200 ລ້ານ USD ໃຫ້ແກ່ການປົວແປງ ລະບົບຊົນລະປະທານ ແລະ ພື້ນຖານໂຄງລ່າງເຂດຊົນນະບົດ.
ພິທີລົງນາມສັນຍາໃຫ້ກູ້ຢືມ
ພາບປະກອບຈາກ internet
|
(vovworld) - ຕອນບ່າຍວັນທີ 9/3 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນວັນບີ່ງ ຜູ້ວ່າການທະນາຄານແຫ່ງລັດ ຕາງຫນ້າໃຫ້ລັດຖະບານຫວຽດນາມ ແລະ ທ່ານ Tomoyuki Kimura ຜູ້ອຳນວຍການແຫ່ງຊາດຂອງທະນາຄານພັດທະນາ ອາຊີ (ADB) ປະຈຳຫວຽດນາມ ໄດ້ລົງນາມໃນສັນຍາໃຫ້ກູ້ຢືມດ້ວຍຍອດຈຳນວນເງິນ 200 ລ້ານ USD ເພື່ອຊ່ວຍຫວຽດນາມ ປົວແປງລະບົບຊົນລະປະທານ ແລະ ພື້ນຖານໂຄງລ່າງເຂດຊົນນະບົດ. ຕາມສັນຍາທີ່ໄດ້ລົງນາມລະຫວ່າງສອງຝ່າຍແລ້ວ, ADB ສະຫງວນບ້ວງເງິນກູ້ຢືມ 110 ລ້ານ USD ໃຫ້ແກ່ການພັດທະນາລະບົບຊົນລະປະທານເຂດທາງທິດເຫນືອແມ່ນ້ຳຈູ ແລະ ທາງທິດໃຕ້ແມ່ນ້ຳ ໝ໋າ ດ້ວຍການກຳນົດເວລາໃຫ້ກູ້ຢືມແມ່ນ 32 ປີ. ສ່ວນຈຳນວນເງິນ 90 ລ້ານ USD ທີ່ຍັງເຫລືອນັ້ນ ແມ່ນສະຫງວນໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງເຂດຕົວເມືອງ ແລະ ຍົກລະດັບ, ເພີ່ມທະວີກຳລັງຄວາມສາມາດການຄຸ້ມຄອງເຂດຕົວເມືອງຂອງອຳນາດການປົກຄອງທ້ອງຖິ່ນຢູ່ ນະຄອນຫວຽດຈີ ແຂວງ ຟູທໍ້, ແຂວງຮືງອຽນ, ດົ່ງດັງ ແຂວງລ້າງເຊີນ ແລະລຽມຕາມແລວເສດຖະກິດເໜືອໃຕ້.