ທ່າກຳປັ່ນເກົ່າ ບິ່ງດົງ

(VOVWORLD) -ທ່າກຳປັ່ນ ບິ່ງດົງ ແມ່ນທ່າກຳປັ່ນຂອງ ໄຊງ່ອນ ໃນເມື່ອກ່ອນ, ດ້ວຍທິວທັດທີ່ເປັນເອກະລັກສະເພາະ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 1
ທ່າກຳປັ່ນ ບິ່ງດົງ ແມ່ນທ່າກຳປັ່ນເກົ່າຢູ່ ໄຊງ່ອນ. ທ່າກຳປັ່ນ ບິ່ງດົງ ຕັ້ງຢູ່ຄອງເໝືອງ ເຕົ່າຮູ, ລຽບຕາມເສັ້ນທາງ ຫວໍວັນກຽດ, ປະຈຸບັນແມ່ນຂຶ້ນກັບເມືອງ 8, ນະຄອນໂຮ່ຈີມິນ
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 2
ທ່າກຳປັ່ນ ບິ່ງດົງ ໄດ້ຮັບການສ້າງຕັ້ງນັບແຕ່ສະຕະວັດທີ 19, ພ້ອມກັບບັນດາທ່າກຳປັ່ນເກົ່າອື່ນຄື: ເບັ໊ນແທ່ງ, ເບັັ໊ນແງ໊, ເບັ໊ນຮ່າມຕື… ໃນປະຫວັດສາດ, ທ່າກຳປັ່ນ ບິ່ງດົງ ເຄີຍແມ່ນສູນຄ້າຂາຍທີ່ຄຶກຄື້ນຢູ່ໄຊງ່ອນ - ເຈິເລີ໊ນ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 3
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 4
ເຮືອນຢູ່ທີ່ນີ້ໄດ້ຮັບການກໍ່ສ້າງເປັນແຖວຕິດຕໍ່ກັນໄປເປັນຖະໜົນ, ມີລວງຍາວທັງໝົດກວ່າ 100 ແມັດ, ດ້ວຍບົດບາດຕົ້ນຕໍແມ່ນທັງຢູ່ອາໄສ ທັງຄ້າຂາຍໄປພ້ອມ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 5
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 6
ຢູ່ຕໍ່ໜ້າເຮືອນແຖວເກົ່ານັ້ນແມ່ນທ່າກຳປັ່ນ ເຕົ່າຮູ
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 7
ບັນດາກ່ຳປັນລຳເຫຼົ່ານີ້ແມ່ນມາຈາກບັນດາແຂວງທາງພາກໃຕ້ຫວຽດນາມ ເປັນຕົ້ນແມ່ນ ລອງອານ, ຕ່ຽນຢາງ, ເບັ໊ນແຈ… ຂົນໝາກໄມ້, ດອກໄມ້ຊະນິດຕ່າງໆມາຂາຍຢູ່ນະຄອນໂຮ່ຈີມິນ
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 8
ສິນຄ້າຈາກເຮືອນ້ອຍ, ກ່ຳປັ່ນໄດ້ຂົນຂຶ້ນທ່າກຳປັ່ນ ແລະ ຂາຍຢູ່ກັບທີ່. ຢູ່ແຫ່ງນີ້ໄດ້ສ້າງເປັນຕະຫຼາດ
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 9
ໝາກໄມ້ທັງໝົດຢູ່ທີ່ນີ້ແມ່ນເອົາມາຈາກທິດຕາເວັນຕົກພາກໃຕ້ຫວຽດນາມ ຄື: ໝາກກ້ວຍ, ໝາກມີ້, ໝາກມ່ວງ, ໝາກພ້າວ…
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 10
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 11
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 12
ເສັ້ນທາງຕໍ່ໜ້າເຮືອນແຖວເກົ່າຍາມໃດກໍ່ມີຄົນ ແລະ ລົດທຽວໄປມາຢ່າງຄັບຄາໜາແໜ້ນ. ຕະຫຼາດທ່າກຳປັ່ນ ບິ່ງດົງ ແມ່ນຈັດລຽບໄປຕາມຝັ່ງຄອງເໝືອງ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 13
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 14
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 15
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 16
ທ່າກຳປັ່ນ ບິ່ງດົງ ບໍ່ພຽງແຕ່ແມ່ນແຫ່ງເກັບຮັກສາຂີດໝາຍປະຫວັດສາດແຫ່ງການພັດທະນາຂອງນະຄອນໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນມໍລະດົກວັດທະນະທຳ - ສະຖາປັດຕະຍາກຳຕົວເມືອງອີກດ້ວຍ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 17
ຄວາມງາມຂອງທ່າກຳປັ່ນ ບິ່ງດົງ ໃນຕອນກາງຄືນ.
ທ່າກຳປັ່ນເກົ່າ ບິ່ງດົງ - ảnh 18
ຍາມບຸນເຕັດວຽນມາ ກໍ່ແມ່ນຈຸດເວລາສວຍງາມທີ່ສຸດຂອງທ່າກຳປັ່ນ ບິ່ງດົງ. ໃນຈຸດເວລານີ້ທ່າກຳປັ່ນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ, ຄົ້ນຫາ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກ.

ຕອບກັບ

ຂ່າວ/ບົດ​ອື່ນ