ເຮືອໃບສີຂາວເຫຼື້ອມຍິບຍັບຢູ່ໜ້ານ້ຳທະເລ ດ່ານັ້ງ Hà Khánh/VOV -   ວັນສຸກ ທີ 1 ເມສາ ຄ.ສ. 2022 | 12:42:17 (VOVWORLD) -ໃນຕອນທ່ຽວຂອງແຕ່ລະມື້, ຢູ່ທະເລ ດ່ານັ້ງ - ຢູ່ເຂດເກາະ ເຊີນຈ່າ ພວກເຮົາຈະເຫັນເຮືອໃບສີຂາວເຈີດໄປເຈີດມາຢູ່ໜ້ານ້ຳທະເລສີຂຽວສົດໃສ. ນັ້ນແມ່ນການຝຶກຊ້ອມຂອງບັນດານັກກິລາ ສັງກັດທິມນັກກິລາໜຸ່ມ Sailing (ເຮືອໃບ) ແຫ່ງຊາດຢູ່ ດ່ານັ້ງ. ທິມນັກກິລາໜຸ່ມ Sailing ແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງກົມໃຫຍ່ກິລາກາຍຍະກຳ ນັບແຕ່ປີ 2016 ຢູ່ ດ່ານັ້ງ. ການກວດກາຕີລາຄາຜົນງານວຽກງານຝຶກຊ້ອມທິມນັກກິລາໜຸ່ມ Sailing ແຫ່ງຊາດ. ການກະກຽມໃຫ້ແກ່ການຝຶກຊ້ອມ. ເອົາເຮືອໃບລົງນ້ຳ ເລີ່ມຕົ້ນການຝຶກຊ້ອມໃນແຕ່ລະມື້ຢູ່ເຂດທະເລທີ່ເມືອງ ເຊີນຈ່າ ນັກຊ່ຽວຊານ Shim Lee Seop (ສ.ເກົາຫຼີ) ເລີ່ມຝຶກຊ້ອມໃຫ້ທິມນັກກິລາໜຸ່ມມາແຕ່ປີ 2018 ແລະ ທ່ານມີຄວາມສຸດຈິດສຸດໃຈຕໍ່ວຽກງານທີ່ສຸດ. ເວລາຝຶກຊ້ອມໃນແຕ່ລະມື້ຂອງທິນແມ່ນ ຕອນເຊົ້າອອກກຳລັງກາຍຢູ່ ສູນຝືກຊ້ອມກິລາແຫ່ງຊາດ ດ່ານັ້ງ. ຕອນບ່າຍແມ່ນຝຶກຊ້ອມດ້ານວິຊາສະເພາະຢູ່ເຂດທະເລທີ່ສວນສາທາລະນະ ກາວອຍ. ນັກກິລາຍິງ ເຈິ່ນທິຮ່ວຽນ ແມ່ນໜຶ່ງ ໃນຈຳນວນ ນັກກິລາໜຸ່ມ 6 ຄົນຂອງທິມກິລາແຫ່ງຊາດ ສິ້ນສຸດການຝຶກຊ້ອມກໍ່ແລງແລ້ວ, ນັກກິລາໄດ້ເຮັດອະນາໄມ, ທຳຄວາມສະອາດເຮືອໃບ, ອຸປະກອນຕ່າງໆ. ເຮືອໃບແຕ່ລະລຳມີລາຄາແຕ່ 15.000 USD ຂຶ້ນໄປ. Hà Khánh/VOV ຕອບກັບ ສົ່ງ ຂ່າວ/ບົດອື່ນ ເຂົ້າປຸ້ນລູກຊີ້ນ (ມອກ) - ເຍື່ອງອາຫານທົ່ວໄປຖືກກັບລົດຊາດຂອງທຸກຄົນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ