ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ

(VOVWORLD) - ຕອນເຊົ້າວັນທີ 14 ມິຖຸນາ ກົງກັບວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນ ຊາວຮ່າໂນ້ຍ ໄດ້ຫ້າງຫາກະກຽມຊື້ເຂົ້າເຫຼົ້າໝາກ, ໝາກໄມ້, ບັ້ນຢໍ…ເພື່ອຖະຫວາຍຈູບທູບໄຕ້ທຽນບູຊາ

ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 1
ນັບແຕ່ຮຸ່ງເຊົ້າວັນທີ 14 ມິຖຸນາ ກົງກັບວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນ ຢູ່ຕາມເຂດຕະຫຼາດຊຸມຊົນຊາວຮ່າໂນ້ຍໄດ້ຫ້າງຫາກະກຽມຊື້ເຂົ້າເຫຼົ້າໝາກ, ໝາກໄມ້, ບັ້ນຢໍ…ເພື່ອຖະຫວາຍຈູບທູບໄຕ້ທຽນບູຊາປະຕິບັດພິທີ “ຂ້າແມງໄມ້” ກ່ອນທີ່ຈະເລີ່ມຕົ້ນວັນໃໝ່
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 2
ການເຄື່ອນໄຫວຊື້ຂາຍໄດ້ມີຂຶ້ນ ຢ່າງຄຶກຄື້ນ ໃນຍາມເຊົ້າຕູ, ວັນບຸນດວານເງາະ ຂອງ ຊາວຫວຽດນາມ ຖືກດຳເນີນໃນເວລາ 12 ໂມງຕອນທ່ຽງ ຂອງວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນແຕ່ລະປີ. ວັນບຸນ ດວານເງາະໝາຍເຖີງວັນ “ຂ້າແມງໄມ້”. ນີ້ກໍ່ແມ່ນວັນປຸກລະດົມການຈັບ ແລະ ຂ້າແມງໄມ້ທີ່ເປັນສັດຕູພຶດທຳລາຍການຜະລິດ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 3
ເຂົ້າເຫຼົ້າໝາກແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້ໃນ ວັນບຸນດວານເງາະ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 4
ລາຄາສິນຄ້າປະເພດຕ່າງທີ່ຮັບໃຊ້ໃຫ້ແກ່ວັນບຸນດວານເງາະ ກໍ່ເພີ່ມຂຶ້ນເມື່ອທຽບໃສ່ມື້ທຳມະດາ. ເຂົ້າເຫຼົ້າໝາກຫໍ່ໜຶ່ງກໍ່ມີລາຄາແຕ່ 10.000 – 50.000 ດົ່ງ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 5
ເຂົ້າເຫຼົ້າໝາກຖືກແບ່ງປັນແຕ່ລະຈົກໜ້ອຍເພື່ອມີການສະດວກໃນການຂາຍ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 6
ບັ້ນຢໍແມ່ນເຍື່ອງອາຫານທີ່ມີມາແຕ່ດົນນານໃນໂອກາດວັນບຸນດວານເງາະ. ບັ້ນຢໍ ເຮັດດ້ວຍເຂົ້າສານຖືກຫໍ່ໃນໃບຕ່ອງກ້ວຍ. ບັ້ນຢໍເຄີຍກິນກັບອ້ອຍນ້ຳຕານ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 7
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 8
ໝາກລິ້ນຈີ ແລະ ໝາກໝັ້ນກໍ່ແມ່ນໝາກໄມ້ພິເສດຍາມລະດູຮ້ອນຖືກເລືອກເອົາເປັນຂອງຖະຫວາຍບູຊາໃນວັນບຸນດວານເງາະ
ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ - ảnh 9
ພາໝາກໄມ້, ເຂົ້າໜົມບັ້ນຢໍ, ເຂົ້າເຫຼົ້າໝາກ…ເພື່ອຖະຫວາຍຈູບທູບໄຕ້ທຽນບູຊາໃນ ວັນບຸນດວານເງາະ.

ຕອບກັບ

ຂ່າວ/ບົດ​ອື່ນ