18 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມການແຂ່ງຂັນສິລະປະການຈັດດອກໄມ້ສາກົນ
(VOVWORLD) - ງານວາງສະແດງ ແລະ ການແຂ່ງຂັນສິລະປະການຈັດດອກໄມ້ສາກົນ (World Flower Council Summit 2023) ໄດ້ໄຂຂຶ້ນໃນຕອນບ່າຍ ວັນທີ 10 ກັນຍາ ທີ່ຜ່ານມາ, ທີ່ນະຄອນ ດາລາດ, ແຂວງເລິມດົງ.
ພິທີມອບໃບຢັ້ງຢືນການຈັດດອກໄມ້ສາກົນ (ພາບ: TTXVN) |
ການຈັດຕັ້ງພິທີແມ່ນການຮ່ວມມືລະຫວ່າງ ສະມາຄົມດອກໄມ້ໂລກ (World Flower Council - WFC) ແລະ ມະຫາວິທະຍາໄລ ດາລາດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ນັກສິລະປະກອນ 200 ຄົນທີ່ມາຈາກ 18 ປະເທດ ແລະ ເຂດແຄວ້ນ. ນີ້ແມ່ນການຈັດງານຄັ້ງທີ 37 ຂອງສະມາຄົມດອກໄມ້ໂລກ ແຕ່ເປັນຄັ້ງທຳອິດທີ່ຈັດງານຢູ່ ນະຄອນແຫ່ງດອກໄມ້ ດາລາດ ແລະ ຫວຽດນາມ.
ຫຼັງຈາກໄຂພິທີ, ນັກສິລະປະກອນອອກແບບການຈັດດອກໄມ້ 6 ຄົນທີ່ມາຈາກ ສິງກະໂປ, ມາເລເຊຍ, ເກົາຫຼີໃຕ້, ຍີ່ປຸ່ນ, ມາເກົາ (ສປ ຈີນ), ຮົງກົງ (ສປ ຈີນ) ໄດ້ຂຶ້ນສະແດງສິລະປະການຈັດດອກໄມ້ເທິງເວທີ. ກໍ່ຢູ່ໃນຂອບເຂດຂອງລາຍການ, ນັກອອກແບບ 18 ຄົນ, ຕາງໜ້າໃຫ້ 18 ປະເທດ ແລະ ເຂດແຄວ້ນກໍ່ສືບຕໍ່ເຂົ້າຮ່ວມການສະແດງສິລະປະການຈັດດອກໄມ້ເທີງເວທີ ເພື່ອແນໃສ່ນຳສະເໜີກ່ຽວກັບສິລະປະການຕົກແຕ່ງດອກໄມ້ສົດທີ່ມີຄວາມໝາຍທີ່ສຸດ.
ງານແຂ່ງຂັນສິລະປະການຈັດດອກໄມ້ສາກົນ 2023 ໄດ້ເຮັດພິທີມອບລາງວັນໃນຕອນບ່າຍນີ້./.