11 ປະເທດສະມາຊິກຂອງສັນຍາ TPP ປຶກສາຫາລືກອບເອກະສານໃໝ່ເພື່ອປະຕິບັດສັນຍາ

(VOVWORLD) -11 ປະເທດສະມາຊິກຂອງສັນຍາ TPP ໄດ້ເຫັນດີຊຸກຍູ້ການປະຕິບັດຂໍ້ຕົກລົງດ້ານການຄ້າເສລີໃນພາກພື້ນນີ້ຕາມກອບເອກະສານໃໝ່ພາຍຫຼັງທີ່ອາເມລິກາປະກາດຖອກອອກຈາກສັນຍາ
11 ປະເທດສະມາຊິກຂອງສັນຍາ TPP ປຶກສາຫາລືກອບເອກະສານໃໝ່ເພື່ອປະຕິບັດສັນຍາ  - ảnh 1 ການາດາ ແລະ ດຳເນີນການເຈລະຈາຢູ່ຍີປຸ່ນ,

ວັນທີ 13/7, ເມື່ອສິ້ນສຸດການປະຊຸມເປັນເວລາ 2 ວັນທີ່ດຳເນີນຢູ່ Kanagawa ປະເທດຍີປຸ່ນ, ຫົວໜ້າຄະນະນັກເຈລະຈາຂອງ 11 ປະເທດສະມາຊິກຂອງສັນຍາ TPP ໄດ້ເຫັນດີຊຸກຍູ້ການປະຕິບັດຂໍ້ຕົກລົງດ້ານການຄ້າເສລີໃນພາກພື້ນນີ້ຕາມກອບເອກະສານໃໝ່ພາຍຫຼັງທີ່ອາເມລິກາປະກາດຖອກອອກຈາກສັນຍາ. ໃນນັ້ນ, 11 ປະເທດໄດ້ເຫັນດີເປັນເອກະພາບບໍ່ຫຼຸດຜ່ອນມາດຖານການຄ້າທີ່ໄດ້ລະບຸໃນສັນຍາເບື້ອງຕົ້ນ. ວຽກງານໃນໄລຍະທີ່ຈະເຖິງ ແມ່ນບັນດາປະເທດສະມາຊິກຂອງສັນຍາ TPP ຕ້ອງຕົກລົງ ກອບເອກະສານໃໝ່ດ້ວຍຮູບການສັນຍາ, ອະນຸສັນຍາຫຼືຮູບການອື່ນໆ. ການປ່ຽນແປງທຸກຢ່າງແມ່ນຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກແຕ່ລະປະເທດພາຄີ.

ຕອບກັບ

ຂ່າວ/ບົດ​ອື່ນ