50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ: ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະຫະພັນແມ່ຍິງ 2 ປະເທດ

(VOVWORLD) - ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Men Saman ຕີລາຄາສູງຂໍ້ລິເລີ່ມ, ໂຄງການຂອງສະຫະພັນແມ່ຍິງ ຫວຽດນາມ ໃນການປັບປຸງ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ
50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ: ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະຫະພັນແມ່ຍິງ 2 ປະເທດ - ảnh 1 ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ: ສຳນັກຂ່າວສານ ຫວຽດນາມ)

ແມ່ຍິງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ. ນີ້ແມ່ນການຢືນຢັນລວມຂອງສະຫະພັນແມ່ຍິງ ຫວຽດນາມ ແລະ ສະຫະພັນແມ່ຍິງ ກຳປູເຈຍ ເພື່ອສັນຕິພາບ ແລະ ການພັດທະນາທີ່ການເຈລະຈາຕີລາຄາໝາກຜົນຂອງການເຄືຶ່ອນໄຫວໄລຍະ 2013 – 2017 ແລະ ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2017 – 2022, ໄດ້ຮັບການຈັດຕັ້ງຢູ່ ພະນົມເປັນ ໃນຕອນບ່າຍວັນທີ 12 ກັນຍາ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Men Saman ຕີລາຄາສູງຂໍ້ລິເລີ່ມ, ໂຄງການຂອງສະຫະພັນແມ່ຍິງ ຫວຽດນາມ ໃນການປັບປຸງ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ຢືນຢັນວ່າ ປະຊາຊົນ, ແມ່ຍິງ ກຳປູເຈຍ ຍາມໃດກໍ່ຈົດຈຳມູນເຊື້ອປະຫວັດສາດອັນດີງາມ, ພ້ອມກັບປະຊາຊົນ ແລະ ແມ່ຍິງ ຫວຽດນາມ ຮຽງບ່າຮຽງໄຫຼ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດພັດທະນາໃນໄລຍະປະຈຸບັນ.

        ການເຈລະຈາ ແລະ ເຊັນຂໍ້ຕົກລົງຮ່ວມມືດັ່ງກ່າວແມ່ນນອນໃນບັນດາການເຄື່ອນໄຫວຂອງໂຄງການ “ຂະບວນລົດຄາລາວານມິດຕະພາບແມ່ຍິງ ຫວຽດນາມ -ລາວ - ກຳປູເຈຍ” ຈັດຕັ້ງແຕ່ວັນທີ 4 -16 ກັນຍາເຊິ່ງແລ່ນຜ່ານ 3 ປະເທດລາວ, ກຳປູເຈຍ ແລະ ສິ້ນສຸດລົງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ