ດ່ານັ້ງ ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 8 ຄົນ

(VOVWORLD) -ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ- 19 ຕື່ມອີກ 8 ຄົນ, ທັງໝົດເຫຼົ່ານັ້ນລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງບັນດາໂຮງໝໍຢູ່ດ່ານັ້ງ.
ດ່ານັ້ງ ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 8 ຄົນ - ảnh 1 (ພາບປະກອບ: TTXVN)

ຕອນເຊົ້າວັນທີ 29 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ- 19 ຕື່ມອີກ 8 ຄົນ, ທັງໝົດເຫຼົ່ານັ້ນລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງບັນດາໂຮງໝໍຢູ່ດ່ານັ້ງ. ສູນຄວບຄຸມໂລກລະບາດດ່ານັ້ງ ສືບຕໍ່ສືບຫາໂລກລະບາດ, ສ້າງບັນຊີລາຍຊື່ບັນດາກໍລະນີທີ່ໄດ້ສຳຜັດໃກ້ກັບຜູ້ຕິດເຊື້ອ, ກຳຈັດແຫຼ່ງພະຍາດຢ່າງເຖິງຖອງຕາມຂໍ້ກຳນົດເພື່ອບໍ່ປະໃຫ້ແຜ່ລະບາດ. ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດລວມທັງໝົດແມ່ນ 446 ຄົນ, ໃນນັ້ນມີ 369 ຄົນໄດ້ຮັບການປິ່ນປົວຫາຍດີ, ຍັງມີ 77 ຄົນພວມໄດ້ຮັບການປິ່ນປົວ. ຫວຽດນາມ ຍັງບໍ່ທັນມີຜູ້ເສຍຊີວິດຍ້ອນເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ