ຄວາມງາມຂອງແມ່ຍິງຫວຽດນາມ ຜ່ານຊຸດເສື້ອຍາວ ວັນພຸດ ທີ 19 ຕຸລາ ຄ.ສ. 2022 | 19:46:00 (VOVWORLD) -ນັບແຕ່ໃດໆມາ, ເສື້ອຍາວແມ່ນສັນຍາລັກທາງດ້ານວັດທະນະທຳຕິດພັນກັບແມ່ຍິງ ຫວຽດນາມ. ເສື້ອຍາວຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ ຖືກນຳມາວາງສະແດງທີ່ເຫດການໜຶ່ງຢູ່ນະຄອນເຫ້ວ ຜ່ານບັນດາໄລຍະແຫ່ງການພັດທະນາ, ຊຸດເສື້ອຍາວໄດ້ປ່ຽນແປງຢ່າງບໍ່ຢຸດຢັ້ງ ແຕ່ຍັງຄົງຮັກສາຈຸດຄວາມງາມອັນເປັນປະເພນີ ອັນໄດ້ປະກອບສ່ວນເພີ່ມຄວາມງາມສຸພາບຮຽບຮ້ອຍຄວາມມີສະເໜ່ຂອງແມ່ຍິງຫວຽດນາມ ຊຸດເສື້ອຍາວໃນຊີວິດຍຸກທັນສະໄໝຖືກບັນດານັກອອກແບບປະດິດຄິດສ້າງດ້ວຍແຜ່ນແພພື້ນເມືອງ, ຜ້າໄໝພ້ອມກັບລວດລາຍສວຍງາມ. ໂດຍບັນລຸຄຸນຄ່າຂອງຜະລິດຕະພັນໃຊ້ສອຍ, ຊຸດເສື້ອຍາວໄດ້ມີບົດບາດສຳຄັນນັ້ນແມ່ນຜະລິດຕະພັນວັດທະນະທຳທີ່ເປັນເອກະລັກເຂັ້ມຄົ້ນໄປດ້ວຍສີສັນຊາດແມ່ນສັນຍາລັກຂອງແມ່ຍິງ ຫວຽດນາມ ຊຸດເສື້ອຍາວປຽບເໝືອນຊຸດອາພອນທີ່ຂາດບໍ່ໄດ້ໃນການປະກວດນາງງາມຫວຽດນາມ. ນາງງາມຫວຽດນາມ ປີ 2020 ຈຳນວນ 3 ຄົນ ນຸ່ງຊຸດເສື້ອຍາວສີຂາວໃນຈຸດເວລາໄດ້ຮັບນາມມະຍົດນາງງາມ. ບັນດານາງງາມຫວຽດນາມ ເຊິ່ງປະກອບດ້ວຍນາງງາມ, ຜູ້ດຳເນີນລາຍການທີ່ມີຊື່ສຽງນຸ່ງຊຸດເສື້ອຍາວພື້ນເມືອງໃນເຫດການຖືກຈັດຂຶ້ນຢູ່ແຂວງກວາງນິງ ວັດທະນະທຳນຸ່ງຊຸດເສື້ອຍາວພວມກາຍເປັນຄວາມລຶ້ງເຄີຍຂອງແມ່ຍິງຫວຽດນາມຫຼາຍຄົນເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່. ຊຸດເສື້ອຍາວພວມນັບມື້ນັບປະກົດມີຢ່າງຫຼວງຫຼາຍໃນ ຊີວິດຂອງປະຊາຊົນ. ພວກນັກຮຽນຍິ່ງນຸ່ງຊຸດເສື້ອຍາວໄປໂຮງຮຽນ. ຊຸດເສື້ອຍາວສີຂາວໄດ້ຮັບເລືອກເປັນເຄື່ອງນຸ່ງຖືໃນການຖ່າຍຮູບເປັນທີ່ລະນຶກໃນຄາວເປັນນັກຮຽນ ໃນບັນດາກອງປະຊຸມທີ່ສຳຄັນແມ່ຍິງຫວຽດນາມ ຍາມໃດກໍ່ເລືອກເອົາຊຸດເສື້ອຍາວມານຸ່ງ. ເສື້ອຍາວນັບມື້ນັບກາຍເປັນສິ່ງທີ່ລຶ້ງເຄີຍໃນຊີວິດປະຈຳວັນ. ການນຸ່ງຊຸດເສື້ອຍາວໃນວັນບຸນເຕັດ ພິເສດເໜືອກ່ວາສິ່ງໃດໝົດແມ່ນໃນເຫດການວັນດອງທີ່ສຳຄັນ ແມ່ຍິງກໍ່ນຸ່ງເສື້ອຍາວ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ ເຂົ້າປຸ້ນລູກຊີ້ນ (ມອກ) - ເຍື່ອງອາຫານທົ່ວໄປຖືກກັບລົດຊາດຂອງທຸກຄົນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ