ສູນກໍ່ສ້າງຜູ້ມີຄວາມເກັ່ງກ້າສາມາດ ຂັບກວານເຫາະ ໄວເດັກໃນແຂວງບັກນິງ
(VOVWORLD) - ເກືອບ 10 ປີມານີ້, ສະໂມສອນຂັບກວານເຫາະໄວເດັກໄດ້ປະກອບສ່ວນແຜ່ກະຈາຍຄວາມຮັກສິລະປະພື້ນເມືອງ ໄປຍັງວົງຄະນະຍາດ ແລະ ປະກອບສ່ວນຮັກສາອະນຸລັກມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ
|
ສະໂມສອນຂັບກວານເຫາະໄວເດັກຢູ່ ຕາແສງຮ່ວານເຊີນ ເມືອງຕຽນຢຸ ແຂວງບັກນິງ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015 ໂດຍນາງ ຫງວຽນທິງວຽນເປັນຫົວໜ້າ ພ້ອມກັບການຊີ້ນຳຂອງບັນດານັກສິລະປິນ. ມາຮອດປັດຈຸບັນ ບັນດາສະມາຊິກໃນສະໂມສອນລ້ວນແຕ່ມີຄວາມສາມາດໄປສະແດງຕໍ່ມວນຊົນໄດ້. |
|
ນັບແຕ່ຄາວຍັງນ້ອຍ ນາງ ງວຽນ ໄດ້ມີຄວາມຊົມຊອບບັນດາທຳນອງເພງພື້ນເມືອງ ຂັບກວານເຫາະ ຜ່ານສຽງຂັບລຳທຳເພງຂອງພວກແມ່ປ້າ ເອື້ອຍນ້ອງແມ່ຍິງ ແລະ ເມື່ອເຕີບໃຫຍ່ຂຶ້ນກໍ່ເຂົ້າຮ່ວມສະໂມສອນຂັບກວານເຫາະ ຂອງບ້ານ. ໃນໄລຍະເຄື່ອນໄຫວທາງດ້ານສິລະປະກໍ່ເຫັນວ່າ ມີເດັກນ້ອຍຫຼາຍຄົນໃນບ້ານ ມີຄວາມເມົາມົວກັບສິລະປະຂັບກວານເຫາະ ແຕ່ບໍ່ມີບ່ອນດຳເນີນຊີວິດ, ດັ່ງນັ້ນນາງໄດ້ກ້າຫານສ້າງຕັ້ງສະໂມສອນ ຂັບກວານເຫາະ ໄວເດັກຕາແສງຮວານເຊີນ ເພື່ອຖ່າຍທອດບອກສອນໂດຍບໍ່ເກັບຄ່າໃຫ້ແກ່ພວກເດັກນ້ອຍ. ໃນເບື້ອງຕົ້ນສະໂມສອນມີໄວເດັກ 10 ຄົນ ແລະ ພາຍຫຼັງເຄື່ອນໄຫວເປັນເວລາເກືອບ 10 ປີ ສະໂມສອນກໍ່ໄດ້ດຶງດູດສະມາຊິກໄວ 4 ປີຫາ 17 ປີ ໄດ້ຫຼາຍກ່ວາ 30 ຄົນ. |
|
ນາງງວຽນແບ່ງປັນວ່າ ໄລຍະທຳອິດສະໂມສອນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນບໍ່ມີ ຄ່າໃຊ້ຈ່າຍໃນການເຄື່ອນໄຫວ. ຍ້ອນບັນດາສະມາຊິກໃນສະໂມສອນກໍ່ລ້ວນແຕ່ເປັນເດັກນ້ອຍດັ່ງນັ້ນ ການຖ່າຍທອດກໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມຮັກແພງເດັກ ແລະ ຄວາມເມົາມົວຂັບກວານເຫາະ ນາງງວຽນຍາມໃດກໍ່ສຸດຈິດສຸດໃຈ, ບອກສອນຖ່າຍທທອດສິລະປະຂັບກວານເຫາະ ໃຫ້ເດັກ |
|
ພວກນ້ອງນ້ອຍໃນສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນ, ເມືອງ ຕຽນຢຸ, ແຂວງບັກນິງ ໃນການດຳເນີນຊີວິດຕອນ1. |
|
ນາງ ຫງວຽນທິງວຽນ ໄດ້ປັບເຄື່ອງນຸ່ງຄືນໃຫ້ແກ່ສິລະປິນໄວເດັກກ່ອນທີ່ຈະຂຶ້ນສະແດງຢູ່ໂຮງຮຽນ |
|
. ເຊີນຄ້ຽວໝາກແມ່ນການເຄື່ອນໄຫວທີ່ຂາດບໍ່ໄດ້ໃນການດຳເນີນຊີວິດວັດທະນະທຳ ຂັບກວານເຫາະ. |
|
ສະໂມສອນເຄີຍດຳລົງຊີວິດເປັນສອງຕອນຄືໃນຕອນບ່າຍວັນ ພຸດ ແລະ ວັນທິດ ຫຼືວັນເສົາ ວັນທິດ. ໃນບັນດາການດຳເນີນຊີວິດ, ພວກເດັກກໍ່ໄດ້ນຸ່ງຊຸດປະເພນີ ຮັບຟັງຄຳສອນຂອງເອື້ອຍຄູ. |
|
ນ້ອງສາວຫງວຽນບິກງອກສັງກັດ ສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນໃຫ້ຮູ້ວ່າ ນ້ອງສາມາດສະແດງຂັບກວານເຫາະ ໄດ້ນັບສິບທຳນອງ. ການເຂົ້າຮ່ວມສະໂມສອນບໍ່ພຽງແຕ່ຊ່ວຍນ້ອງ ເພີ່ມຄວາມຮູ້ທາງດ້ານວັດທະນະທຳຂັບກວານເຫາະ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ນ້ອງມີໂອກາດໄດ້ພົບປະແລກປ່ຽນກ່ຽວກັບຄວາມຮູ້ດ້ານສິລະປະ ກໍ່ຄືທັກສະການດຳລົງຊີວິດອີກດ້ວຍ |
|
ນ້ອງສາວຫງວຽນຮຽນຮ່ວາ ຢູ່ບ້ານດ້າຍເຊີນໃຫ້ຮູ້ວ່າ ນ້ອງກໍ່ໄດ້ຮັບການສັ່ງສອນຈາກຫົວໜ້າສະໂມສອນ ແລະບັນດານັກສິລະປິນຂັບກວານເຫາະ ບັກນິງ. ນອກຈາກຮຽນຂັບຮ້ອງໃນສະໂມສອນແລ້ວ, ເວລາກັບເມື່ອເຮືອນນ້ອງກໍ່ຍັງໄດ້ຝືກແອບຕາມລາຍການສອນຂັບກວານເຫາະທາງໂທລະພາບອີກດ້ວຍ |
|
ຢູ່ງານບຸນລິມ ສະໂມສອນຂັບກວານເຫາະ ໄວເດັກຕາແສງຮ່ວານເຊີນ ໄດ້ດຶງດູດ ແຂກທ່ອງທ່ຽວ ກໍ່ຄືຊາວທ້ອງຖິ່ນ ມາຮັບຊົມລາຍການສະແດງຂັບກວານເຫາະ, ອັນໄດ້ເຮັດໃຫ້ແຂກທັງຫຼາຍມີຄວາມຫຼົງໄຫຼ. |
|
ພ້ອມກັບການພັດທະນາຂອງສັງຄົມ ແລະ ການປະກົດຕົວຂອງຫຼາຍປະເພດດົນຕີທີ່ແຕກຕ່າງກັນ, ໄວໜຸ່ມເຄີຍບໍ່ໃສ່ໃຈຕໍ່ບັນດາປະເພດຂັບລຳທຳເພງພື້ນເມືອງ, ເລື່ອງສະໂມສອນຂັບກວານເຫາະໄວເດັກໄດ້ ຮັບການສ້າງຕັ້ງຂຶ້ນ ແລະ ນັບມື້ນັບຂະຫຍາຍຕົວ ແມ່ນໜຶ່ງໃນບັນດາຮູບແບບ ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການລໍ່ລ້ຽງຄວາມຮັກຕໍ່ເພງພື້ນເມືອງໃນໝູ່ໄວໜຸ່ມ ພ້ອມກັນນັ້ນ ກໍ່ເປັນການຢັ້ງຢືນທິດກ້າວເດີນຢ່າງຖືກຕ້ອງໃນວຽກງານອະນຸລັກ ແລະ ແຜ່ກະຈາຍສີລະປະຂັບກວານເຫາະ ໃນວົງຄະນະຍາດ. |