ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022

(VOVWORLD) -ຫວຽດນາມມີຄວາມເປັນກຽດໄດ້ຮັບ 16 ລາງວັນແຖວໜ້າໂລກ ໃນພິທີມອບລາງວັນທ່ອງທ່ຽວທົ່ວໂລກຄັ້ງທີ 29- World Travel Awards 2022  ເຊິ່ງຈັດຂຶ້ນຢູ່ ໂອມານ

ວັນທີ 11 ພະຈິກ, ລາງວັນ Oscar ຂອງທ່ອງທ່ຽວໂລກ World Travel Awards ໄດ້ປະກາດບັນຊີລາຍຊື່ລາງວັນລະດັບ ໂລກ ປີ 2022, ຫວຽດນາມ ມີຄວາມເປັນກຽດໄດ້ຮັບ 16 ລາງວັນແຖວໜ້າໂລກ. ຕໍ່ໄປໄດ້ນີ້ VOV5 Media ແນະນຳ 5 ນາມມະຍົດໃຫຍ່ໃນຈຳນວນລາງວັນທີ່ຫວຽດນາມ ຍາດມາໄດ້.

ຫວຽດນາມ - ສະຖານທີ່ມໍລະດົກແຖວໜ້າໂລກ

ໃນລະດັບຊາດ, ຫວຽດນາມໄດ້ຮັບການເຊີດຊູແມ່ນສະຖານທີ່ມໍລະດົກແຖວໜ້າໂລກ. ນີ້ແມ່ນຄັ້ງທີ 3 ຫວຽດນາມ ໄດ້ຮັບລາງວັນນີ້, ຫວຽດນາມ ໄດ້ຮັບລາງວັນນີ້ 2 ຄັ້ງກ່ອນແມ່ນໃນປີ 2019 ແລະ ປີ 2020.

ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 1
ທັດສະນີຍະພາບທີ່ເປັນໜ້າປະທັບໃຈຂອງອ່າວ ຮະລອງ ໃນແຂວງກວາງນິງ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສັນຍາລັກໃຫ້ແກ່ທ່ອງທ່ຽວ ຫວຽດນາມ
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 2
ຜູ້ອຳນວຍການໃຫຍ່ UNESCO ໃຫ້ຂໍ້ສັງເກດວ່າກຸ່ມທິດທັດທຳມະຊາດ ຈ່າງອານ ໃນແຂວງນິງບິ່ງ ໄດ້ປະສານສົມທົບຢ່າງສຳເລັດຜົນລະຫວ່າງການພັດທະນາເສດຖະກິດ ແລະ ການທ່ອງທ່ຽວແບບຢືນຢົງ ແຕ່ຍັງຄົງຮັກສາທຳມະຊາດ. ພາບ: vietnamnet.vn
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 3
ກຳແພງລາດຊະວົງໂຮ່ ໃນແຂວງແທງຮວາແມ່ນກິດຈະກຳໃຫຍ່ໂຕ ດ້ວຍສະຖາບັດຕະຍາກຳດ້ວຍຫີນທີ່ມີຂອບຂະໜາດໃຫຍ່ ແລະ ຫາຍາກຢູ່ ຫວຽດນາມ. ປີ 2011. ກຳແພງລາດຊະວົງໂຮ່ ໄດ້ຮັບການຮັບຮອງຈາກ UNESCO ແມ່ນນາມມະຍົດວັດທະນະທຳໂລກ.ພາບ: hutc.org
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 4
ປູຊານີຍະສະຖານ ມີເຊີນ ໄດ້ຮັບການເລືອກເຟັ້ນຈາກ UNESCO ວ່າ ມໍລະດົກວັດທະນະທຳໂລກ ເມື່ອປີ 1999 (ພາບ: : vntravellive.com)

ຮ່າໂນ້ຍ - ສະຖານທີ່ພັກຜ່ອນໄລຍະສັ້ນແຖວໜ້າໂລກ

ຮ່າໂນ້ຍ ໄດ້ຮັບການເຊີດຊູໃນລາງວັນ “ນະຄອນແຖວໜ້າໂລກ ສຳລັບການພັກຜ່ອນໄລຍະສັ້ນ”. ນະຄອນຫຼວງຮ່າໂນ້ຍ ໄດ້ລືນກາຍສະຖານທີ່ອື່ນໆໃນແຜນທີ່ທ່ອງທ່ຽວໂລກຄື: Athens, Dubai, Geneva , Las Vegas ແລະ New York, Lisbon.

ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 5
ໃນຍາມລະດູຮ້ອນ, ສີແດງຂອງດອກຝາງໄດ້ສ້າງຄວາມງາມໃຫ້ແກ່ທາດເຕົາໃນໜອງ ເງືອມ ຮ່າໂນ້ຍ
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 6
ເຂດປູສະນີຍະສະຖານໃຈກາງພະລາດຊາວັງທັງລອງ - ຮ່າໂນ້ຍ. ພາບ: hoangthanhthanglong.com
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 7
ຮູບພາບຂົວລອງບຽນໃນຍາມສາຍັນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ.ຂົວລອງບຽນໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຂອງຮ່າໂນ້ຍ. ພາບ: danviet.vn

ໂມກເຈົາ - ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າໂລກ

ໂມກເຈົາໃນແຂວງເຊີນລາ ໄດ້ລືນກາຍສະຖານທີ່ທີ່ລື່ຊື່ອື່ນໆໃນໂລກ ແລະ ໄດ້ຮັບລາງວັນ “ສະຖານທີ່ທ່ອງທ່ຽວທຳມະຊາດ ແຖວໜ້າໂລກປີ 2022”. ນີ້ເປັນຄັ້ງທຳອິດທີ່ໂມກເຈົາໄດ້ຮັບລາງວັນອັນປະເຊີດນີ້.

ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 8
ບັນດາໂນນຊາຢູ່ມົກເຈົາໄດ້ດຶງດູດໃຈແຂກທ່ອງທ່ຽວ ຍ້ອນຄວາມງາມທຳມະຊາດ ແລະ ອາກາດປອດໂປງ.
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 9
ຫ່າງຈາກເທດສະບານເມືອງໂມກເຈົາ 30 ກີໂລແມັດ, ຈອມພູ ຟະລວງ ຖືອຸປະມາດັ່ງຫຼັງຄາຂອງໂມກເຈົາ, ນອນຢູ່ເຄິ່ງກາງຊາຍແດນ ຫວຽດນາມ - ລາວ. ພາບ: : FB Oldcatdo
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 10
ໂນນດອກພັກກາດ ຢູ່ເຂດພູພຽງໂມກເຈົາ. ພາບ: vfo.vn

ຕາມດາວ - ເທດສະບານເມືອງທ່ອງທ່ຽວແຖວໜ້າໂລກ

ເທດສະບານເມືອງຕາມດາວ ໃນແຂວງວິງຟຸກ ໄດ້ລືນກາຍບັນດາສະຖານທີ່ທີ່ລື່ຊື່ອື່ນໆໃນໂລກ ເພື່ອກາຍເປັນເທດສະບານເມືອງທ່ອງທ່ຽວແຖວໜ້າໂລກ ປີ 2022.

ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 11
ໃຈກາງຕາມດາວ ເບິ່ງຈາກບອນສູງ ພາບ: VNExpress
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 12
ໂບດຫີນທີ່ເກົ່າແກ່ແມ່ນສັນຍາລັກການທ່ອງທ່ຽວຂອງຕາມດາວ: ພາບ: VNExpress
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 13
ນ້ຳຕົກຕາດທາກບາກ ນອນຢູ່ໃຈກາງເທດສະບານເມືອງ ດັ່ງນັ້ນກໍ່ມີຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວແວ່ຢ້ຽມຊົມ (ພາບ: VNExpress)

ນີ້ແມ່ນຄັ້ງທຳອິດທີ່ເທດສະບານເມືອງຕາມດາວ ໄດ້ຮັບລາງວັນຈາກອົງການ World Travel Awards.

ຝຸກວັກ - ສະຖານທີ່ທ່ອງທ່ຽວເຂດທະເລໝູ່ເກາະທຳມະຊາດແຖວໜ້າໂລກ

ພ້ອມກັບບັນດາລາງວັນທີ່ປະເສີດເຊິ່ງຫວຽດນາມ ໄດ້ຮັບຢູ່ WTA ຄັ້ງທີ 29 ຢູ່ ໂອມານ, ນະຄອນເກາະ ຝຸກວັກ ໃນແຂວງກຽນຢາງ ໄດ້ຮັບລາງວັນ “ເກາະທຳມະຊາດທີ່ດູດດື່ມແຖວໜ້າໂລກ”.

ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 14
ຝຸກວັກມີຊື່ສຽງດ້ວຍຄວາມງາມຂອງແສງແດດທະເລຂຽວງາມ ແລະ ຍາມດວງຕາເວັນຕົກດິນທີ່ເປັນໜ້າປະທັບໃຈ, ພ້ອມກັບຊາວທ້ອງຖິ່ນ ມີຈິດໃຈຮັກແພງແຂກຄົນ. ພາບ: Sun Group
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 15
ຫາດຊາຍທະເລ ບາຍແກມໃນຝຸກວັກ ທີ່ແຂວງກຽນຢາງໄດ້ຮັບການແນະນຳໃນຈຳນວນ 50 ຫາດຊາຍທະເລທີ່ສວຍງາມທີ່ສຸດໃນໂລກ ໂດຍບໍລິສັດທ່ອງທ່ຽວ Flight Network ຂອງການາດາເລືອກເຟັ້ນເມື່ອປີ 2018. ພາບ: Sun Group
ທ່ອງທ່ຽວ ຫວຽດນາມ ໄດ້ຮັບ 16 ລາງວັນແຖວໜ້າຂອງໂລກຢູ່ World Travel Awards 2022 - ảnh 16
ລະບົບອູໄຟຟ້າຮອນເທິມເລີ່ມສົ່ງແຂກທ່ອງທ່ຽວຈາກສະຖານີອານເທີຍ ຮອດສະຖານີຮອນເທິມ. ນີ້ແມ່ນລະບົບອູໄຟຟ້າຍາວທີ່ສຸດໃນໂລກ ດ້ວຍຄວາມຍາວ 7.899 ແມັດ. ພາບ: Zing

ຕອບກັບ

ຂ່າວ/ບົດ​ອື່ນ