50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກຳປູເຈຍ: ໄຂງານວາງສະແດງ “ຫວຽດນາມ - ຈຸດນັດພົບຂອງກຳປູເຈຍປີ 2017

(VOVWORLD) - ງານວາງສະແດງເພື່ອແນໃສ່ແນະນຳໂດຍສັງເຂບກ່ຽວກັບການພົວພັນທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ, ການທູດລະຫວ່າງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ; ກ່ຽວກັບພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ 
50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກຳປູເຈຍ: ໄຂງານວາງສະແດງ “ຫວຽດນາມ - ຈຸດນັດພົບຂອງກຳປູເຈຍປີ 2017 - ảnh 1 ພິທີຕັດແຖບຜ້າເປີດສະຫຼອງງານວາງສະແດງ

ຕອນຄ່ຳວັນທີ 18 ທັນວາ, ພິທີໄຂງານວາງສະແດງ “ຫວຽດນາມ - ຈຸດນັດພົບຂອງ ກຳປູເຈຍ ປີ 2017” ໄດ້ຈັດຕັ້ງຢູ່ໂຮງແຮມ Cambodiana, ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສື່ສານກັບຕ່າງປະເທດຈຸດສຸມຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ, ນອນໃນບັນດາເຫດການທີ່ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່ວາງຫວິງບ໋າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເນັ້ນໜັກວ່າ: ງານວາງສະແດງເພື່ອແນໃສ່ແນະນຳໂດຍສັງເຂບກ່ຽວກັບການພົວພັນທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ, ການທູດລະຫວ່າງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ; ກ່ຽວກັບພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ຍາວນານຂອງ ຫວຽດນາມ; ກ່ຽວກັບປະເທດຊາດ, ປະຊາຊົນ ແລະ ບ້ານເກີດເມືອງນອນ ຫວຽດນາມ ພວມໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງ. ຄະນະຈັດຕັ້ງປາດຖະໜາຢາກປະກອບສ່ວນນຳອາຫານດ້ານຈິດໃຈ, ເຮັດໃຫ້ຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນມີຄວາມຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ, ປະເທດຊາດ; ທັງແນະນຳກ່ຽວກັບປະເທດ ຫວຽດນາມ ເຖິງປະຊາຊົນ ກຳປູເຈຍ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ຝ່າຍກໍ່ຄືປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ຊາດ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ