ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງແນວໜ້າຕ້ານໂລກລະບາດ ວັນເສົາ ທີ 14 ສິງຫາ ຄ.ສ. 2021 | 16:19:43 (VOVWORLD) -ພວກຫຼານນ້ອຍກໍ່ຢາກໄດ້ຄືພໍ່ແມ່ ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ ຢູ່ຕຶກ B ອາພາດເມນ ບິ່ງແຄ໊ງ, ຕາແສງ ອານຝຸ, ນະຄອນຖູດຶກ ເມື່ອພໍ່ແມ່ຕ້ອງເຮັດວຽກດ້ວຍຄວາມລຳບາດໃນຕະຫຼອດວັນແລະຄືນ ເພື່ອແຕ່ງ ເຂົ້າກິນ 200 ພູດ ເພື່ອສົ່ງເຖິງບັນດາໂຮງໝໍກາງສະໜາມ, ພວກຫຼານນ້ອຍຄືພໍ່ແມ່ ກໍໄດ້ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ. ບັນດາຮູບແຕ້ມນ້ອຍໆຄັດຕິດພ້ອມຄຳລະດົມກຳລັງໃຈ ໄດ້ຖືກຕິດໃສ່ກັບຂອງກິນແຕ່ລະກັບ ໃນຕອນແລງແຕ່ລະວັນທີ່ສົ່ງເຖິງບັນດາໂຮງໝໍ... ບາງຮູບພາບບັນທຶກຂອງນັກຂ່າວ VOVGT: ບັນດາຮູບຖ່າຍ, ຄຳລະດົມກຳລັງໃຈ ໂດຍພວກຫຼານນ້ອຍຢູ່ ອາພາດເມນ ບິ່ງແຄ໊ງ ແຕ້ມ ແລະ ຂຽນ. “ທ່ານໝໍແມ່ນວິລະຊົນ” “ທ່ານໝໍພະຍາຍາມຫຼາຍຂຶ້ນ” “ອວຍພອນບັນດາທ່ານໝໍມີສຸຂະພາບເຂັ້ມແຂງ ເພື່ອກອບກູ້ເອົາຊີວິດຄົນເຈັບຫຼາຍຄົນ” ຂອບໃຈພວກອ່າວອາທີ່ໄດ້ພະຍາຍາມເຮັດວຽກ... ບັນດາຄຳລະດົມກຳລັງໃຈຂອງພວກເດັກທີ່ຊ້ອນແຝງອາລົມຈິດຄວາມຮັກແພງຫຼາຍຢ່າງ. ຮູບແຕ້ມກໍ່ມີຢ່າງອຸດົມສົມບູນ ຫຼາຍຮູບຫຼາຍສີ ໂຮງໝໍກາງສະໜາມຈົ່ງພະຍາຍາມຫຼາຍຂຶ້ນ. ບັນດາຄຳລະດົມກຳລັງໃຈໄດ້ຖືກຕິດໃສ່ກັບຂອງກິນທີ່ຝາກເຖິງກຳລັງແພດໝໍຢູ່ແນວໜ້າຕ້ານໂລກລະບາດ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ ຮັບຊົມລາຍການສະແດງ “ໂຕ້ຄື້ນ” ທ່າມກາງຂອບຟ້າທະເລຢູ່ຮະລອງ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ