ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA

(VOVWORLD) - iMseum VFA ໄດ້ຊ່ວຍໃຫ້ຜູ້ໃຊ້ໄດ້ເຂົ້າຊົມຢ້ຽມຊົມຫໍພິພິຕະພັນວິຈິດສິນຫວຽດນາມ ທາງອອນລາຍ ແລະ ໂດຍກົງ
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 1
ທີ່ຕັ້ງຫໍພິພິຕະພັນວິຈິດສິນຫວຽດນາມ ຢູ່ຮ່າໂນ້ຍ
ນີ້ແມ່ນໂປຼແກຼມຫຼາຍພາຫະນະ (ບັນທຶກສຽງ, ບົດຂຽນຕົວໜັງສື, ພາບຖ່າຍຄຸນນະພາບສູງ), ເຊິ່ງໄດ້ ເອົາລົງຢູ່ທັງ Androi ແລະ iOS, ຜ່ານການຖ່າຍລະຫັດ QR. ໂປຼແກຼມນີ້ມີຈຸດດີກວ່າ ໂປຼແກຼມບັນຍາຍແນະນຳແບບທຳມະດານັ້ນແມ່ນສາມາດຊົມພາບຖ່າຍທີ່ມີຄຸນນະພາບສູງ; ອ່ານເນື້ອໃນບົດຂຽນໂຄສະນາແນະນຳ; ສາມາດຮູ້ໄດ້ວ່າຫ້ອງໃດທີ່ໄດ້, ພວມ ແລະ ຍັງບໍ່ທັນໄປຢ້ຽມຊົມ…
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 2
ຫໍພິພິຕະພັນວິຈິດສິນຫວຽດນາມ
ໂປຼແກຼມ iMseum VFA ແມ່ນໝາກຜົນຂອງໂຄງການສົມທົບລະຫວ່າງຫໍພິພິຕະພັນວິຈິດສິນຫວຽດນາມ ແລະ ບໍລິສັດຊອັບແວໂປຼແກຼມມືຖືຫວຽດນາມ ສ້າງຂຶ້ນ, ໂດຍເລີ່ມມາຈາກຄວາມຕ້ອງການປັບປຸງຄຸນນະພາບການຢ້ຽມຊົມໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງກຳແໜ້ນຜົນປະໂຫຍດຂອງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳເວົ້າລວມ ແລະ ມໍລະດົກວິຈິດສິນເວົ້າສະເພາະ.
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 3
ນີ້ກໍ່ແມ່ນບາດກ້າວຫັນແຜນນະໂຍບາຍຂອງການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເປັນລະອຽດ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວຫັນປະເທດຊາດເປັນປະເທດດີຈີຕອນຮອດປີ 2025, ກຳນົດທິດຮອດປີ 2030 ຂອງລັດຖະບານ.
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 4
ຄ່ານຳໃຊ້ໂປຼແກຼມ iMseum VFA ແມ່ນ 50.000/ຄັ້ງ, ໃນນັ້ນ ນັກທ່ອງທ່ຽວສາມາດຄົ້ນຫາ 100 ວັດຖຸພັນທີ່ພົ້ນເດັ່ນໃນລະບົບວາງສະແດງຂອງຫໍພິພິຕັນຫວຽດນາມ ບໍ່ວ່າຢູ່ແຫ່ງໃດ, ເວລາໃດ. ພິເສດ, ແຕ່ລະເທື່ອທີ່ເຂົ້າຢ້ຽມຊົມນັ້ນແມ່ນມີເວລາ 8 ຊົ່ວໂມງ, ດ້ວຍ 8 ພາສາຄື: ຫວຽດນາມ, ອັງກິດ, ຝລັ່ງ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ແອັດສະປາຍ ແລະ ອີຕາລີ (ໃນໄລຍະຈະມາເຖິງຈະເພີ່ມພາສາເຢຍລະມັນ ຕື່ມອີກ).
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 5
ພາຍຫຼັງຄົ້ນຄວ້າ, ສ້າງ ແລະ ພັດທະນາເຕັກໂນໂລຊີມາເປັນເວລາ 2 ປີ, ໂປຼແກຼມ iMseum VFA ໄດ້ເລີ່ມທົດລອງນັບແຕ່ເດືອນທັນວາ 2020 ແລະ ເປີດຕົວເປັນທາງການໃນວັນທີ 22 ເມສາ 2021.
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 6
ພາຍຫຼັງນຳໃຊ້ການບໍລິການໃໝ່, ເອື້ອຍ ແຄ໊ງລິງ - ນັກທ່ອງທ່ຽວໄດ້ສະແດງຄວາມເພິ່ງພໍໃຈ.
ຫໍພິພິຕະພັນວິຈິດສິນຫວຽດນາມ ເປີດຕົວໂປຼແກຼມບັນຍາຍແນະນຳຫຼາຍພາຫະນະ iMseum VFA - ảnh 7
ໂປຼແກຼມ iMseum VFA ໄດ້ຮັບຄວາມຫວັງວ່າຈະເປັນເຄື່ອງມືອຸປະກອນທີ່ມີປະໂຫຍດໃຫ້ແກ່ນັກທ່ອງທ່ຽວໃນວິວັດການຄົ້ນຫາ, ຊອກຮູ້ຫໍພິພິຕະພັນຫວຽດນາມ.

ຫໍພິພິຕະພັນວິຈິດສິນຫວຽດນາມ ແມ່ນໜຶ່ງໃນບັນດາຫໍພິພິຕະພັນແຫ່ງຊາດທີ່ມີທີ່ຕັ້ງສຳຄັນທີ່ສຸດໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສາງມໍລະດົກວັດທະນະທຳສິລະປະຂອງປະຊາຄົມບັນດາເຜົ່າຫວຽດນາມ. ປະຈຸບັນ, ຫໍພິພິຕະພັນພວມວາງສະແດງວັດຖຸພັນກວ່າ 20.000 ຢ່າງ, ເຊິ່ງເປັນການພິສູດຢ່າງມີຊີວິດຊີວາໃຫ້ແກ່ການພັດທະນາຂອງພື້ນຖານວິຈິດສິນຫວຽດນາມ, ໃນນັ້ນມີວັດຖຸພັນຍອດຍິ່ງລະດັບຊາດ 9 ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ