ຫນູນຊ່ວຍວິສາຫະກິດຂາຍຍ່ອຍຜ່ານຜ່າໄລຍະຫຍຸ້ງຍາກ

(vovworld) - ​ໃນ​ໄລຍະ 2 ປີ ມໍ່ໆ​ມາ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໄລຍະ​ຫຍຸ້ງຍາກ​ສຳລັບ​ຂົງ​ເຂດ​ຂາຍຍ່ອຍ​ ຫວຽດນາມ, ພິ​ເສດ ​ໃນໄລຍະ​ຕົ້ນ​ປີ ຍ້ອນຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​ຂອງ​ໂລກ ​ແລະ ພາຍ​ໃນ​ປະ​ເທດ ຊຶ່ງ​ເຮັດ​ໃຫ້​ກຳລັງ​ຊື້​ຖືກ​ຫລຸດ​ລົງ​ຢ່າງ​ແຮງ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ໄພ​ເງິນ​ເຟີ້, ຊ້ຳ​ບໍ່​ໜຳ​​ເກີດ​ຄວາມ​ສ່ຽງ​​ລົ້ມ​ລະລາຍ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ, ລັດ ​ແລະ ສະຫະ​ສະມາຄົມ​ຂາຍຍ່ອຍ ຫວຽດນາມ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ ຮັກສາ ​ແລະ ສືບ​ຕໍ່​ພັດທະນາ.

ຫນູນຊ່ວຍວິສາຫະກິດຂາຍຍ່ອຍຜ່ານຜ່າໄລຍະຫຍຸ້ງຍາກ - ảnh 1
ຮ້ານຊັບພະສິນຄ້າ
ພາບປະກອບ: internet

        ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ຫວຽດນາມ ແລ້ວ, ​ໃນ 4 ​ເດືອນຕົ້ນ​ປີ ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະກິດ 17.700 ​ແຫ່ງ​ຖືກ​ຍຸບ​ເລິກ ​ແລະ ຢຸດຕິ​ການ​ເຄື່ອນ​ໄຫວ, ​ໃນ​ນັ້ນ​ມີວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຂາຍຍົກ, ຂາຍຍ່ອຍ 5.200 ​ແຫ່ງ​ຖືກ​ຍຸບ​ເລິກ. ​ໃນ​ຂະນະ​ນັ້ນ ດັດຊະນີ​ລາຄາ​ໃຊ້​ສອຍ (CPI) ​ໃນ​ເດືອນ 4 ​ເພີ່ມ​ຂຶ້ນ​ພຽງ 0,05% ຊຶ່ງ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ​ໄລຍະ 2 ປີ ຜ່ານ​ມາ ​ແລະ ​ແມ່ນ​ເດ​ືອນທີ 9 ຢ່າງ​ລຽນ​ຕິດ CPI ຫລຸດ​ລົງ. ດ້ວຍ​ໝາກຜົນ​ນີ້ ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ​ແຕ່​ຜູ້​ຊ່ຽວຊານ​​ເສດຖະກິດຫລາຍ​ທ່ານມີ​ຄວາມ​ເປັນ​ຫ່ວງ​ກັງວົນວ່າ ​ໄພ​ເງິນ​ເຟີ້​ຫລຸດ​ລົງ ນັ້ນ​ແມ່ນ​ຍອດ​ຄວາມ​ຕ້ອງການ​ໃຊ້​ສອຍ​ຕຳ່ ​ແລະ ນີ້​ແມ່ນ​ສັນຍານ​ຂອງຄວາມ​ຊັກ​ຊ້າ ​ແລະ ​ເກີດ​​ໄພ​ເງິນ​ຝືດ ​ໄດ້ ​ແລະ ພວມ​ສົ່ງ​ຜົນ​ກະທົບ​​ໂດຍ​ກົງເຖິງ​ຂະ​ແຫນງ​ຂາຍຍ່ອຍ. ​ໃນ​ໄຕ​ມາດ​ 1 ຂອງ​ປີ 2012, ລະດັບ​ເຕີບ​​ໂຕ​ຂອງ​ໝວດ​ສິນຄ້າ​ໃຊ້​ສອຍ​ບັນລຸ​ພຽງ 5% ​ເມື່ອ​ທຽບ​ໃສ່​ປີ 2011. ​ພື້ນຖານເສດຖະກິດຖືກ​ຕົກ​ເຂົ້າ​ສູ່​ສະພາບ​​ຫຍຸ້ງຍາກ ສະ​ນັ້ນ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຕ້ອງ​ມີ​ການ​ປະຢັດ​ຫລາຍ​ກວ່າ. ດອກ​ເຕີ Dinh Thi My Loan ຮອງ​ປະທານ​ຜູ້ປະຈຳ, ການ​ເລຂາທິການ​​ໃຫຍ່​ສະຫະ​ສະມາຄົມ​ບັນດາ​ບໍລິສັດ​ຂາຍຍ່ອຍ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດ​ຂາຍຍ່ອຍ​ເວົ້າ​ສະ​ເພາະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ເປ​ັນຕົ້ນ​ແມ່ນ​ກຳລັງ​ຊື້​ຫລຸດ​ລົງ, ຜູ້​ອຸປະ​ໂພ​ກບໍລິ​ໂພ​ກມີ​ທ່າ​ອ່ຽງຮັດ​ເຂັມ​ຂັດ, ຊ້ຳ​ບໍ່​ໜຳ ປະຈຸ​ບັນ​ມີ​ສິນຄ້າ​ຫລາຍ​ປະ​ເພດ​ລາຄາ​ຫລຸດ​ລົງ​ແລ້ວ ​ແຕ່​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຍັງ​ບໍ່​ດີ ລໍຖ້າ​ລາຄາ​ອາດ​ຈະ​ຫລຸ​ດລົງ​ອີກ.”

          ບໍລິສັດ​ຄົ້ນ​ຄ້ວາຕະ​ຫລາດ Nielsen ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2011, ດັດຊະນີ​ປະຢັດ​ຢູ່ ຫວຽດນາມ ​ແມ່ນ​ຂຶ້ນ​ເຖິງ 70% ຊຶ່ງ​ແມ່ນ​ລະດັບ​ສູງ​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ລະດັບ​ປານ​ກາງຂອງ​ຊາວ ອາຊີ 59%. ມາ​ຮອດ​ປະຈຸ​ບັນ ມີ 63% ຜູ້​ຊື້​ເຄື່ອງ​ຂອງ​ມີ​ຄວາມສົນ​ໃຈ​ເຖິງ​ລາຄາ ​ແລະ ຍັງ​ຊອກ​ວິທີ​ຊື້​ສິນຄ້າ​ຢ່າງປະຢັດທີ່​ສຸດ. ​

ຫນູນຊ່ວຍວິສາຫະກິດຂາຍຍ່ອຍຜ່ານຜ່າໄລຍະຫຍຸ້ງຍາກ - ảnh 2
ພາບປະກອບ:internet

        ຄຽງ​ຂ້າງ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ເງິນຕາ ​ແລະ ອັດຕາ​ດອກ​ເບ້ຍ, ລັດຖະບານ ຫວຽດນາມ ​ໄດ້​ຕົກລົງ​ຫນູນ​ຊ່ວຍ​ໂດຍ​ກົງ​​ໃຫ້​ແກ່ພາກສ່ວນ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ໃນ​ນັ້ນ ມີ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ດ້ວຍ​ບ້ວງ​ເງິນ​ກູ້​ຊ່ວຍ​ລວມມູນ​ຄ່າ 29.000 ຕຶ້ດົ່ງ ​ໄດ້​ສຸມ​ໃສ່​ບັນດາ​ມາດ​ຕະການ​ພາສີ​ອາກອນ. ທະນາຄານ​ແຫ່ງ​ລັດ ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເງິນ​​ຝາກ​ຢ່າງ​ຕໍ່​ເນື່ອງ ​ແຕ່ 14%/ປີ ລົງ 12%/ປີ ​ແລະ ຕົ້ນ​ເດືອນ 5 ນຳ​ໃຊ້​ອັດຕາ​ດອກ​ເບ້​ຍ​ໃຫ້​ກູ້​ຢືມ ​ແມ່ນ 15%/ປີ ສຳລັບ 4 ກຸ່ມ​ລູກ​ຄ້າ ພ້ອມ​ທັງ​ອະນຸຍາດ​ໃຫ້​ທະນາຄານ​ການ​ຄ້າ​ສ້າງ​ໂຄງ​ປະກອບ​ຫນິ້ສີນ​ຄືນ​ໃຫມ່​ສຳລັບ​ວິ​ສາ​ຫະກິດ​ທ່ີ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ຊົ່ວຄາວ. ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ປະຈຸ​ບັນ, ​ດອກ​ເຕີ Dinh Thi My Loan ຮອງ​ປະທານ​ຜູ້ປະຈຳການ, ​ເລຂາທິການ​​ໃຫຍ່​ສະຫະ​ສະມາຄົມ​ບັນດາ​ບໍລິສັດ​ຂາຍຍ່ອຍ ຫວຽດນາມ ​ຖື​ວ່າ: ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ໄຫ​ວພິບ​ກວ່າ, ຄວນ​ສຸມ​ໃສ່​ຫລຸດຜ່ອນ​ລາຍ​ຈ່າຍ, ຈັດ​ຕັ້ງການ​ຄຸ້ມ​ຄອງ ​ແລະ ​ແບ່ງປັນ​ຄວາມ​ສ່ຽງ. ດອກ​ເຕີ Dinh Thi My Loan ຍົກ​ຄຳ​ເຫັນ​ວ່າ:

        “ບັນດາ​ວິ​ສາ​ຫະກິດ​ຕ້ອງ​ກຳນົດ​ທິດ​ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ, ​ເພາະວ່າ ມາດ​ຕະການ​ບໍ່​ແມ່ນ​ເໝາະ​ສົມ​ກັບ​ວິ​ສາ​ຫະກິດ​ທຸກ​ແຫ່ງ​ໄດ້, ສະ​ນັ້ນ ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ​ຕ້ອງ​ກຳນົດ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ, ​ໃນ​ນັ້ນ​ບັນດາ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ທ່າ​ອ່ຽງຊື້​ເຄື່ອງ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ.”

        ປະຈຸ​ບັນ ຂົງ​ເຂດ​ຂາຍຍ່ອຍ​ທັນ​ສະ​ໄໝ​ພວມ​ພັດທະນາ​ຢ່າງ​ແຮງ. ທົ່ວ​ປະ​ເທດ​ມີ ຮ້ານຊັບ​ພະ​ສິນຄ້າ 580 ​ແຫ່ງ ​ແລະ ສູນ​ການ​ສິນຄ້າ 120 ​ແຫ່ງ, ​ໃນ​ນັ້ນ​ຮູບ​ແບບ​ຮ້ານ​ຂາຍ​ເຄື່ອງ​ຂະຫນາດ​ນ້ອຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ວິວັດທະນາ​ການ​ນັ້ນ ຮູບ​ແບບ​ຂາຍຍ່ອຍ​ສິນຄ້າພວມ​ຫັນປ່ຽນ​ທັງ​ຮູບ​ການ​ແລະ ຄຸນ​ນະພາ​ບ. ສະພາບ​ການ​ຄວາມ​ຕ້ອງການ ​ແລະ ທ່າ​ອ່ຽງຊື້​ເຄື່ອງ​ຂອງ​ມີ​ການ​ປ່ຽນ​ແປງ, ຜູ້​ຂາຍຍ່ອຍ​ກໍ​ຕ້ອງ​ມີ​ແຜນການ​ດຳ​ເນີນ​ທຸລະ​ກິດ​​ໃຫ້​ເໝາະ​ສົມ, ສະ​ນັ້ນ ຄຽງ​ຂ້າງ​ການພິຈາລະນາ​ຢ່າງ​ລະອຽດ​ບັນດາ​ບັນຊີ​ລາຍ​ຊື່​ລົງທຶນ ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຢ່າງ​ຖືກ​ທິດ, ບັນດາ​ວິ​ສາ​ຫະກິດ​ຂາຍ​ຍອ່ຍຕ້ອງ​ມີ​ແຫ​ລ່ງ​ສິນຄ້າ​ເປັນ​ປົກກະຕິ, ​ຮ່ວມ​ສຳພັນ​ນຳ​ກັນ​ເພື່ອ​ນຳ​ໃຊ້​ລະບົບ​ສະຫນອງ​ສິນຄ້າ, ​ເປີດ​ກວ້າງ​ຕະຫລາດ​ອອກ​ສູ່​ພາກ​ພື້ນ​ທີ່​ມີຄວາມ​ແກ້ງ​ແຍ້​ງຫນ້ອຍ ຫລື ລົງທຶນ​ຮູບ​ແບບ​ໃຫມ່. ຕ້ອງ​ຮັກສາ​ກຳລັງ​ຢ່າງ​ເປັນ​ປົກກະຕິ​ເພື່ອ​ຂຸດ​ຄົ້ນ​ຕະຫລາດ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ, ຂະ​ແຫນງ​ຂາຍຍ່ອຍ ຫວຽດນາມ ຈະ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ, ຟື້ນ​ຕົວ ​ແລະ ສືບ​ຕໍ່​ພັດທະນາ.

ນັກ​ຂ່າວ To Tuan

ຂ່າວ/ບົດ​ອື່ນ