42ປະເທດຈະເຂົ້າຮ່ວມງານມະຫາກຳກິລາຫາດຊາຍທະເລອາຊີຄັ້ງທີ5ປີ2016ຢູ່ດ່າໜັງ

42ປະເທດຈະເຂົ້າຮ່ວມງານມະຫາກຳກິລາຫາດຊາຍທະເລອາຊີຄັ້ງທີ5ປີ2016ຢູ່ດ່າໜັງ - ảnh 1
(ພາບປະກອບ)

(vovworld) – ​ ​ 42 ປະ​ເທດ​ຈະ​ເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາຫາດ​ຊາຍ​ທະ​ເລ​ ອາຊີ ​ຄັ້ງ​ທີ 5​ ປີ 2016​ຢູ່​ ດ່າ​ໜັງ ຂໍ້​ມູນ​ດັ່ງກ່າວ​ຖືກຍົກ​ອອກມາ​ໃນ​ບົດ​ລາຍ​ງານ​ຂອງ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຫາກ​ຊາຍ​ທະ​ເລ ອາຊີ ຄັ້ງ​ທີ 5 (ABG 5) ປີ 2016 ທີ່​ກອງ​ປະຊຸມ​ ​ກັບ​ກົມ​ໃຫຍ່​ກິລາ ທີດຳ​ເນີນ​ໃນ​ວັນ​ທີ 18/08. ຕາມ​ນັ້ນ​ແລ້ວ ​ໄລ່​ຮອດ​ວັນ​ທີ 12/08 ມີ 42 ​ປະ​ເທດ​ຢືນຢັນ​ຈະ​ເຂົ້າ​ຮ່ວມ ABG 5 ​ເຊິ່ງຈະ​ດຳ​ເນີນ​ຢູ່ ດ່າ​ໜັງ ​ໃນ​ລະຫວ່າງ​ວັນ​ທີ 24/09 – 03/10/2016 ​ດ້ວຍ​ຍອດ​ຈຳນວນ​ນັກ​ກິລາທັງ​ໝົດ​ແມ່ນ 2.200 ຄົນ (​ບໍ່​ໄລ່​ນັກ​ກິ​ລາ ຫວຽດນາມ). ຄະນະ​ຈັດ​ຕັ້ງ ABG 5 ​ໄດ້​ສຳ​ເລັດ​ແຜນ​ຮ່າງກົດ​ລະບຽບ​ຂອງ 22 ປະ​ເພດ​ກິລາ​ໃນ​ລາຍການ​ແຂ່ງ​ຂັ້ນ; ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ສູນການ​ຂ່າວ, ສູນ​ໂທລະ​ພາບສາກົນ; ດຳ​ເນີນ​ການບຳລຸງສ​້າງກຳລັງ​ອາສາ​ສະໝັກ…​ປະຈຸ​ບັນ ອະນຸ​ກຳມະການການ​ແພດ ​ແລະ ກວດກາ Doping ພວມ​ດຳ​ເນີນ​ບັນດາ​ເງື່ອນ​ໄຂ ​ເພື່ອ​ຈັດ​ຕັ້ງ​ການ​ຝຶກອົບ​ຮົມ​ພະນັກງານ ກວດກາ Doping ຮັບ​ໃຊ້ ABG 5; ດຳ​ເນີນ​ການ​​ເຮັດ​ວຽກ​ກັບ​ສະພາ Olympic ອາຊີ, ອົງການ​ປ້ອງ​ກັນ​ຕ້ານ Doping ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົງການ​ປ້ອງ​ກັນ​ຕ້ານ Doping ສ.​ເກົາຫຼີ, ຍີ່ປຸ່ນ, ​ໄທ ກ່ຽວ​ກັບ​ບຸກຄະລາ​ກອນ​ຮັບ​ໃຊ້ ABG 5.

ຂ່າວ/ບົດ​ອື່ນ