160 ວິສາຫະກິດ ໄດ້ຮັບລາງວັນ ຮົ່ງຫວ່າງ (ມັງກອນຄຳ)

160 ວິສາຫະກິດ ໄດ້ຮັບລາງວັນ ຮົ່ງຫວ່າງ (ມັງກອນຄຳ) - ảnh 1
( ງານ​ມະ​ໂຫລານ​ບັນດາ​ວິ​ສາ​ຫະກິດ​ ຮົ່ງຫວ່າງ ​(ມັງກອນ​ຄຳ​) ຄັ້ງ​ທີ XI )

(vovworld) - ງານ​ມະ​ໂຫລານ​ບັນດາ​ວິ​ສາ​ຫະກິດ​ ຮົ່ງຫວ່າງ ​(ມັງກອນ​ຄຳ​) ຄັ້ງ​ທີ XI  ​ແລະ​ ເຄື່ອງໝາຍ​ການ​ຄ້າ​ທີ່ດີ​ເດັ່ນ​ຄັ້ງ​ທີ VIII ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 3/3 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ງານ​ມະ​ໂຫລານ​ປະຈຳ​ປີ​ດັ່ງກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ ວິ​ສາ​ຫະກິດ 160 ​ແຫ່ງ, ​ເຊິ່ງລວມມີ 70 ວິ​ສາ​ຫະກິດ​ມັງກອນ​ຄຳ​ທີ່​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ​ແລະ 90 ວິ​ສາ​ຫະກິດ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ທີ່​ດີ​ເດັ່ນ​ຂອງ​ຫວຽດນາມ ພ້ອມ​ກັບ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ທີ່​ພວມ​ເຄື່ອນ​ໄຫວ​ທຳ​ການ​ຜະລິດ​ຢູ່​ຫວຽດນາມ. ງານ​ມະ​ໂຫລານ​ໂດຍ​ໜັງສືພິມ​ເສດຖະກິດ​ທາຍ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ, ​ເພື່ອ​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ວິ​ສາ​ຫະກິດ FDI ຢູ່​ຫວຽດນາມ​ ໃນ​ການ​ປະກອບສ່ວນ​ຍູ້​ແຮງ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ບັນດາ​ວິ​ສາ​ຫະກິດ ມັງກອນ​ຄຳ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ ​ໃນ​ການ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ, ​ແລະ ຍົກ​ສູງ​ຄວາມ​ສາມາດ​ຜະລິດ​ອຸດສາຫະກຳ.

 

ຂ່າວ/ບົດ​ອື່ນ