51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

(VOVWORLD) - ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ.
51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ - ảnh 1ຄະນະຜູ້ແທນ ຫວຽດນາມ ໃນພິທີເຊັນສັນຍາ ປາຣີ ກ່ຽວກັບສັນຕິພາບ ຢູ່ ຫວຽດນາມ
(ພາບ:TTXVN)

ກ່ອນນີ້ 51 ປີ (27/1/1973 – 27/1/2024), ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ສັນຍາ ກ່ຽວກັບການຢຸດຕິສົງຄາມ ສ້າງສັນຕິພາບ ຢູ່ ຫວຽດນາມ ຄືນໃໝ່ (ສັນຍາ ປາຣີ ກ່ຽວກັບ ຫວຽດນາມ) ໄດ້ຮັບການລົງນາມ. ສັນຍາປາຣີ ກ່ຽວກັບ ຫວຽດນາມ ໄດ້ລົງນາມ ແມ່ນການສິ້ນສຸດການເຈລະຈາແກ່ຍາວທີ່ສຸດໃນສະຕະວັດທີ 20 ດ້ວຍ 202 ວາລະປະຊຸມເປີດເຜີຍ, 45 ການພົບປະລະຫວ່າງ ຫວຽດນາມ - ອາເມລິກາ. ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ. ການເຈລະຈາແກ່ຍາວເປັນເວລາ 5 ປີ ເພື່ອລົງນາມສັນຍາແມ່ນບາດກ້າວສຳຄັນທີ່ສຸດ, ມີລັກສະນະຕັດສິນຊີ້ຂາດ ເພື່ອໃຫ້ ຫວຽດນາມ ຍາດໄດ້ໄຊຊະນະສຸດທ້າຍ. ສັນຍາປາຣີ ແມ່ນໄຊຊະນະສັງລວມຂອງການຕໍ່ສູ້ໃນແນວຮົບການທະຫານ, ການເມືອງ ແລະ ການທູດ; ແມ່ນຈຸດຍອດຢ້ຽມຂອງໄຊຊະນະໃນແນວຮົບການທູດ ຫວຽດນາມ ໃນສະໄໝຕ້ານ ອາເມລິກາ ກູ້ຊາດ, ແມ່ນຫຼັກໝາຍປະຫວັດສາດຄຳຂອງພື້ນຖານການທູດ ປະຕິວັດ ຫວຽດນາມ.

        ໄຊຊະນະຂອງສັນຍາ ປາຣີ ແລະ ເລື່ອງ ອາເມລິກາ ຖອນຕົວອອກຈາກ ຫວຽດນາມ ຍັງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດປົດປ່ອຍຂອງປະຊາຊົນ ລາວ ແລະ ກຳປູເຈຍ, ເປີດໄລຍະໃໝ່ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ໄລຍະສັນຕິພາບ, ສະຖຽນລະພາບ, ປິດອະດິດຕະການ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ