ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ

(VOVWORLD) -ໃນຊຸມມື້ທ້າຍປີ ເຂດພູຜາປ່າໄມ້ໄຕບັກ ໄດ້ຕ້ອນຮັບບຸນເຕັດໄວ້ກ່ອນໝູ່ດ້ວຍສີບົວທີ່ສວຍງາມຂອງດອກໝັ້ນ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 1
ແຕ່ລະປີຮອດເດືອນທັນວາດອກໝັ້ນ ພາກັນບານສະພັງດ້ວຍສີບົວທີ່ສວຍງາມ ຢູ່ເຂດໝູ່ກັງຈາຍ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 2
ດອກໝັ້ນພຽງແຕ່ປົ່ງ ແລະ ບານສະພັງ ຢູ່ຄວາມສູງກ່ວາ 1000 ແມັດເມື່ອທຽບໃສ່ໜ້ານ້ຳທະເລ. ນີ້ແມ່ນດອກໄມ້ປ່າຂຶ້ນກັບຕະກຸນດອກຄາຍ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 3
ຍາມຕົ້ນລະດູຄືໃນທ້າຍເດືອນພະຈິກ ແລະ ຕົ້ນເດືອນທັນວາ ດອກໝັ້ນບານບໍ່ຫຼາຍ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 4
ແຕ່ພາຍຫຼັງພຽງແຕ່ອາທິດ ຜ່ານຄືນໜຶ່ງ ທົ່ວເຂດນີ້ຖືກປົກຄຸມໄປດ້ວຍສີບົວທີ່ງົດງາມຂອງດອກໝັ້ນອັນໄດ້ພາໃຫ້ຫຼາຍຄົນຕົກສະເຫງີະ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 5
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 6
ແຕ່ເດືອນທັນວາ ຫາທ້າຍເດືອນມັງກອນກໍ່ແມ່ນຊຸມເວລາທີ່ງົດງາມທີ່ສຸດເພື່ອຮັບຊົມສີບົວຂອງດອກໝັ້ນທີ່ໝູ່ກັງຈາຍ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 7
ຕາມເຈົ້າກົກເຈົ້າເຫຼົ່ານາຍບານເຜົ່າມົ້ງແລ້ວ ບໍ່ຮູ້ວ່າ ຕົ້ນໄມ້ຊະນິດນີ້ມີມາແຕ່ຍາມໃດ ແລະ ຕົ້ນກຳເນີດມາຈາກໃສ ພຽງໄດ້ຮູ້ວ່າ ຊາວເຜົ່າມົ້ງເມື່ອກຳເນີດ ແລະ ໃຫຍ່ຂຶ້ນ ກໍ່ໄດ້ເຫັນ ສີສັນອັນງົດງາມຂອງດອກໝັ້ນ ຢູ່ຕາມທາງໄປເນື້ອທີ່ໄຮ່ ໄປປ່າ ໃນຊຸມເວລາໃກ້ຈະຮອດບຸນເຕັດ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 8
ດອກໄມ້ຊະນິດນີ້ ໄດ້ຕິດພັນກັບການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ແຫ່ງນີ້ນັບແຕ່ໃດໆມາ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 9
ເມື່ອທຽບໃສ່ດອກຄາຍ, ດອກໝັ້ນມີສີເຂັ້ມກ່ວາ ແລະ ມີໜໍ່ແດງຍາວ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 10
ດອກໝັ້ນບານໃນໂອກາດບຸນເຕັດຂອງຊາວເຜົ່າມົ້ງຄືໃນຕົ້ນເດືອນ 12 ໄລ່ຕາມຈັນທະປະຕິທິນ ເຊິ່ງໄດ້ປົກຄຸມສີບົວໄປທົ່ວເຂດໂນນພູ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 11
ທາງໄປປ່າ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 12
ນີ້ແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນໄດ້ນຸ່ງເຄື່ອງໃໝ່ ຍິງຊາຍພ້ອມກັນ ແອບເປົ່າແຄ່ນ, ຫຼິ້ນປ່າວ...ເພື່ອກະກຽມຕ້ອນຮັບບຸນເຕັດ
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 13
ຕອນຄ່ຳວັນທີ 24 ທັນວາປີ 2022 ຢູ່ເທດສະບານເມືອງ ໝູ່ກັງຈາຍ ຄະນະກຳມະການປະຊາຊົນເມືອງ ໝູ່ກັງຈາຍ ເປັນຄັ້ງທຳອິດໄດ້ໄຂງານບຸນດອກໝັ້ນດ້ວຍຫົວຂໍ້ “ສີບົ່ວສວຍງາມຂອງດອກໝັ້ນຢູ່ໝູ່ກັງຈາຍ”
ດອກໝັ້ນນຳສີສັນລະດູບານໃໝ່ມາສູ່ເຂດພູຜາປ່າໄມ້ໝູ່ກັງຈາຍ - ảnh 14
ໂດຍຜ່ານລາຍການ ຄວາມງາມທີ່ເປັນເອກະລັກສະເພາະຂອງດອກໝັ້ນ ອີກເທື່ອໜຶ່ງໄດ້ຮັບການເຊີດຊູກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກດຶງດູດໃຈແຂກທ່ອງທ່ຽວມາທ່ຽວຊົມຢູ່ໝູ່ກັງຈາຍ

ຕອບກັບ

ຂ່າວ/ບົດ​ອື່ນ