ຜະລິດຕະພັນຖົງຫັດຖະກຳເຮັດຈາກເສັ້ນປໍ (ເສັ້ນປ່ານ) Bùi Hằng -   ວັນສຸກ ທີ 23 ກໍລະກົດ ຄ.ສ. 2021 | 10:53:11 (VOVWORLD) -ຜະລິດຕະພັນຖົງເຮັດຈາກເສັ້ນປໍມີເຄື່ອງໝາຍການຄ້າ “ລ່າລ໊າລາ” ຢູ່ຮ່າໂນ້ຍ ໄດ້ເຮັດຈາກເສັ້ນປໍທຳມະຊາດ, ມຸ່ງໄປເຖິງການປ່ຽນແທນການນຳໃຊ້ຖົງຢາງປລາດສະຕິກ. ໂດຍປະຕິບັດຕາມຫຼັການພັດທະນາແບບຍືນຍົງ, ບໍ່ນຳໃຊ້ບັນດາວັດຖຸກໍ່ມົນລະຜິດຕໍ່ສິ່ງແວດລ້ອມ, ດ່າວທູຈາງ (ອາຍຸ 31 ປີ) ແລະ ເຈິ່ນກວິ່ງແອັງ (ອາຍຸ 29 ປີ) ໄດ້ເລືອກທາງເດີນສະເພາະໃຫ້ຕົນເອງ, ເປີດຕົວເຄື່ອງໝາຍການຄ້າຖົງທີ່ເຮັດຈາກເສັ້ນປໍຢູ່ຮ່າໂນ້ຍ ດ້ວຍຊື່ວ່າ “ລ່າລ໊າລາ” ທີ່ເປັນມິດກັບສິ່ງແວດລ້ອມ. ໂດຍແມ່ນຜູ້ເມົາມົວກັບການອອກແບບ, ເພື່ອນໜຸ່ມ 2 ຄົນນີ້ເຫັນໄດ້ຄວາມງາມສະເພາະຂອງຖົງທີ່ເຮັດຈາກເສັ້ນປໍ. ເຂົາເຈົ້າໄດ້ສ້າງເປັນຜະລິດຕະພັນແຟຊັນ, ທັງເປັນມິດກັບສິ່ງແວດລ້ອມ. ຖົງນີ້ໄດ້ອອກແບບໂດຍອີງໃສ່ແຫຼ່ງບັນດານໃຈຈາກພາບແຕ້ມພື້ນເມືອງ ດົງໂຮ່. ດ້ວຍຖົງເສັ້ນປໍແຕ່ລະອັນ, ເພື່ອນໜຸ່ມ 2 ຄົນໄດ້ສົ່ງສານທີ່ແຕກຕ່າງກັນ. ນັ້ນອາດຈະແມ່ນເລື່ອງລາວກ່ຽວກັບປາວານຂຽວທີ່ມີຄວາມສ່ຽງຖືກສູນພັນ ຫຼື ເລື່ອງລາວກ່ຽວກັບທະເລ… ຈຸດທີ່ເປັນເອກະລັກສະເພາະຂອງບັນດາຖົງເສັ້ນປໍນີ້ ແມ່ນບັນດາລວດລາຍທີ່ປັກແສ່ວດ້ວຍມື້. ຕໍ່ໄປນີ້ແມ່ນບັນດາຖົງຂອງເຄື່ອງໝາຍການຄ້າ “ລ່າລ໊າລາ”: ຖົງແຕ່ລະອັນມີລາຄາແຕ່ 85.000 ດົ່ງ ຫາ 295.000 ດົ່ງ (ປະມານແຕ່ 4 ຫາ 13 USD/ອັນ). Bùi Hằng ຕອບກັບ ສົ່ງ ຂ່າວ/ບົດອື່ນ ເຂົ້າປຸ້ນລູກຊີ້ນ (ມອກ) - ເຍື່ອງອາຫານທົ່ວໄປຖືກກັບລົດຊາດຂອງທຸກຄົນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ