Kenny ທາຍ: ຊຸດສະສົມ “ສີສັນ” ສົ່ງສານກ່ຽວກັບອະນາຄົດທີ່ສົດໄສ Lệ Chi -   ວັນສຸກ ທີ 10 ທັນວາ ຄ.ສ. 2021 | 14:23:00 (VOVWORLD) -ງານບຸນປີນີ້, ນັກອອກແບບ Kenny ທາຍ ໄດ້ສົມທົບກັບຈິດຕະກອນ ທູເຈີນ ນຳສະເໜີຊຸດສະສົມ “ສີສັນ” ໃນໝູ່ບ້ານແຟຊັນ. ໂລກລະບາດໂຄວິດ-19 ເຮັດໃຫ້ເສດຖະກິດຝືດເຟືອງໃນຕະຫຼອດ 2 ປີຜ່ານມາ. ຂະແໜງອຸດສາຫະກຳແຟຊັນແມ່ນໜຶ່ງໃນບັນດາຂະແໜງທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ແຕ່ດ້ວຍຄວາມເມົາມົວຫຼົງໄຫຼນັ້ນ, ນັກອອກແບບ Kenny ທາຍ ຍັງນຳສະເໝີຊຸດສະສົມທີ່ເປັນເອກະລັກສະເພາະຂອງຕົນ. ນັກອອກແບບ Kenny ທາຍ (ກາງ) ກັບຊຸດສະສົມໃໝ່ຂອງຕົນ ປີ 2021, ນັກອອກແບບ Kenny ທາຍ ໄດ້ສົມທົບກັບຈິດຕະກອນ ທູເຈີນ ນຳສະເໜີຊຸດສະສົມ “ສີສັນ”. ການສົມທົບປັດໃຈຈິດຕະກຳເຂົ້າໃນແຟຊັນ, ນັກອອກແບບ Kenny ທາຍ ໄດ້ນຳເອົາຄວາມໜຸ່ມແໜ້ນ, ໃໝ່ອ່ຽມໃຫ້ແກ່ຊຸດສະສົມຊຸດເຊື້ອຍາວ “ສີສັນ” ຂອງຕົນ. ຜ່ານການນຳສະເໜີຊຸດສະສົມຄັ້ງນີ້, Kenny ທາຍ ຢາກຄົ້ນຫາຂີດຈຳກັດໃໝ່ຂອງຕົນ ເມື່ອນຳເອົາສິລະປະມາປະສົມໃສ່ກັບແຟຊັນ. ຊຸດສະສົມໄດ້ໃຊ້ສີຮຸ່ງແຈ້ງ, ໃໝ່ອ່ຽມ, ເໝາະສົມກັບການດຳລົງຊີວິດທີ່ຄຶກຄື້ມໃນໂອກາດທ້າຍປີ ແລະ ຕົ້ນລະດູບານໃໝ່. ຜ່ານຊຸດສະສົມ “ສີສັນ”, ນັກອອກແບບ Kenny ທາຍ ແລະ ຈິດຕະກອນ ທູເຈີນ ເຊື່ອໝັ້ນວ່າ ອະນາຄົດຂະແໜງແຟຊັນຈະເລີ່ມເຕີບໂຕຂຶ້ນ ຕໍ່ໄປນີ້ແມ່ນຮູບຖ່າຍບາງແຜ່ນໃນຊຸດສະນົມ “ສີສັນ” Lệ Chi ຕອບກັບ ສົ່ງ ຂ່າວ/ບົດອື່ນ ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ ເຂົ້າປຸ້ນລູກຊີ້ນ (ມອກ) - ເຍື່ອງອາຫານທົ່ວໄປຖືກກັບລົດຊາດຂອງທຸກຄົນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ