຈົດ​ທະບຽນ ​ແລະ ປົກ​ປ້ອງ​ກາ​ໝາຍ​ສິນຄ້າ, ຕົ້ນ​ກຳ​ເນີ​ດ, ການ​ແນະນຳ​ທີ່​ຕັ້ງ​ພູມ​ສາດ​ໃຫ້​ແກ່​ແຕ່ລະ​ຜະລິດ​ຕະພັນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ພັດບໍ່​ທັນ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຢ່າງ​ເຖິງ​ຖອງ. ທ່ານ ດ່າວ​ແອນ​ຕວັນ, ປະທານ​ສະຫະສະມາຄົມ​ຊາ ຫວຽດນາມ ​ໄດ້​ຖື​ວ່າ:

“​ເຄື່ອງໝາຍ​ການ​ຄ້າ​ແມ່ນ​ຂອງ​ວິ​ສາ​ຫະກິດ, ສະ​ນັ້ນ ບັນດາ​ວິ​ສາ​ຫະກິດ​ເຄີຍ​ມີ​ສະຕິ​ຄວາມ​ເຂົ້າ​ໃຈໄດ້​​ເຖິງຄຸນຄ່າ​ຂອງ​ວິ​ສາ​ຫະກິດ. ​ແຕ່​ເມື່ອ​ເວົ້າ​ເຖິງ​ເຄື່ອງໝາຍ​ການ​ຄ້າ, ການ​ແນະນຳ​ທີ່​ຕັ້ງ​ພູມ​ສາດ​ຂອງ​ທັງເຂດ​​ແຄ້ວ​ນທີ່​ຂຶ້ນ​ກັບ​ກຳມະສິດ​ຂອງ​ຫລາຍ​ຄົນ, ຂອງ​ທັງ​ແຂວງ, ຂອງ​ປະ​ເທດ​ຊາດ, ສະ​ນັ້ນ ​ເກືອບ​ຄື​ວ່າ​ບໍ່​ທັນ​ມີ​ອົງການ​ໃດ​ມີ​ຄວາມ​ຮັບຜິດຊອບ​ຕົ້ນ​ຕໍໃນ​ການ​ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ.“

​ເຖິງ​ວ່າ ​ເຄື່ອງໝາຍ​ການ​ຄ້າ ຊາ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ຫລາຍ​ປີ​ມາ​ນີ້ ​ແລະ ມາ​ຮອດ​ປະຈຸ​ບັນ ​ເຄື່ອງໝາຍ​ການ​ຄ້າ ຊາ ຫວຽດນາມ ​ໄດ້​ຈົດ​ທະບຽນ​ປົກ​ປ້ອງ​ຢູ່ 77 ປະ​ເທດ​ໃນ​ໂລກກໍ​ຕາມ, ​ແຕ່​ປະຈຸ​ບັນ ມີ​ພຽງເກືອບ 20 ວິ​ສາ​ຫະກິດ​ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ຜະລິດ​ຊາ ຕາ​ມມາດຕະຖານ​ຂອງ​ຊາ​ຫວຽດນາມ. ຍ້ອນ​ຜົນ​ປະ​ໂຫຍ​ດ​ໃນ​ພາຍ​ພາກ​ຫນ້າ, ສະ​ນັ້ນ ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ພຽງ​​ແຕ່ຢາກ​ຂາຍ​ຊາ​​ຍິ່ງຫລາຍ​ກໍ​ຍິ່ງດີ, ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ສ່ວນ​ບັນດາ​ວິສາ​ຫະກິດ​ຕ່າງປະ​ເທດ ກໍ​ພຽງ​ແຕ່ຢາກ​ນຳ​ເຂົ້າ​ຊາ​ດິບ ຍ້ອນ​ລາຄາ​ຕຳ່. ສະຫະ​ສະມາຄົມ ຊາ ຫວຽດນາມ ​ໄດ້​          ສະ​ເຫ​ນີທາງ​ລັດ ຄວນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ຊາ ຕ້ອງ​ບັນລຸ​             ຄຸນ​ນະພາ​ບຕາມ​ມາດຖານ​ຊາ ຫວຽດນາມ ຈຶ່ງ​ໄດ້​ຮັບ​ອະນຸຍາດ​ສົ່ງ​ອອກ, ​ແຕ່​ມາ​ຮອດ​ປະຈຸ​ບັນ ຍັງ​​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເທື່ອ. ຄຽງ​ຂ້າງ​ນັ້ນ ມີ​ໂຮງງານ​ປຸງ​ແຕ່ງ​ຊາ​ຫລາຍ​ແຫ່ງ​ໄດ້​ຮັບ​ຫນັງສື​ອະນຸຍາດ, ພາ​ໄປ​ເຖິງ​ສະພາບ​ມີ​ເຂດ​ປູກ​ຊາ​ຫລາຍ​ແຫ່ງ ພຽງ​ແຕ່​ສາມາດ​ສະຫນອງຊາດິບ​​​ໃຫ້​ແກ່​ໂຮງງານ​ດຽວ​ເທົ່າ​ນັ້ນ ​ແຕ່​ມີ​ເຖິງ 7 -8 ​ໂຮງງານ​ຍາ​ດ​ແຍ່ງກັນ​ຊຶ້ຊາດິບ ຈຶ່ງ​ເຮັດ​​ໃຫ້​ເກີດ​ການຄວາມ​ສັບສົນ​ວຸນວາຍ​ໃນ​ການ​ເກັບ​ຊຶ້, ​ໂດ​ຍບໍ່​ຫົວຊາ​ຕໍ່ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ. ນັ້ນ​ແມ່ນ​ສາຍ​​ເຫດ​ເຮັດ​ໃຫ້​ຄຸນ​ນະພາ​ບຊາ​ຕຳ່, ກໍ່​ຜົນ​ສະທ້ອນ​ເຖິງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຊາ ຫວຽດນາມ. ນັ້ນ​ກໍ​ແມ່ນ​ສາຍ​ເຫດ ​ເປັນ​ຫຍັງ ລາຄາຊາ​ຂອງ​ຫວຽດນາມ ພຽງ​ເທົ່າ​ກັບ​ເຄິ່ງຫນຶ່ງ​​ເມື່ອ​ທຽບ​ໃສ່ ລາຄາ​ຊາ​​ໃນໂລກ, ອັນ​ໄດ້​ພາໃຫ້ການ​ສົ່ງ​ອອກ​ຫລາຍ ​ແຕ່​ວົງ​​ເງິນ​ການ​ສົ່ງ​ອອກ​ບັນລຸ​ບໍ່​ໄດ້​ຫລາຍປານ​​ໃດ, ສະ​ເລ່ຍ​ແຕ່ລະ​ປີ​ປະມານ 130 ລ້ານ​ໂດ​ລາ​ສະຫະລັດ.

ຫວຽດນາມ ພວມ​ສູ້​ຊົນ​ຮອດ​ປີ 2015 ຈະ​ສົ່ງ​ອອກ​ຊາ​ໃຫ້​ໄດ້ 200.000 ​ໂຕນ/ປີ, ບັນລຸ​ວົງ​​ເງິນ 400 ລ້ານ ​ໂດ​ລາ​ສະຫະລັດ/ປີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ບັນລຸ​ໄດ້​ຄາດໝາຍດັ່ງກ່າວ, ນອກ​ຈາກ​ເລື່ອງ​ຍົກ​ສູງ​ຄຸນ​ນະພາ​ບຊາ​ແລ້ວ, ຂະ​ແຫນງ​ຊາ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ສ່ວນກ່ຽວຂ້ອງ ຕ້ອງ​ສ້າງ​​ໃຫ້​ໄດ້​ເຄື່ອງໝາຍ​ການ​ຄ້າ​ຢ່າງ​ແຂງ​ແຮງ, ​​ເພື່ອໄດ້​ຮັບ​ການ​ປົກ​ປ້ອງ​ກາ​ໝາຍ​ສິນຄ້າ​ໃນ​ທົ່ວ​ໂລກ, ຜ່ານ​ນັ້ນ ຈຶ່ງ​ມີ​ກາລະ​ໂອກາດ​ສົ່ງ​ອອກ​ຜະລິດ​ຕະພັນຊາ​ສຳ​ເລັດ​ຮູບ, ​ແທນ​ທີ່​ຊາ​ດິບ​ຄື​ປະຈຸ​ບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ