ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດວັນບຸນບັນໂຈຍ, ບັນໄຈຄືໃນວັນທີ 3 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນດາຄອບຄົວ ຊາວຫວຽດນາມ ເຄີຍຖະຫວາຍບັນໂຈຍ, ບັນໄຈເພື່ອບູຊາບັນພະບູລຸດເຊິ່ງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະພາວະນາໃຫ້ມີສິ່ງທີ່ຈົບງາມແລະຄວາມຢູ່ເຢັນເປັນສຸກໃນການດຳລົງຊີວິດ

ວັນບຸນບັນໂຈຍ, ບັນໄຈນີ້ກໍ່ມີຄວາມໝາຍ ສຳຄັນທີ່ສຸດເຊິ່ງເປັນການອາໄລຫາເຖິງບັນດາຜູ້ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະປົກປັກຮັກສາປະເທດຊາດແລະສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກ, ວິຖີຊີວິດ, ຄວາມຄາດຫວັງຂອງຊາວ ຫວຽດນາມ.

ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 1
ວັດຖຸດິບເພື່ອເຮັດບັນໂຈຍ, ບັນໄຈ (ແບ້ງເຂົ້າໜຽວ, ນ້ຳຕານ, ນວນໝາກພ້າວ)
ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 2
ນ້ຳຕານແລະນວນໝາກພ້າວເພື່ອເຮັດໄສ້ ຂອງບັນໄຈ
ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 3

ການນຳໃຊ້ບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາບັນພະບູລຸດກໍ່ມີຄວາມໝາຍອັນດີງາມຫຼາຍຢ່າງ. ມັນສະແດງໃຫ້ເຫັນ ວັດທະນະທຳປູກເຂົ້ານາທາມ. ເຂົ້າໜົມ 2 ຊະນິດນີ້ກໍ່ລ້ວນແຕ່ເຮັດຈາກແບ້ງເຂົ້າໜຽວຫອມເຊິ່ງແມ່ນຜົນງານຂອງການອອກແຮງງານທີ່ລຳບາກຂອງຊາວກະສິກອນຈຶ່ງສາມາດຖະຫວາຍບູຊາປູຍ່າຕາຍາຍ ບັນພະບູລຸດ

ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 4
ບັນໂຈຍ, ບັນໄຈຕາມປະເພນີຂອງຊາວຫວຽດນາມ.

ບັນໂຈຍອັນເປັນປະເພນີ ຖືກເຮັດຈາກແບ້ງເຂົ້າໜຽວ, ໄສ້ແມ່ນມີນ້ຳຕານ. ສ່ວນບັນໄຈໄສ້ຖືກເຮັດດ້ວຍໝາກຖົ່ວຂຽວແລະນ້ຳຕານ. ເມື່ອຕົ້ນສຸກແລ້ວຕັກໃສ່ຈານແລະຖ້ວຍແລ້ວກໍ່ເອົາໝາກງ່າແລະນວນໝາກພ້າວໂຮຍໃສ່ເທິງ.

ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 5
ບັນໄຈທີ່ເປັນປະເພນີ
ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 6
ໃນທຸກວັນນີ້ມີບາງຄອບຄົວນິຍົມເຮັດບັນໂຈຍດ້ວຍສີຫຼາກຫຼາຍ
ວັນ​ບຸນ​ບັນໂຈຍ, ບັນ​ໄຈ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ - ảnh 7
ບັນໄຈມີສີຫຼາກຫຼາຍ

ໃນໂອກາດນີ້ບັນດາຄອບຄົວບໍ່ຄວນກະກຽມອາຫານຫຼາຍເຍື່ອງທີ່ສິ້ນເບື້ອງເງິນທຶນແຕ່ພຽງຕ້ອງການມີຈິດໃຈເຮັດບັນໂຈຍ, ບັນໄຈເພື່ອຖະຫວາຍບູຊາປູຍ່າຕາຍາຍ, ບັນພະບູລຸດ ພາວະນາໃຫ້ມີແດ່ສິ່ງທີ່ຈົບງາມແລະມີຄວາມຢູ່ເຢັນເປັນສຸກໃນຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ