(vovworld) - ໃນ 6 ເດືອນຕົ້ນປີ 2012, ມູນຄ່າຜະລິດຕະພັນກະເສດຂອງ ຫວຽດນາມ ຍັງຄົງສືບຕໍ່ເພີ່ມຂຶ້ນ, ວົງເງິນສົ່ງອອກບັນດາຜະລິດຕະພັນກະເສດເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍຕາມ, ພ້ອມກັບບັນດາຜົນງານທີ່ບັນລຸໄດ້, ຂະແຫນງກະສິກຳຍັງຄົງປະສົບກັບສິ່ງທ້າທາຍຫລາຍຢ່າງຄື: ລາຄາສົ່ງອອກຜະລິດຕະພັນກະເສດຫລຸດລົງ, ຕະຫລາດສົ່ງອອກບໍ່ເປັນປົກກະຕິ ແລະ ຮົ້ວກີດຂວາງການຄ້າໂດຍບັນດາປະເທດນຳເຂົ້າສິນຄ້າວາງອອກ. ເພື່ອບັນລຸຄາດໝາຍສົ່ງອອກໃຫ້ໄດ້ 26 ຕື້ USD ໃນປີນີ້ ຮຽກຮ້ອງໃຫ້ຂະແຫນງກະສິກຳຫວຽດນາມ ຕ້ອງມີຄວາມມານະພະຍາຍາມຫລາຍຢ່າງໃນຊຸມເດືອນທີ່ຍັງເຫລືອຂອງປີ ນີ້.
ພາບປະກອບ: internet
|
ໝາກຜົນດີພໍສົມຄວນໃນການຜະລິດຂອງຂະແຫນງກະສິກຳ ໃນ 6 ເດືອນຕົ້ນປີໄດ້ສະແດງໃຫ້ເຫັນຜ່ານບັນດາຕົວເລກຄື: ລະດັບການຈະເລີນເຕີບໂຕ GDP ໃນທົ່ວຂະແຫນງບັນລຸປະມານ 2,8%, ສູງກວ່າແຜນການທີ່ວາງອອກ. ມູນຄ່າການຜະລິດ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸກວ່າ 110.000 ຕື້ດົ່ງ. ພິເສດ, ວົງເງິນສົ່ງອອກຂອງໝວດສິນຄ້າດັ່ງກ່າວບັນລຸໄດ້ 13,6 ຕື້ USD, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເກີນດຸນການຄ້າຂອງທົ່ວຂະແຫນງກະສິກຳແມ່ນ 5,7 ຕື້ USD, ປະກອບສ່ວນຫລຸດຜ່ອນການນຳເຂົ້າເກີນດຸນໃຫ້ແກ່ປະເທດຊາດ. ໝາກຜົນນີ້ສະແດງໃຫ້ເຫັນວ່າ: ຂະແຫນງກະສິກຳສືບຕໍ່ພັດທະນາເປັນປົກກະຕິ, ແມ່ນເສົາຄ້ຳຕົ້ນຕໍຂອງພື້ນຖານເສດຖະກິດໃນສະພາບເສດຖະກິດພາຍໃນປະເທດ ແລະ ສາກົນຖືກຊຸດໂຊມ ກໍຄືປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ທ່ານ Cao Duc Phat ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ: ເຖິງແມ່ນວ່າ ມູນຄ່າການສົ່ງອອກຜະລິດຕະພັນກະເສດຫຼາຍປະເພດເພີ່ມຂຶ້ນກໍຕາມ ແຕ່ຕະຫລາດໂລກຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ເປັນຕົ້ນລາຄາຜະລິດຕະພັນກະເສດຫລຸດລົງຢ່າງຕໍ່ເນື່ອງໄດ້ສົ່ງຜົນສະທ້ອນໂດຍກົງເຖິງໝາກຜົນການສົ່ງອອກຂອງທົ່ວຂະແຫນງ.
ອາດເຫັນໄດ້ວ່າ, ນອກຈາກບັນດາປັດໄຈພາວະວິໄສທີ່ສົ່ງຜົນສະທ້ອນເຖິງການສົ່ງອອກຜະລິດຕະພັນກະເສດແລ້ວ, ສາຍເຫດທີ່ເຮັດໃຫ້ປະລິມານການຜະລິດສົ່ງອອກຫລຸດລົງນັ້ນ ແມ່ນຍ້ອນຜະລິດຕະພັນກະເສດຂອງຫວຽດນາມ ບໍ່ທັນມີເຄື່ອງໝາຍການຄ້າ ແລະ ບໍ່ທັນໄດ້ຮັບການປົກປ້ອງສົມກັບທ່າແຮງ, ຄວາມສາມາດບົ່ມຊ້ອນເທື່ອ ອັນໄດ້ພາໄປເຖິງສະພາບລາຄາຜະລິດຕະພັນກະເສດຍາມໃດກໍຕຳ່ກວ່າເມື່ອທຽບໃສ່ປະເທດອື່ນ ແລະ ບໍ່ເປັນປົກກະຕິ. ຕົວຢ່າງຄື: ໃນໄລຍະຜ່ານມາ ປະເພດສິນຄ້າປາຈາ ປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນສະທ້ອນເຖິງການສົ່ງອອກ. ປະຈຸບັນ ມີວິສາຫະກິດຫລາຍແຫ່ງທີ່ພວມເຄື່ອນໄຫວແບບປະຄອງ ຫລືຢຸດຕິການເຄື່ອນໄຫວນັັ້ນ ອາດຈະຖືກຫລຸບທຶນ. ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ແລ້ວ, ປະຈຸບັນ ມີເຖິງ 70% ຈຳນວນວິສາຫະກິດຖືກຫລຸບທຶນ ສາຍເຫດຕົ້ນຕໍນັ້ນແມ່ນ ຍ້ອນທະນາຄານຮັດກຸມສິນເຊື່ອ ໄດ້ເຮັດໃຫ້ວິສາຫະກິດຂາດແຄນແຫລ່ງທຶນ. ທ່ານ Doan Toi ຜູ້ອຳນວຍການໃຫຍ່ບໍລິສັດຫຸ່ນສ່ວນ Nam Viet ຖືວ່າ: ເພ່ືອເຮັດໃຫ້ລາຄາປາຈາເພີ່ມຂຶ້ນຄືນໃຫມ່ ຕ້ອງມີການເຂົ້າຮ່ວມຈາກລັດ ເພື່ອໃຫ້ບັນດາວິສາຫະກິດປຸງແຕ່ງປາຈາ ມີທຶນຮອນທຳການຜະລິດ, ຫຼືໄດ້ຮັບການໃຫ້ຄຳປືກສາຈາກບັນດາຜູ້ຊ່ຽວຊານໃນການສ້າງນະໂຍບາຍພັດທະນາຮອບດ້ານຄືຂອບຂະຫນາດການຜະລິດ, ມູນຄ່າ, ຄຸນນະພາບ, ເຄື່ອງໝາຍການຄ້າ ແລະ ຕະຫລາດ. ທ່ານ Doan Toi ເວົ້າວ່າ:
“ ຕ້ອງໃຫ້ບຸລິມະສິດແກ່ວິສາຫະກິດຜະລິດດຳເນີນທຸລະກິດ, ກໍຄືວິສາຫະກິດທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ. ຕ້ອງມີນະໂຍບາຍໃຫ້ເຂົາເຈົ້າ ແລະ ຫນູນຊ່ວຍດ້ວຍວິທີ: ອັດຕາດອກເບ້ຍຕຳ່ ເພື່ອຊຸກຍູ້ການສົ່ງອອກ. ບ້ວງເງິນທີ່ລັດຖະບານຫນູນຊ່ວຍວິສາຫະກິດນັ້ນ ຈະເຮັດໃຫ້ຂະແຫນງກະສິກຳກ້າວຂຶ້ນ, ສິ່ງດັ່ງກ່າວແມ່ນດີຫລາຍ.”
ເຂົ້າສານແມ່ນປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ
ພາບປະກອບ: internet |
ກ່ຽວກັບຕະຫລາດສົ່ງອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພວມສຸມໃສ່ບາງມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ຕິດຕາມການຜັນແປຂອງຕະຫລາດເພື່ອແຈ້ງໃຫ້ຊາວກະສິກອນໄດ້ຮັບຊາບໂດຍໄວ ແນໃສ່ດັດປັບການຜະລິດໃຫ້ເໝາະສົມ, ນັບທັງປະລິມານ ແລະ ປະເພດສິນຄ້າ. ຈາກນັ້ນກຳນົດທິດໃຫ້ແກ່ຊາວກະສິກອນ ແລະ ບັນດາວິສາຫະກິດສຸມໃສ່ການປູກຝັງ ລ້ຽງສັດໃຫ້ເໝາະສົມ. ທາງກະຊວງກໍສະເຫນີຕໍ່ລັດຖະບານ ຕ້ອງມີນະໂຍບາຍຫນູນຊ່ວຍຜະລິດຕະພັນກະເສດປະເພດຕົ້ນຕໍ, ພ້ອມກັນນັ້ນ ປັບປຸງໂຄງປະກອບ ຂອບຂະຫນາດການຜະລິດ, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ ຊ່ວຍຫລຸດຜ່ອນມູນຄ່າຜະລິດຕະພັນ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນ.
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະເປັນເຈົ້າການແກ້ໄຂບັນດາຮົ້ວກີດຂວງດ້ານການຄ້າ ກໍຄື ບັນດາວິສາຫະກິດຕັ້ງຫນ້າຂຸດຄົ້ນຕະຫລາດເພື່ອເພີ່ມປະລິມານການສົ່ງອອກ, ທົດແທນການຫລຸດຜ່ອນຂອງລາຄາ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ: ນອກຈາກບັນດາຕະຫລາດເດີມຄື: ອາເມລິກາ, ຍີ່ປຸ່ນ, ເອີລົບ ແລ້ວ, ເລື່ອງເປີດກວ້າງການຂຸດຄົ້ນຕະຫລາດແມ່ນສຳຄັນທີ່ສຸດ. ຕົວຢ່າງຄື: ຈີນ ແມ່ນຕະຫລາດໃຫຍ່, ການນິຍົມຊົມໃຊ້ຂອງປະຊາຊົນຈີນກໍຄ້າຍຄືກັນກັບ ຫວຽດນາມ ສະນັ້ນ ເລື່ອງຊຸກຍູ້ການພົວພັນດ້ານການຄ້າມີຄວາມໝາຍໃຫ້ທັງສອງຝ່າຍ. ໃນໄລຍະຜ່ານມາ ສອງປະເທດກໍໄດ້ຮ່ວມມືຊຸກຍູ້ການຄ້າຂາຍຜະລິດຕະພັນກະເສດ. ເມື່ອເວົ້າເຖິງການສົ່ງສິນຄ້າໄປຂາຍຢູ່ຕະຫລາດ ຈີນ, ທ່ານ Nguyen Quoc Hai ຮອງຫົວຫນ້າພະແນກຄຸ້ມຄອງສິນຄ້ານຳເຂົ້າສົ່ງອອກ ຢູ່ບໍລິເວນແຂວງ Lang Son ໃຫ້ຮູ້ວ່າ:
“ສາຍເຫດທີ່ພາໃຫ້ການສົ່ງອອກບໍ່ໄດ້ຮັບຜົນ ນັ້ນແມ່ນຍ້ອນພວກເຮົາບໍ່ມີ ແຜນການສົ່ງອອກທີ່ເປັນຈຸດສຸມ, ບໍ່ເປັນເອກະພາບ ແລະ ບໍ່ປະຕິບັດບັນດາຄຳໝັ້ນສັນຍາຢ່າງເຄັ່ງຂັດ. ສະນັ້ນ, ຄວາມເສຍຫາຍຍາມໃດກໍ່ຂຶ້ນກັບຝ່າຍວິສາຫະກິດ ຫວຽດນາມ. ຈີນ ແມ່ນຕະຫລາດ ທີ່ວິສາຫະກິດຫວຽດນາມ ຄວນໃຫ້ຄວາມສົນໃຈ ແລະ ລົງທຶນ, ກຳນົດທິດຢ່າງລະອຽດເພື່ອຜະລິດຖືກກັບລະດູການ, ເປັນຕົ້ນແມ່ນຕ້ອງມີແຜນການສົ່ງອອກຢ່າງລະອຽດເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ວິສາຫະກິດພາຍໃນປະເທດ.”
ການແກ້ໄຂບັນດາຄວາມຫຍຸ້ງຍາກນີ້ຂອງການຜະລິດກະສິກຳ, ພ້ອມກັບການຍູ້ແຮງການສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່ຕາມທິດໝັ້ນຄົງນັ້ນແມ່ນ ບັນດາສັນຍານທີ່ດີເພື່ອໃຫ້ 6 ເດືອນທ້າຍປີ, ລະດັບຈະເລີນເຕີບໂຕການສົ່ງອອກຜະລິດຕະພັນກະເສດມີບາດກ້າວບຸກທະລຸນັບທັງຄຸນນະພາບ ແລະ ປະລິມານ. ເຮັດໄດ້ຄືແນວນັ້ນ ວົງເງິນສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ບັນລຸ ຄາດໝາຍ 26 ຕື້ USD ແມ່ນຈະປະກົດຜົນເປັນຈິງ, ນຳຂະແໜງກະສິກຳກາຍເປັນຫນຶ່ງໃນບັນດາຂະແຫນງເສດຖະກິດປາຍແຫລມຂອງປະເທດຊາດ./.