40 ປີແຫ່ງນ້ຳໃຈສາມັກຄີ, ປ່ອງດອງຊາດ
ໃນຊຸມມື້ຂອງເດືອນ 4/1975, ເມື່ອພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ມີຊາວຫວຽດນາມ ຫລາຍຄົນ ທີ່ເຄີຍຮັບໃຊ້ລະບອບເກົ່າ ໄດ້ເລືອກເຟັ້ນ ບ້ານເກີດເມືອງນອນເປັນບ່ອນດຳລົງຊີວິດຂອງຕົນແທນທີ່ຈະໄປອາໄສຢູ່ຕ່າງປະເທດ.
ທ່ານ ຫງວຽນວັນຮຸ່ງ, ປະຈຸບັນພວມດຳລົງຊີວິດຢູ່ຕາແສງ 14 ເມືອງ ກໍ່ເວີບ, ເປັນນັກຮົບເກົ່າ ທີ່ເຄີຍຮັບໃຊ້ອຳນາດການປົກຄອງຫຸ້ນໄຊງ່ອນ. ພາຍຫລັງພາກໃຕ້ໄດ້ຮັບການປົດປ່ອຍ, ໂຮມປະເທດຊາດເປັນເອກະພາບ, ທ່ານຖືກສົ່ງໄປຮຽນການເມືອງ 2 ປີ ແລ້ວກັບຄືນເມືອດຳລົງຊີວິດກັບຄອບຄົວ, ຕັ້ງຫນ້າທຳມາຄ້າຂາຍ. ປະຈຸບັນ, ທ່ານຮຸ່ງ ເປັນເຈົ້າຂອງຮ້ານອາຫານຢູ່ນະຄອນ ໂຮ່ຈິມິນ ແລະ ມີຊີວິດເປັນປົກກະຕິ. ທ່ານ ຮຸ່ງເວົ້າວ່າ:
“ລັດຫວຽດນາມ ບໍ່ບັງຄັບຜູ້ໃດ. ປະເທດຫວຽດນາມ ພວມຢູ່ໃນທ່າພັດທະນາຢ່າງແຮງ, ການເມືອງມີສະຖຽນລະພາບ. ລຸ້ນຫນຸ່ມປະຈຸບັນມີກຳລັງຄວາມສາມາດ. ນັ້ນແມ່ນເງື່ອນໄຂຢ່າງພຽງພໍເພື່ອພັດທະນາ.”
ສຳລັບ ປ້າ ຟານຮ່ວານງອກຕວຽດ ຢູ່ເມືອງ 12, ເດືອນ 4/1975 ຄອບຄົວທ່ານນາງ ຕົກລົງບໍ່ໄປອາໄສຢູ່ ອາເມລິກາ ຫາກດຳລົງຊີວິດຢູ່ບ້ານເກີດເມືອງນອນ, ສ້າງຊີວິດໃຫມ່, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ. ແຕ່ສິ່ງທີ່ທ່ານນາງຮູ້ສຶກປິຕິຊົມຊື່ນ ນັ້ນແມ່ນຄອບຄົວຂອງປ້າບໍ່ຖືກຈຳແນກປະພຶດຕໍ່, ກົງກັນຂ້າມໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫລືອຈາກ ອຳນາດການປົກຄອງທ້ອງຖິ່ນ.
“ຕ້ອງຫລົງລືມອະດີດຕະການເພື່ອໃຫ້ລຸ້ນຫນຸ່ມກໍ່ສ້າງປະເທດຊາດໃຫ້ພັດທະນາກວ່າ. ໃນຄອບຄົວຂ້າພະເຈົ້າ ລູກຊາຍຜູ້ຫນຶ່ງຖືກຜົນສະທ້ອນຈາກທາດພິດສີສົ້ມ , ພວກຂ້າພະເຈົ້າກໍໄດ້ຮັບການຫນູນຊ່ວຍຈາກລັດຢ່າງຄົບຖ້ວນ. ແຕ່ລະເດືອນກໍໄດ້ຮັບເງິນອຸດຫນູນ, ປະກັນສຸຂະພາບ, ບຸນປີໃຫມ່ປະຈຳຊາດກໍໄດ້ຮັບຂອງຂວັນ ແລະ ຈຳນວນເງິນ 800.000-900.000 ດົງ, ຂີ່ລົດເມບໍ່ຕ້ອງເສຍຄ່າອີກ.”
ສ່ວນສາດສະດາຈານ, ທ່ານໝໍ ເຈີນດົງອາ, ອະດີດຮອງຜູ້ອຳນວຍການໂຮງໝໍເດັກ 2, ພາຍຫລັງພາກໃຕ້ໄດ້ຮັບການປົດປ່ອຍ, ທ່ານມີໂອກາດໄດ້ຮັບຫນ້າທີ່ຢູ່ໂຮງໝໍເດັກ 2 ແລະ ນັບແຕ່ເວລານັ້ນຊີວິດຂອງທ່ານກໍ່ປ່ຽນແປງໄປນຳ. ດ້ວຍວິຊາສະເພາະ ແລະ ອາລົມຈິດຂອງຕົນ, ທ່ານໄດ້ປິ່ນປົວພະຍາດໃຫ້ແກ່ເດັກເປັນພະຍາດມາແຕ່ເກີດນັບພັນໆຄົນ. ໂດຍຮັບຮູ້ຄຸນງາມຄວາມດີຂອງທ່ານສຳລັບຂະແຫນງການແພດ, ລັດຫວຽດນາມ ໄດ້ມອບນາມມະຍົດທ່ານໝໍປະຊາຊົນ, ວິລະຊົນແຮງງານ ໃຫ້ແກ່ທ່ານ.
ປະເທດຊາດໂຮມເປັນເອກະພາບ, ມີສະຖຽນລະພາບ ແລະ ສະຫງົບສຸກ, ບັນດາເລື່ອງລາວກ່ຽວກັບການປ່ອງດອງ, ສາມັກຄີ ແມ່ນສະແດງອອກຢ່າງຈະແຈ້ງໃນແຕ່ລະຄອບຄົວ ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານໝັ້ນແກ່ນເພື່ອໃຫ້ປະຊາຊົນທັງຊາດ ພ້ອມກັນສ້າງສາປະເທດຊາດ. ນັ້ນກໍແມ່ນກຳລັງແຮງແຫ່ງເຈດຈຳນົງໂຮມປະເທດຊາດເປັນເອກະພາບ, ຄວາມມຸ່ງຫວັງສັນຕິພາບ ແລະ ປ່ອງດອງຊາດຂອງຊາວຫວຽດນາມ.
ນະຄອນໂຮ່ຈິມີນປະຈຸບັນ
ພາບ:internet
|
ນະຄອນໂຮ່ຈິມີນ, 40 ປີບື່ນຕົວຂຶ້ນພ້ອມກັບປະເທດຊາດ
ພາຍຫລັງ 40 ປີ ນັບແຕ່ມື້ໄດ້ຮັບການປົດປ່ອຍ, ນະຄອນ ໂຮ່ຈິມີນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ນັບມື້ນັບເຕີບໃຫຍ່ ແລະ ກາຍເປັນຕົວເມືອງພິເສດ, ເປັນສູນກາງໃຫຍ່ທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີຂອງທົ່ວປະເທດ. ໃນສາຍຕາຂອງປະຊາຊົນ, ນະຄອນໂຮ່ຈິມີນແມ່ນນະຄອນທັນສະໄຫມ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ.
ເມື່ອກັບຄືນເມືອຢ້ຽມຢາມນະຄອນ ໂຮ່ຈິມີນ, ທ່ານ ຫງວຽນຫືວທາຍ, ຊາວຫວຽດນາມ ອາໄສຢູ່ ການາດາ ກໍຮູ້ສຶກໄດ້ຄວາມຫຍຸ້ງຍາກຊື່ງນະຄອນ ໄດ້ຜ່ານຜ່າ ແລະ ມີຄວາມປິຕິຊົມຊື່ນເມື່ອເຫັນປະຈັກຕາ ນະຄອນໂຮ່ຈິມີນ ພັດທະນາຄືປະຈຸບັນ.
ໃນຊຸມປີຜ່ານມາ ນະຄອນໂຮ່ຈີມີນ ໄດ້ນຳໃຊ້, ປະຕິບັດແນວທາງພັດທະນາເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຢ່າງມີຫົວຄິດປະດິດສ້າງ. ດຣ ເຈີນຢູລີກ, ຮອງຫົວຫນ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມີນ ຖືວ່າ:
“ນະຄອນໂຮ່ຈີມີນ ໄດ້ມີການປະກອບສ່ວນສຳຄັນຫລາຍຢ່າງ. ແມ່ນນະຄອນທຳອິດປະຕິບັດທົດລອງການປ່ຽນແປງໃຫມ່ກ່ຽວກັບການຜະລິດເປັນສິນຄ້າ. ພາຍຫລັງໄລຍະປ່ຽນໃຫມ່, ນະຄອນໂຮ່ຈິມີນໄດ້ນຳຫນ້າໃນການກໍ່ສ້າງເຂດຜະລິດສົ່ງອອກ, ສ້າງກົດໝາຍວ່າດ້ວຍບໍລິສັດ, ວິສາຫະກິດເອກະຊົນ.”
ຍ້ອນມີຫົວຄິດປະດິດສ້າງ, ບາດກ້າວບຸກທະລຸ, ສະນັ້ນ ໃນໄລຍະ 2011- 2014, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 5000 USD. ປະຈຸບັນ ນະຄອນ ປະກອບ 21% GDP ໃຫ້ທັງປະເທດ, 30% ແຫລ່ງລາຍຮັບງົບປະມານແຫ່ງຊາດ ແລະ ແມ່ນຫນຶ່ງໃນບັນດາທ້ອງຖິ່ນດຶງດູດການລົງທຶນໃຫຍ່ສຸດຂອງທັງປະເທດ. ອ້າຍ ຫງວຽນຕຽນດາດ, ພະນັກງານ ສະມາຄົມຊາວກະສິກອນ ເມືອງ ບີງແຈງ ແບ່ງປັນວ່າ:
“ພາຍຫລັງ 40 ປີແຫ່ງການສ້າງສາ ແລະ ພັດທະນາ, ໂສມຫນ້າຂອງນະຄອນໂຮ່ຈີມີນ ນັບມື້ນັບທັນສະໄຫມ ດ້ວຍຫລາຍກິດຈະກຳໃຫຍ່ລະດັບຊາດ, ລະດັບພາກພື້ນ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ ແລະ ຮູ້ສຶກໂຊກດີທີ່ເປັນພົນລະເມືອງຂອງນະຄອນ.”
ໂດຍແມ່ນຕົວເມືອງພິເສດ, ແມ່ນສູນກາງໃຫຍ່ທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຊີ, ນຳຫນ້າເຂດເສດຖະກິດຈຸດສຸມທາງພາກໃຕ້, ນະຄອນໂຮ່ຈິມີນ ຍັງກຳນົດທິດທາງກາຍເປັນສູນຮ່ວມສຳພັນຂອງເຂດ, ປະເທດຊາດ ແລະ ຂອງພາກພື້ນ ອາຊຽນໃນອະນາຄົດ.