ງານວາງສະແດງພາບຖ່າຍ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ”: ຮ່າໂນ້ຍ ບືນຕົວບຸກທະລຸ
Le Chi -  
(VOVWORLD) - ພາບຖ່າຍ 80 ແຜ່ນທີ່ມີຊີວີດຊີວາ ແມ່ນບັນດາເອກະສານທີ່ລ້ຳຄ່າບັນທຶກໄລຍະເວລາປະຫວັດສາດ, ບັນດາຂີດໝາຍທີ່ໜ້າຈົດຈຳ ແລະ ຜົນງານທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງ ຮ່າໂນ້ຍ ພາຍຫຼັງໄດ້ຮັບການປົດປ່ອຍເປັນເວລາ 70 ປີ.
|
ເພື່ອຂ່ຳນັບຮັບຕ້ອນ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024), ຢູ່ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມຽວ - ກວັກຕືຢາມ, ພວມຈັດງານວາງສະແດງພາບຖ່າຍ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ” ປີ 2024. |
|
ດ້ວຍຫົວຂໍ້ “ຮ່າໂນ້ຍ ບືນຕົວບຸກທະລຸ”, ງານວາງສະແດງ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ” ຄັ້ງທີ 19 ປີ 2024 ໄດ້ແນະນຳພາບຖ່າຍທີ່ມີຊີວິດຊີວາ 80 ແຜ່ນເຖິງມະຫາຊົນ. |
|
ພາກທີໜຶ່ງ: “ຮ່າໂນ້ຍ - ນະຄອນຫຼວງແຫ່ງວິລະຊົນ” ແມ່ນບັນດາພາບຖ່າຍເອກະສານທີ່ລ້ຳຄ່າຂອງຊຸມເດືອນ, ປີທີ່ສະຫງ່າອົງອາດ, ບັນດາຂີດໝາຍປະຫວັດສາດຮຸ່ງເຮືອງເຫຼືອງເຫຼື້ອມຂອງ ຮ່າໂນ້ຍ ນັບແຕ່ຈຸດເວລາປົດປ່ອຍນະຄອນຫຼວງ ໃນວັນທີ 10 ຕຸລາ 1945 ຮອດປີ 1975. |
|
ພາບຖ່າຍ “ວັນທີ 10 ຕຸລາ 1945, ມີຊາວ ຮ່າໂນ້ຍ ນັບໝື່ນໆຄົນ ໄດ້ລົງຖະໜົນຕ້ອນຮັບກອງທະຫານຮັບໄຊຊະນະປົດປ່ອຍນະຄອນຫຼວງ”. |
|
ພາບຖ່າຍ “ທ່ານຮອງປະທານຄະນະກຳມະການການເມືອງການທະຫານ ຮ່າໂນ້ຍ ເຈິ່ນຢຸຍຮືງ ຈາກ ຫວຽດບັກ ມາບໍລິຫານນະຄອນຫຼວງ”. |
|
ພາກທີສອງ: “ຮ່າໂນ້ຍ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່” ແມ່ນບັນດາພາບຖ່າຍສຸມໃສ່ໄລຍະ 1975 – 2008. |
|
ໜອງ ຮວ່ານກຽມ ປີ 1976. |
|
ພາບຖ່າຍ “ເປີດສະຫຼອງຂະບວນລົດໄຟເອກະພາບ ເໜືອ - ໃຕ້ ຢູ່ສະຖານີລົດໄຟ ຮ່າໂນ້ຍ, ປີ 1976”. |
|
ພາບຖ່າຍ “ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຫງວຽນຝູຈ້ອງ ຢ້ຽມຢາມບໍລິສັດ Hanel, ປີ 2001”. |
|
ພາກທີສາມ: “ຮ່າໂນ້ຍ ບຸກທະລຸໃນປະຈຸບັນ” ແມ່ນບັນດາພາບຖ່າຍກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ - ສິວິໄລ - ທັນສະໄໝໃນປະຈຸບັນ. |
|
ບັນດາພາບຖ່າຍທີ່ວາງສະແດງໄດ້ນຳມາເຊິ່ງບັນດາຄວາມຮູ້ສຶກກ່ຽວກັບນະຄອນຫຼວງແຫ່ງອະລິຍະທຳ - ສີວິໄລ - ທັນສະໄໝ, ພວມບືນຕົວບຸກທະລຸຜ່ານບັນດາແງ່ມູມກ່ຽວກັບຊາວ ຮ່າໂນ້ຍ ສິວິໄລ, ສຸພາບຮຽບຮ້ອຍ, ພາບທີ່ມີຊີວິດຊີວາກ່ຽວກັບການພົວພັນທີ່ໃກ້ຊິດສະໜິດສະໜົມ, ເຊື່ອມໂຍງ ແລະ ການພົວພັນແລກປ່ຽນກັບເພື່ອມິດສາກົນ ກັບນະຄອນຫຼວງ ຮ່າໂນ້ຍ ມາສູ່ມະຫາຊົນ. |
|
ງານວາງສະແດງໄດ້ດຶງດູດຫຼາຍໝູ່ຄະນະແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ. |
ພາບຖ່າຍຈຳນວນໜຶ່ງທີ່ງານວາງສະແດງ
|
ງານວາງສະແດງຈັດຂຶ້ນຮອດວັນທີ 10 ຕຸລາ, ຢູ່ເຂດ ວັນມຽວ - ກວັກຕືຢາມ, ຫຼັງຈາກນັ້ນ ຈະສືບຕໍ່ໄດ້ນຳມາວາງສະແດງຢູ່ສະຖານີລົດໄຟ ກາດລິງ (ຮ່າໂນ້ຍ). |
Le Chi