ວັນບຸນບັນໂຈຍ, ບັນໄຈເຕັມໄປດ້ວຍສີສັນຫວຽດນາມ
(VOVWORLD) -ເນື່ອງໃນໂອກາດວັນບຸນບັນໂຈຍ, ບັນໄຈຄືໃນວັນທີ 3 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນດາຄອບຄົວ ຊາວຫວຽດນາມ ເຄີຍຖະຫວາຍບັນໂຈຍ, ບັນໄຈເພື່ອບູຊາບັນພະບູລຸດເຊິ່ງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະພາວະນາໃຫ້ມີສິ່ງທີ່ຈົບງາມແລະຄວາມຢູ່ເຢັນເປັນສຸກໃນການດຳລົງຊີວິດ
ວັນບຸນບັນໂຈຍ, ບັນໄຈນີ້ກໍ່ມີຄວາມໝາຍ ສຳຄັນທີ່ສຸດເຊິ່ງເປັນການອາໄລຫາເຖິງບັນດາຜູ້ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະປົກປັກຮັກສາປະເທດຊາດແລະສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກ, ວິຖີຊີວິດ, ຄວາມຄາດຫວັງຂອງຊາວ ຫວຽດນາມ.
|
ວັດຖຸດິບເພື່ອເຮັດບັນໂຈຍ, ບັນໄຈ (ແບ້ງເຂົ້າໜຽວ, ນ້ຳຕານ, ນວນໝາກພ້າວ) |
|
ນ້ຳຕານແລະນວນໝາກພ້າວເພື່ອເຮັດໄສ້ ຂອງບັນໄຈ |
ການນຳໃຊ້ບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາບັນພະບູລຸດກໍ່ມີຄວາມໝາຍອັນດີງາມຫຼາຍຢ່າງ. ມັນສະແດງໃຫ້ເຫັນ ວັດທະນະທຳປູກເຂົ້ານາທາມ. ເຂົ້າໜົມ 2 ຊະນິດນີ້ກໍ່ລ້ວນແຕ່ເຮັດຈາກແບ້ງເຂົ້າໜຽວຫອມເຊິ່ງແມ່ນຜົນງານຂອງການອອກແຮງງານທີ່ລຳບາກຂອງຊາວກະສິກອນຈຶ່ງສາມາດຖະຫວາຍບູຊາປູຍ່າຕາຍາຍ ບັນພະບູລຸດ
|
ບັນໂຈຍ, ບັນໄຈຕາມປະເພນີຂອງຊາວຫວຽດນາມ. |
ບັນໂຈຍອັນເປັນປະເພນີ ຖືກເຮັດຈາກແບ້ງເຂົ້າໜຽວ, ໄສ້ແມ່ນມີນ້ຳຕານ. ສ່ວນບັນໄຈໄສ້ຖືກເຮັດດ້ວຍໝາກຖົ່ວຂຽວແລະນ້ຳຕານ. ເມື່ອຕົ້ນສຸກແລ້ວຕັກໃສ່ຈານແລະຖ້ວຍແລ້ວກໍ່ເອົາໝາກງ່າແລະນວນໝາກພ້າວໂຮຍໃສ່ເທິງ.
|
ບັນໄຈທີ່ເປັນປະເພນີ |
|
ໃນທຸກວັນນີ້ມີບາງຄອບຄົວນິຍົມເຮັດບັນໂຈຍດ້ວຍສີຫຼາກຫຼາຍ |
|
ບັນໄຈມີສີຫຼາກຫຼາຍ |
ໃນໂອກາດນີ້ບັນດາຄອບຄົວບໍ່ຄວນກະກຽມອາຫານຫຼາຍເຍື່ອງທີ່ສິ້ນເບື້ອງເງິນທຶນແຕ່ພຽງຕ້ອງການມີຈິດໃຈເຮັດບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາປູຍ່າຕາຍາຍ, ບັນພະບູລຸດ ພາວະນາໃຫ້ມີແດ່ສິ່ງທີ່ຈົບງາມແລະມີຄວາມຢູ່ເຢັນເປັນສຸກໃນຊີວິດ.