(VOVWORLD) -ພາຍຫຼັງປະຕິບັດມະຕິເລກທີ 120 ຂອງລັດຖະບານກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດມາເປັນເວລາ 2 ປີ, ມີບາງກົນໄກນະໂຍບາຍໄດ້ຮັບການກວດກາຄືນ, ເພີ່ມເຕີ່ມ, ວາງແຜນສັງລວມ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຮີບເຮັ່ງກໍ່ສ້າງ.
ຮູບແບບລ້ຽງແບ້ແມ່ນເໝາະສົມກັບເຂດດິນແຫ້ງແລ້ງຢູ່ແຄມທະເລ
(ພາບ: thtg.vn)
|
ນີ້ແມ່ນພື້ນຖານເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮ່ວມແຮງຮ່ວມໃຈພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພັດທະນາແບບຍືນຍົງ.
ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ພາຍຫຼັງປະຕິບັດມະຕິເລກທີ 120 ມາເປັນເວລາເກືອບ 2 ປີ, ການເຕີບໂຕ GDP ໃນປີ 2018 ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ບັນລຸລະດັບທີ່ໜ້າປະທັບໃຈເຊິ່ງແມ່ນ 7,8% ສູງທີ່ສຸດໃນຮອບເວລາ 4 ປີຜ່ານມາ. ເປັນຄັ້ງທຳອິດວົງເງິນສົ່ງອອກຂອງທົ່ວເຂດບັນລຸ 15,7 ຕື້ USD. ໃນນັ້ນ, ສິ່ງທີ່ໜ້າສົນໃຈນັ້ນແມ່ນ ການຜັນຂະຫຍາຍບັນດາໜ້າທີ່, ມາດຕະການແກ້ໄຂເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແບບຍືນຍົງ ສາມາດບັນລຸໄດ້ໝາກຜົນສຳຄັນຈຳນວນໜຶ່ງ. ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຫັນປ່ຽນເນື້ອທີ່ດິນເກືອບ 40.000 ເຮັກຕາ ທີ່ມີປະສິດທິຜົນຕ່ຳ ໄປສູ່ການປູກຕົ້ນໄມ້ກິນໝາກ, ຜັກພືດ, ລ້ຽງປູກສິນໃນນ້ຳ ແລະ ລ້ຽງສັດ. ນຳໜ້າແມ່ນແຂວງ ຕ່ຽນຢາງ ໄດ້ມີການຫັນປ່ຽນໂຄງປະກອບຕົ້ນໄມ້ປູກ, ສັດລ້ຽງຢ່າງແຮງ ເພື່ອຮັບມືກັບເງື່ອນໄຂສະເພາະຂອງ 3 ເຂດພິເສດນີ້. ຜ່ານນັ້ນ, ໄດ້ຫັນປ່ຽນຈາກດິນປູກເຂົ້າ ມີປະສິດທິຜົນຕ່ຳຢູ່ບັນດາເມືອງທາງທິດຕາເວັນອອກ ຍ້ອນສະພາບແຫ້ງແລ້ງ, ດິນເຄັມໄປສູ່ການປູກຕົ້ນໄມ້ກິນໝາກ, ຜັກພືດ ແລະ ລ້ຽງປູກສິນໃນນ້ຳດ້ວຍເນື້ອທີ່ເກືອບ 10.000 ເຮັກຕາ. ພິເສດ, ຢູ່ເຂດດິນເຄັມຢູ່ເຂດແຄມທະເລ ເຕີນຟູ໊ດົງ, ຊາວກະສິກອນໄດ້ຫັນປ່ຽນໄປສູ່ການປູກຫົວສີໄຄດ້ວຍເນື້ອທີ່ດິນປະມານ 2.000 ເຮັກຕາ, ປູກໝາກຂຽບຝລັ່ງ ແລະ ລ້ຽງເປັດທະເລດ້ວຍເນື້ອທີ່ ກວ່າ 1.000 ເຮັກຕາ ເຊິ່ງໃຫ້ປະສິດທິຜົນດ້ານເສດຖະກິດສູງທົບ 3 – 4 ເທົ່າ ເມື່ອທຽບໃສ່ການປູກເຂົ້າໃນເມື່ອກ່ອນ. ອ້າຍ ເຈິ່ນວັນຮົ່ງ, ຢູ່ບ້ານ ໂຢ່ງແລ້ງ 2, ຕາແສງ ຕັງຮ່ວາ, ເມືອງ ກໍກົງດົງ, ແມ່ນບຸກຄົນດີເດັ່ນໃນຮູບແບບການລ້ຽງແບ້ພັນຊີ້ນປ່ຽນແທນການປູກຕົ້ນເຂົ້າ. ຈາກພັນແບ້ຊຸດທຳອິດມາຮອດປະຈຸບັນ, ຝູງແບ້ຂອງອ້າຍກໍ່ມີ 200 ກວ່າໂຕ. ນອກຈາກການຂາຍຊີ້ນແບ້, ພັນແບ້ແລ້ວ, ອ້າຍຍັງສະໜອງນ້ຳນົມແບ້ທີ່ມີມູນຄ່າສູງອີກດ້ວຍ. ອ້າຍ ເຈິ່ນວັນຮົ່ງ ໃຫ້ຮູ້ວ່າ, ຮູບແບບລ້ຽງແບ້ແມ່ນເໝາະສົມກັບເຂດດິນແຫ້ງແລ້ງຢູ່ແຄມທະເລ. ຮູບແບບດັ່ງກ່າວໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວຂອງອ້າຍແຕ່ 300 – 400 ລ້ານດົ່ງ/ປີ.
“ລ້ຽງແບ້ຕອນທຳອິດບໍ່ປະສົບຜົນສຳເລັດ, ຂ້າພະເຈົ້າໄດ້ໄປຮຽນນຳບັນດາຜູ້ທີ່ລ້ຽງກ່ອນ, ໄປຊື້ປື້ມຫົວເລື່ອງສະເພາະກ່ຽວກັບການລ້ຽງແບ້, ເຕັກນິກໃນການປ້ອງກັນ, ຕ້ານພະຍາດ, ຂະຫຍາຍພັນແບ້ມາຮຽນ. ປະຈຸບັນ, ຂ້າພະເຈົ້າໄດ້ເລືອກເຮັດອາຊີບລ້ຽງແບ້, ແບ້ພັດທະນາຍາວນານ, ໝັ້ນຄົງ ຍ້ອນມັນສ້າງລາຍຮັບສູງ, ລາຄາເປັນປົກກະຕິ ແລະ ລ້ຽງງ່າຍ. ແຕ່ລະປີ, ຂ້າພະເຈົ້າໄດ້ຂະຫຍາຍຝູງແບ້ຕື່ມອີກ, ຈາກ 100 – 200 ໂຕ, ຂ້າພະເຈົ້າປະສົມພັນແບ້ເອົານ້ຳນົມ ເພື່ອຂຸດຄົ້ນນ້ຳນົມແບ້ເປັນຕົ້ນ”.
ໂດຍອີງຕາມເງື່ອນໄຂສະເພາະຂອງແຕ່ລະທ້ອງຖິ່ນເຊິ່ງເລື່ອງຫັນປ່ຽນບັນດາຮູບແບບຜະລິດຢູ່ບັນດາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍ່ມີຄວາມແຕກຕ່າງກັນ. ຄືຢູ່ແຂວງ ເບັ໊ນແຈ, ມີ 3 ແຂວງຢູ່ເຂດແຄມທະເລທີ່ຖືກຜົນສະທ້ອນບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນສະພາບນ້ຳທະເລຂຶ້ນສູງ. ເພື່ອປະຕິບັດມະຕິເລກທີ 120, ໃນໄລຍະເກືອບ 2 ປີຜ່ານມາ, ທ້ອງຖິ່ນສືບຕໍ່ສ້າງລະບົບຊົນລະປະທານຕາມທິດ “ເປີດ” ໃຫ້ສົມບູນແບບເທື່ອລະກ້າວ, ນຳໃຊ້ນ້ຳເຄັມເພື່ອລ້ຽງສິນໃນນ້ຳ ດ້ວຍເນື້ອທີ່ລ້ຽງກຸ້ງທະເລເກືອບ 36.000 ເຮັກຕາ; ຫຼຸດຜ່ອນເນື້ອທີ່ດິນປູກເຂົ້າ, ເຮັດເກືອຢູ່ບັນດາເມືອງ ບາຈິງ, ບິ່ນດ້າຍ, ແທ້ງຟຸ໊ ລົງ 10.000 ເຮັກຕາ ເພື່ອເພີ່ມເນື້ອທີ່ດີນປູກຕົ້ນໝາກພ້າວ, ຕົ້ນໄມ້ກິນໝາກ, ລ້ຽງປູກສິນໃນນ້ຳ, ລ້ຽວງົວຕາມາດຕະຖານ VietGAP. ປະສິດທິຜົນຍືນຍົງທີ່ສຸດແມ່ນຝູງງົວຂອງແຂວງເບັ໊ນແຈ ໄດ້ເພີ່ມຂຶ້ນເກືອບ 200.000 ໂຕ, ເຊິ່ງແມ່ນໜຶ່ງໃນຈຳນວນທ້ອງຖິ່ນນຳໜ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານ ຮີ່ນວັນແດດ, ຊາວກະສິກອນຢູ່ຕາແສງ ອານດິ້ງ, ເມືອງ ເຈົາແທ່ງ, ແຂວງ ເບັ໊ນແຈ - ຫຼຸດພົ້ນອອກຈາກຄວາມທຸກຍາກ ບືນຕົວຂຶ້ນສ້າງຮັ່ງຄູນມີຈາກການລ້ຽງງົວ, ໃຫ້ຮູ້ວ່າ.
“ຢູ່ທ້ອງຖິ່ນນີ້, ຂ້າພະເຈົ້າເຫັນວ່າພໍ່ແມ່ປະຊາຊົນລ້ຽງງົວແມ່ນເໝາະສົມທີ່ສຸດ ເມື່ອທຽບໃສ່ສັດປະເພດອື່ນໆ. ຍ້ອນວ່າ, ເນື້ອທີ່ດິນສວນກໍ່ມີ, ເຮົາໄດ້ປູກຫຍ້າ, ລ້ຽງງົວ. ເຖິງວ່າລາຍຮັບຈາກການລ້ຽງງົວແມ່ນບໍ່ໄດ້ຮັບໄວ ແຕ່ມີຄວາມໝັ້ນຄົງ, ງົວບໍ່ຖືກພະຍາດຫຼາຍ. ພາຍຫຼັງຂາຍງົວແລ້ວກໍ່ໄດ້ກຳໄລກວ່າ 10 ລ້ານດົ່ງ, ເຮົາກໍ່ສາມາດລົງທຶນເຮັດວຽກອື່ນໄດ້”.
ຮູບແບບລ້ຽງກຸ້ງໝູນວຽນກັບການປູກຕົ້ນເຂົ້າ ພວມກາຍເປັນທ່າແຮງຂອງແຂວງ ກ່າເມົາ, ເໝາະສົມກັບເງື່ອນໄຂນ້ຳເຄັມທີ່ນັບມື້ນັບຊຶມເຂົ້າເລິກ. ກ່ອນນີ້, ຢູ່ຕາແສງ ເຕິນບັ່ງ, ເມືອງ ເທີ໊ຍບິ່ງ, ແມ່ນປູກຕົ້ນອ້ອຍເປັນຕົ້ນຕໍ, ແຕ່ມາຮອດປະຈຸບັນໄດ້ຫັນປ່ຽນມາລ້ຽງກຸ້ງ - ປູກເຂົ້າ ດ້ວຍເນື້ອທີ່ດິນ 3.600 ເຮັກຕາ, ກວມກວ່າ 90% ເນື້ອທີ່ດິນຜະລິດຂອງທ້ອງຖິ່ນ. ທ່ານເລຮ່ວາງເຟືອງ, ປະທານຄະນະກຳມະການປະຊາຊົນຕາແສງ ເຕິນບັ່ງ ໃຫ້ຮູ້ວ່າ, ຮູບແບບລ້ຽງກຸ້ງ - ປູກເຂົ້ານີ້ໄດ້ສ້າງລາຍຮັບກວ່າ 100 ລ້ານດົ່ງ/ເຮັກຕາ/ປີ, ສູງກວ່າຫຼາຍເທົ່າເມື່ອທຽບໃສ່ການປູກເຂົ້າ ຫຼື ຕົ້ນອ້ອຍ.
“ຮູບແບບປູກເຂົ້າ - ລ້ຽງກຸ້ງໝູນວຽນ ນີ້ອາດເວົ້າໄດ້ວ່າແມ່ນຮູບແບບພັດທະນາເສດຖະກິດແບບຍືນຍົງ. ລະດູປູກເຂົ້າທັງນຳມາເຊິ່ງລາຍຮັບໃຫ້ແກ່ປະຊາຊົນ, ທັງຄ້ຳປະກັນດ້ານສະບຽງອາຫານຢູ່ທ້ອງຖິ່ນ. ພ້ອມກັນນັ້ນ, ໄດ້ສ້າງສະພາບແວດລ້ອມທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສ້າງແຫຼ່ງອາຫານຫຼາຍຢ່າງໃຫ້ແກ່ກຸ້ງ. ສະພາບຕົວຈິງໄດ້ພິສູດໃຫ້ເຫັນວ່າ, ເມື່ອລະດູປູກເຂົ້າໃຫ້ສັດມັດຕະພາບສູງ, ລະດູລ້ຽງກຸ້ງຕໍ່ໄປກໍ່ບັນລຸປະສິດທິຜົນສູງ. ຮູບແບບດັ່ງກ່າວສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ບໍ່ດເອື້ອອຳນວຍ”.
ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍັງມີຮູບແບບຜະລິດກະສິກຳ, ຫັດຖະກຳອຸດສາຫະກຳຂະໜາດນ້ອຍ, ສິນໃນນ້ຳແບບໃໝ່ທີ່ເຕັມໄປດ້ວຍການປະດິດຄິດສ້າງເປັນຈຳນວນຫຼາຍ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຜົນກະທົບທີ່ບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍຢ່າງກໍ່ຕາມ, ແຕ່ປະຊາຊົນຢູ່ເຂດແມ່ນ້ຳຂອງ ດ້ວຍຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ທຳການຜະລິດໄດ້ພວມຄ່ອຍໆ “ຫັນໄພອັນຕະລາຍເປັນຄວາມສາມາດບົ່ມຊ້ອນໃນການພັດທະນາທີ່ສະດວກ ເພື່ອບືນຕົວຂຶ້ນສ້າງຄວາມຮັ່ງມີ”.