2 ເດືອນຕົ້ນປີ,ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸ3,4ຕື້USD
(ພາບປະກອບ: thanglong.chinhphu.vn)
(vovworld) - ຕາມກະຊວງແຜນການ ແລະ ການລົງທຶນ, ໃນ 2 ເດືອນຕົ້ນປີ, ການດຶງດູດຍອດເງິນລົງທຶນຈາກຕ່າງປະເທດທີ່ຈົດທະບຽນສະໜອງໃໝ່, ເພີ່ມເຕີ່ມ ແລະ ປະກອບທຶນຊື້ຫຸ້ນຂອງທົ່ວປະເທດບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະຂອງປີ 2016. ໄລຮອດເດືອນ 02, ໄດ້ມີ 116 ປະເທດ ແລະ ເຂດແຄ້ວນມີການລົງທຶນເຂົ້າຫວຽດນາມ, ໃນນັ້ນຢືນແຖວໜ້າແມ່ນສ.ເກົາຫຼີ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 51 ຕື້ USD (ກວມເອົາ 16% ຍອດຈຳນວນເງິນລົງທຶນ). ນະຄອນໂຮ່ຈິມິນ ແມ່ນທ້ອງຖິ່ນນຳໜ້າໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຈຳນວນເງິນລົງທຶນ 45,4 ຕື້ USD(ກວມເອົາ 15,2% ຍອດຈຳນວນເງິນລົງທຶນ).