ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ ວັນພະຫັດ ທີ 19 ພຶດສະພາ ຄ.ສ. 2022 | 20:06:00 (VOVWORLD) -ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄືວັນທີ 19 ພຶດສະພາ, ທ້າວ ຂິວເຕິນບິວ ໄດ້ສະເໜີຕໍ່ຜູ້ຊົມຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ດ້ວຍຄວາມສຸດຈິດສຸດໃຈ. ຂິວເຕິນບິວແມ່ນຜູ້ທີ່ມີຊື່ສຽງໃນວົງການວິຈິດຕະກຳພາບເຂົ້າສານທີ່ນະຄອນເກິ່ນເທີ. ເນື່ອງໃນໂອກາດລະນຶກ 132 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຄືວັນທີ 19 ພຶດສະພາ, ທ້າວຂິວເຕິນບິວ ໄດ້ສະເໜີຕໍ່ຜູ້ຊົມຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ດ້ວຍຄວາມສຸມຈິດສຸມໃຈຂອງຕົນ. ຂິວເຕິນບິວ ພ້ອມກັບກຸ່ມເພື່ອນຮ່ວມງານ ໄດ້ສ້າງສຳເລັດ ຊຸດພາບເຂົ້າສານ, ລຸງໂຮ່ທີ່ແສນເຄົາລົບຮັກໃນຮອບເວລາ 2 ອາທິດ. ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ລວມມີ ພາບ 7 ແຜ່ນ. ແຜ່ນນ້ອຍທີ່ສຸດແມ່ນມີຂະໜາດ 20 x 30 cm, ພາບໃຫຍ່ທີ່ສຸດ 40x60 cm. ໃນນັ້ນ ພາບທີ່ມີຂະໜາດໃຫຍ່ກ່ວາໝູ່ແມ່ນໄດ້ປະຕິບັດໃນເວລາ 2 ອາທິດ ແລະ ພາບນ້ອຍທີ່ສຸດໄດ້ປະຕິບັດໃນເວລາ 2 – 3 ມື້. ແຈໜຶ່ງໃນຫ້ອງວາງສະແດງພາບເຂົ້າສານຂອງ ບໍລິສັດ MTV ຂິວເຕິນບິວ ຈຳກັດ. ຂິວເຕິນບິວ ພ້ອມກັບຜູ້ຊົມການວາງສະແດງຊຸດພາບເຂົ້າສານກ່ຽວກັບລຸງໂຮ່. ສີສັນເກືອບທັງໝົດທີ່ນຳໃຊ້ໃນຊຸດພາບເຂົ້າສານແມ່ນສີສົດໄສ ເຊິ່ງສ່ວນຫຼາຍແມ່ນສີແດງ ແລະ ສີ ເຫຼືອງທີ່ເປັນສັນຍາລັກໃຫ້ແກ່ທຸງຊາດ ຫວຽດນາມ. ຂໍເຊີນບັນດາທ່ານຮັບຊົມພາບເຂົ້າສານ 7 ແຜນໃນຊຸດ ພາບເຂົ້າສານ “ລຸງໂຮ່ທີ່ແສນເຄົາລົບຮັກ” ດັ່ງຕໍ່ໄປນີ້ : ລຸງໂຮ່ນັ່ງເຮັດວຽກ ລຸງໂຮ່ກັບດອກບົວ ແລະ ນົກກາງແກ ທີ່ເປັນສັນຍາລັກໃຫ້ແກ່ສັນຕິພາບ ລຸງໂຮ່ຍາມໃດກໍ່ສະຫງວນອາລົມຈິດຄວາມຮັກແພງ ອັນໃຫຍ່ຫຼວງ ໃຫ້ແກ່ເຍົາວະຊົນ ອະນຸຊົນ. ພາບເຂົ້າສານທີ່ຕັກເຕືອນໄວໜຸ່ມ ຍາມໃດກໍ່ຕ້ອງຈົດຈຳຄຳສັ່ງສອນຂອງລຸງໂຮ່. Tag VOV VOVworld ລຸງໂຮ່ ຕອບກັບ ສົ່ງ ຂ່າວ/ບົດອື່ນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ ຮັບຊົມລາຍການສະແດງ “ໂຕ້ຄື້ນ” ທ່າມກາງຂອບຟ້າທະເລຢູ່ຮະລອງ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ