ເພີ່ມທະວີການຮ່ວມມືຢູ່ເຂດຊາຍແດນຫວຽດນາມ - ລາວ

(VOVWORLD) - ຍ້ອນມີບັນດານະໂຍບາຍບຸລິມະສິດຢ່າງເໝາະສົມຂອງທັງ 2 ຝ່າຍ, ສະນັ້ນ, ການພົວພັນດ້ານການຄ້າ ແລະ ການລົງທຶນຫວຽດນາມ - ລາວ ບັນລຸການເຕີບໂຕຢ່າງວ່ອງໄວໃນຊຸມປີມໍ່ໆມານີ້.

ເພີ່ມທະວີການຮ່ວມມືຢູ່ເຂດຊາຍແດນຫວຽດນາມ - ລາວ - ảnh 1ຄາດວ່າ, ປີ 2017, ວົງເງິນຂາອອກຂາເຂົ້າລະຫວ່າງ 2 ປະເທດຈະບັນລຸລະດັບເຕີບໂຕກວ່າ 10%

(ພາບປະກອບອີນເຕີແນັດ)

ປີ 2016, ວົງເງິນການຄ້າ 2 ສົ້ນຫວຽດນາມ - ລາວ ບັນລຸ 801 ລ້ານ USD, ໃນນັ້ນ, ການນຳເຂົ້າສິນຄ້າຂອງຫວຽດນາມ ຈາກລາວ ບັນລຸ 324 ລ້ານ USD, ລວມມີບັນດາປະເທດສິນຄ້າຄື: ໄມ້ ແລະ ຜະລິດຕະພັນໄມ້, ຟຸ່ນເຄມີ, ແຮ່ທາດ ແລະ ໂລຫະ. ວົງເງິນສົ່ງອອກສິນຄ້າຫວຽດນາມ ສົ່ງໄປຍັງລາວ ບັນລຸ 459 ລ້ານ USD ລວມມີ, ເຫຼັກກ້າທຸກປະເພດ, ນ້ຳມັນ, ພາຫະນະຂົນສົ່ງ, ເຄື່ອງອາໄລ່… ພິເສດ, ວົງເງິນການຄ້າຊາຍແດນຫວຽດນາມ - ລາວ ໄດ້ຮັບການເພີ່ມຂຶ້ນສູງ.

ປະຈຸບັນ, ໃນທົ່ວເສັ້ນຊາຍແດນຫວຽດນາມ - ລາວ, ດ້ວຍຄວາມຍາວ 2.340 ກມ, ໄປຜ່ານ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ, 2 ຝ່າຍກໍ່ສ້າງໄດ້ 8 ຄູ່ດ່ານຊາຍແດນສາກົນ ແລະ ສ້າງຕັ້ງບັນດາເຂດເສດຖະກິດດ່ານຊາຍແດນ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາດ້ານການຄ້າ, ການບໍລິການຂອງບັນດາແຂວງຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ຖ້າຫາກປີ 2008, ວົງເງິນການຄ້າ 2 ສົ້ນຫວຽດນາມ - ລາວ ບັນລຸພຽງ 422 ລ້ານ USD ເທົ່ານັ້ນ, ແຕ່ຮອດປີ 2016 ຕົວເລກນີ້ໄດ້ເພີ່ມຂຶ້ນເກືອບ 50%. ຄາດວ່າ, ປີ 2017, ວົງເງິນຂາອອກຂາເຂົ້າລະຫວ່າງ 2 ປະເທດຈະບັນລຸລະດັບເຕີບໂຕກວ່າ 10%. ເມື່ອຕີລາຄາກ່ຽວກັບສະພາບການຮ່ວມມືຢູ່ເຂດຊາຍແດນຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ໃນໄລຍະຜ່ານມາ, ມີຫຼາຍໂຄງການລົງທຶນໃຫຍ່ໄດ້ຮັບການຜັນຂະຫຍາຍຢູ່ທົ່ວເສັ້ນຊາຍແດນ, ພື້ນຖານໂຄງລ່າງຂອງບັນດາແຂວງຢູ່ເຂດຊາຍແດນຂອງ 2 ປະເທດໄດ້ຮັບການປັບປຸງ ແລະ ເພີ່ມທະວີ, ລະດັບຄວາມຮູ້ຂອງປະຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການປັບປຸງ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນແຫຼ່ງກຳລັງຍັງຈຳກັດຢູ່ໃນການຮ່ວມມືພັດທະນາເຂດຊາຍແດນ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດເທື່ອ. ໂດຍປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ເພື່ອເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ. ໃນໄລຍະຈະມາເຖິງ, ລັດຖະບານ 2 ປະເທດຈະສືບຕໍ່ສ້າງເງື່ອນໄຂສະດວກ, ຊຸກຍູ້ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ ເພີ່ມທະວີການຮ່ວມມື, ພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ”.

        ເພື່ອຍູ້ແຮງການພົວພັນດ້ານການຄ້າຫວຽດນາມ - ລາວ, ໃນໄລຍະຈະມາເຖິງ 2 ຝ່າຍຈະຫັນລະບຽບການຄຸ້ມຄອງເຂດຊາຍແດນໃຫ້ເປັນງ່າຍດາຍ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມດ້ານການຄ້າ. ພິເສດແມ່ນຊຸກຍູ້ບັນດາພາກສ່ວນເສດຖະກິດເຂົ້າຮ່ວມການພັດທະນາການຄ້າຊາຍແດນ ແລະ ສ້າງຕະຫຼາດຊາຍແດນ, ໂດຍສະເພາະແມ່ນຕະຫຼາດຢູ່ເຂດຊາຍແດນ ເຊິ່ງນອນໃນແຜນການສັງລວມພັດທະນາເຄືອຂ່າຍຕະຫຼາດເຂດຊາຍແດນຫວຽດນາມ - ລາວ 2020. ທ່ານ ຮ່າວັນແກງ, ກຳມະການສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ກໍ່ແມ່ນນັກທຸລະກິດທີ່ພວມດຳລົງຊີວິດຢູ່ແຂວງຊຽງຂວາງ, ໄດ້ແບ່ງປັນວ່າ.

        “ນັບແຕ່ກ່ອນມາຮອດປະຈຸບັນ, ຂ້າພະເຈົ້າເຄີຍຊື້ຂາຍບັນດາປະເພດສິນຄ້າຂອງຫວຽດນາມ ຢູ່ລາວ, ຂ້າພະເຈົ້າມານະພະຍາຍາມເຮັດແນວໃດເພື່ອນຳສິນຄ້າຂອງຫວຽດນາມ ເຂົ້າຕະຫຼາດລາວ ຍິ່ງຫຼາຍເທົ່າໃດກໍ່ຍິ່ງດີເທົ່ານັ້ນ. ກ່ອນນີ້, ຊາວລາວ ນິຍົມສິນຄ້າປະເພດຕ່າງໆຂອງໄທ, ໃນຊຸມປີມໍ່ໆມານີ້, ພວກຂ້າພະເຈົ້າມີຄວາມສົນໃຈເຖິງສິນຄ້າຂອງຫວຽດນາມ ທີມີຄຸນນະພາບສູງ, ຕົວຢ່າງຄື: ກະແຈ ຍ່ີຫໍ້ ຫວຽດຕຽບ ຫຼື ຢູ່ບັນດາແຂວງທາງພາກເໜືອຂອງລາວ ອາກາດໜາວຈັດ, ພວກຂ້າພະເຈົ້າໄດ້ນຳສິນຄ້າເປັນໝໍ້ນ້ຳອຸ່ນຍີ່ຫໍ້ ariston ຜະລິດຢູ່ຫວຽດນາມ ມາເພື່ອຂາຍ, ນອກນັ້ນຍັງມີສິນຄ້າຫຼາຍປະເພດຂອງຫວຽດນາມ ເຊິ່ງຊາວລາວ ນິຍົມຊົມໃຊ້”.

        ໃນໄລຍະຜ່ານມາ, 2 ປະເທດກໍໄດ້ເອົາໃຈໃສ່ເຖິງການປັບປຸງທາງຄົມມະນາຄົມຂົນສົ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ກັນໃນການພັດທະນາດ້ານການຄ້າ ແລະ ການຮ່ວມມືລົງທຶນ. ຫວຽດນາມ ແລະ ລາວ ໄດ້ພ້ອມກັນປະຕິບັດກົນໄກປະຕູດຽວຢູ່ດ່ານຊາຍແດນບາງແຫ່ງ, ຍົກເວັ້ນພາສີນຳເຂົ້າ, ສົ່ງອອກເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກສິນຄ້າຢູ່ບັນດາເມືອງທີ່ມີເສັ້ນຊາຍແດນຮ່ວມຄືເລື່ອງ ໃຫ້ບຸລິມະສິດພິເສດແກ່ບັນດາສິນຄ້າກະເສດໂດຍປະຊາຊົນປະຈຳຖິ່ນຜະລິດ, ວິສາຫະກິດຢູ່ບໍລິເວນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ 2 ປະເທດ, ນັກລົງທຶນຫວຽດນາມ ຜະລິດທີ່ຍັງບໍ່ທັນໄດ້ຮັບການປຸງແຕ່ງ ຈະໄດ້ຍົກເວັ້ນພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມ, ບໍ່ຈຳກັດໂກຕາ (quata). ຫວຽດນາມ ກໍສະຫງວນໃຫ້ລາວ ພາສີ 0% ໃຫ້ແກ່ບັນດາຜະລິດຕະພັນກະເສດທີ່ມີຕົ້ນກຳເນີດຈາກລາວ. ທ່ານນາງ ຄຳແພງ ສິມມະສອນ, ທູດການຄ້າ, ສະຖານທູດລາວ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

(ທ່ານນາງ ຄຳແພງ ສິມມະສອນ)

 

ໃນໄລຍະຈະມາເຖິງ, 2 ປະເທດຈະສົມທົບກັນຄົ້ນຄວ້າ, ສ້າງແຜນການສັງລວມກ່ຽວກັບການພັດທະນາການຄ້າຢູ່ເຂດຊາຍແດນຮ່ວມລະຫວ່າງ 2 ປະເທດຫວຽດນາມ - ລາວ ໄລຍະເຖິງປີ 2025, ວິໄສທັດຮອດປີ 2035. ພິເສດ, 2 ຝ່າຍຈະຄົ້ນຄວ້າສະເໜີຕໍ່ລັດຖະບານ ແຕ່ລະປະເທດກ່ຽວກັບຄວາມສາມາດສ້າງຕັ້ງ, ກໍຄືພ້ອມກັນໜູນຊ່ວຍການລົງທຶນ, ຍົກລະດັບບັນດາຄູ່ດ່ານຊາຍແດນ, ເຂດຮ່ວມມືເສດຖະກິດຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ. ພ້ອມກັນນັ້ນ, ສ້າງບັນດາລາຍການ, ແຜນການພັດທະນາດ້ານການຄ້າເຂດຊາຍແດນເພື່ອໂຄສະນາ, ດຶງດູດແຫຼ່ງການເງິນຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອແນໃສ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ