5 ປີເຂົ້າຮ່ວມ WTO; ວິສາຫະກິດຫວຽດນາມ - ບັນດາບາດກ້າວທີ່ປະເອີບໃຈ
( ພາບ: baomoi.com )
|
( vovworld ) - ພາຍຫຼັງ 5 ປີເຂົ້າເປັນສະມາຊິກອົງການການຄ້າໂລກ ( WTO ), GDP ສະເລ່ຍໃສ່ຫົວຄົນຫວຽດນາມແມ່ນກວ່າ 1 ພັນ 300 USD, ຕະຫຼາດໄດ້ເປີດກວ້າງສູ່ 149 ພື້ນຖານເສດຖະກິດສະມາຊິກອື່ນຂອງ WTO. ພິເສດ, ໃນຊຸມປີຜ່ານມາ, ວົງເງິນສົ່ງອອກເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2007 ດ້ວຍມູນຄ່າກວ່າ 96 ຕື້ USD… ນີ້ແມ່ນບັນດາເນື້ອໃນເຊິ່ງຖືກຍົກອອກມາຢູ່ທີ່ກອງປະຊຸມສຳມະນາ “ ຄວາມສາມາດແກ່ງແຍ້ງຂອງວິສາຫະກິດຫວຽດນາມ ພາຍຫຼັງ 5 ປີເຂົ້າຮ່ວມ WTO ” ໂດຍວາລະສານກອມມູນິດ ກັບ ກະຊວງອຸດສາຫະກຳການຄ້າຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 9/3 ຢູ່ທີ່ຮ່າໂນ້ຍ. ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ພາຍຫຼັງ 5 ປີເຂົ້າຮ່ວມ WTO, ມາຮອດປະຈຸບັນຈຳນວນວິສາຫະກິດຂອງຫວຽດນາມ ໄດ້ເພີ່ມຂຶ້ນແຕ່ສອງສາມເທົ່າກ່ຽວກັບດ້ານຈຳນວນ ແລະ ເພີ່ມຂຶ້ນ 7,3 ເທົ່າກ່ຽວກັບຈຳນວນເງິນຈົດທະບຽນເມື່ອທຽບໃສ່ປີ 2007. ບັນດາວິຫາຫະກິດຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນເວທີສາກົນ ແລະ ໃນໂລກເທື່ອລະກ້າວ. ລະດັບວົງເງິນສົ່ງອອກເພີ່ມຂຶ້ນສະເລ່ຍແຕ່ປີ 2007 ມາຮອດທ້າຍປີ 2011 ແມ່ນກວ່າ 19%, ສູງກວ່າລະດັບ 18% ກ່ອນທີ່ເຂົ້າຮ່ວມ WTO. ຕະຫຼາດຈຳໜ່າຍສິ້ນຄ້າຂອງຫວຽດນາມ ນັບມື້ນັບໄດ້ຮັບການເປີດກວ້າງ ແລະ ບັນດາຕະຫຼາດໃຫຍ່ໃນໂລກ, ຂອບຂະໜາດຕະຫຼາດທີ່ມີມາແຕ່ດົນນານກໍ່ໄດ້ຮັບການເປີດກວ້າງ, ມາຮອດປີ 2010 ຫວຽດນາມມີ 19 ຕະຫຼາດທີ່ມີມູນຄ່າການສົ່ງອອກບັນລຸແຕ່ 1 ຕື້ USD ຂຶ້ນໄປ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ເຊື່ອມໂຍງເຂົ້າ WTO ຢ່າງສຳເລັດຜົນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ຄວາມການສຳເລັດຜົນຂອງປະຊາຄົມວິສາຫະກິດຫວຽດນາມ. ທ່ານ ຫງວຽນຕ໋ຽນເວື້ອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ການຄ້າຮ່າໂນ້ຍ ໃຫ້ຮູ້ວ່າ.
“ ພາຍຫຼັງ 5 ປີເຂົ້າຮ່ວມ WTO ພວກຂ້າພະເຈົ້າກໍມີບັນດາຈຸດທີ່ພົ້ນເດັ່ນກວ່າເມື່ອກ່ອນ. ຄວາມເອົາໃຈໃສ່ຂອງວິສາຫະກິດຕໍ່ເຄື່ອງໝາຍການຄ້າແມ່ນດີກວ່າ ແລະ ບັນດາສິ່ງທ້າທາຍຂອງການເຊື່ອມໂຍງ WTO ກໍ່ແມ່ນກຳລັງຊຸກຍູ້ເພື່ອໃຫ້ບໍລິສັດມີບັນດາການປັບປຸງການເຄື່ອນໄຫວຄຸ້ມຄອງ ເພື່ອເປີກກວ້າງຕະຫຼາດ, ເພີ່ມວົງເງິນສົ່ງອອກກໍຄືພັດທະນາລະບົບການຄ້າຢູ່ພາຍໃນປະເທດ”.