ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ

(VOVWORLD) - ບັນດາຮູບຖ່າຍຂະໜາດໃຫຍ່ກ່ຽວກັບໝູ່ເກາະເຈື່ອງຊາ ໄດ້ຖືກແຂວນໃນຝາ ໂຮງໝໍ, ລະບ່ຽງ ແລະ ຂັ້ນໄດ ໃນໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ອັນໄດ້ດຶງດູດຄວາມສົນໃຈຂອງຫຼາຍຄົນເມື່ອມາທີ່ນີ້.

ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 1
ໂຮງໝໍມະຫາຍາໄລແພດສາດຮ່າໂນ້ຍ ແມ່ນໂຮງໝໍລະດັບໜຶ່ງ ເຊຶ່ງແມ່ນໜຶ່ງໃນບັນດາ ໂຮງໝໍທີ່ມີຊື່ສຽງ, ຕັ້ງຢູ່ເຮືອນເລກທີ 1 ຖະໜົນ ຕົນເທິດຕຸ່ງ ເມືອງດົ່ງດ່າຮ່າໂນ້ຍ.
ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 2
ຜ່ານໄລຍະກ່າວໜຶ່ງປີ ທີ່ຜ່ານມາບັນດາຮູບຖ່າຍກ່ຽວກັບເຈື່ອງຊາຂອງ ນັກຂ່າວໝີຈ່າ ສັງກັດ VOV ໄດ້ຖືກແຕ່ງເປັນຮູບມີຂະໜາດໃຫຍ່ວາງສະແດງຢູ່ຕາມລະບ່ຽງຂັ້ນໄດ ຂອງໂຮງໝໍ
ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 3
ບັນດາຮູບຖ່າຍໄດ້ດຶງດູດຄວາມສົນໃຈຂອງຄົນເຈັບ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າຫຼາຍຄົນເມື່ອມານີ້
ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 4
ພາຍຫຼັງຈຸດນາທີ່ຟ້າວຟັ່ງ ເປັນຫ່ວງເປັນໃຍເພື່ອນຳຍາດຕິພີ່ນ້ອງເຂົ້ານອນໂຮງໝໍກໍ່ແມ່ນຈຸດເວລາທີ່ຍາດຕິພີ່ນ້ອງຂອງຄົນເຈັບນັງລໍຖ້າເຂົາເຈົ້າໄດ້ຮັບຊົມຮູບຖ່າຍເຫຼົ່ານັ້ນ.
ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 5
ສຳລັບຄົນເຈັບຫຼາຍຄົນ ສີຂຽວຂອງທະເລແລະທ້ອງຟ້າໃນຮູບຖ່າຍແມ່ນມີຄຸນປະໂຫຍດຫຼາຍເພື່ອບັນເທົາຄວາມເຈັບປວດຍ້ອນໂລກລະບາດ ກໍ່ຂຶ້ນໃຫ້ແກ່ເຂົາເຈົ້າ.
ມີໝູ່ເກາະເຈື່ອງຊາໃນໂຮງໝໍແພດສາດຮ່າໂນ້ຍ - ảnh 6
ບໍ່ພຽງແຕ່ມີຄຸນພະໂຫຍດທີ່ດີຕໍ່ບັນດາຄົນເຈັບເທົ່ານັ້ນ ຮູບຖ່າຍຍັງຊ່ວຍໃຫ້ບັນຍາກາດຢູ່ໂຮງໝໍເພີ່ມຄວາມຊີວິດຊີວາພ້ອມທັງບອກເຕືອນໃຫ້ທຸກໆຄົນກ່ຽວກັບອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ