6 ຈຸດໃໝ່ທີ່ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9

(VOVWORLD) - ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ມີ 6 ຈຸດໃໝ່, ແຕກຕ່າງເມື່ອທຽບໃສ່ກອງປະຊຸມ 8 ຄັ້ງກ່ອນນີ້.
6 ຈຸດໃໝ່ທີ່ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 - ảnh 1 ທ່ານ ບຸຍວັນເກືອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຄະນະຈັດຕັ້ງກອງປະຊຸມ
(ພາບ: quochoi.vn)

          ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ດ້ວຍຫົວຂໍ້ວ່າ “ບົດບາດຂອງໄວໜຸ່ມໃນເລື່ອງຊຸກຍູ້ກນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ”, ຈະດຳເນີນແຕ່ວັນທີ 14 – 17 ກັນຍາ, ຢູ່ ຮ່າໂນ້ຍ, ເປັນຄັ້ງທຳອິດສະພາແຫ່ງຊາດ ຫວຽດນາມ ຈັດເຫດການນີ້.

          ທ່ານ ບຸຍວັນເກືອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຄະນະຈັດຕັ້ງກອງປະຊຸມ, ໃຫ້ຮູ້ວ່າ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ມີ 6 ຈຸດໃໝ່, ແຕກຕ່າງເມື່ອທຽບໃສ່ກອງປະຊຸມ 8 ຄັ້ງກ່ອນນີ້. ທີ 1, ກອງປະຊຸມນີ້ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ ຈະແມ່ນກອງປະຊຸມມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດຶງດູດຜູ້ແທນເຂົ້າຮ່ວມເກືອບ 500 ທ່ານ. ທີ 2, ວິວັດການກະກຽມ ແລະ ຈັດກອງະຊຸມສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ຫວຽດນາມ ສຳລັບໄວໜຸ່ມ ແລະ ບົດບາດຂອງໄວໜຸ່ມໃນການພັດທະນາປະເທດຊາດ, ສ້າງສັນຕິພາບຂອງໂລກ, ຄວາມວັດທະນາຖາວອນ ແລະ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ທີ 3, ສະພາແຫ່ງຊາດ ຫວຽດນາມ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນ, ໃນນັ້ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີຫຼາຍຂໍ້ລິເລີ່ມ ແລະ ການຊີ້ນຳໃນການກະກຽມຈັດກອງປະຊຸມເພື່ອໂຄສະນາປະເທດຊາດ, ມະນຸດ ແລະການປ່ຽນແປງໃໝ່ຂອງ ຫວຽດນາມ. ຈຸດໃໝ່ຕໍ່ໄປແມ່ນ ກອງປະຊຸມຈະສະແດງໃຫ້ເຫັນບົດບາດ, ທ່າແຮງຂອງອົງການຊາວໜຸ່ມ ຫວຽດນາມ ຜ່ານການຈັດກອງປະຊຸມຄັ້ງນີ້. ກ່ຽວກັບຈຸດໃໝ່ທີ 5, ທ່ານ ບຸຍວັນເກືອງ, ໃຫ້ຮູ້ວ່າ:

          “ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການກອງປະຊຸມກ່ຽວກັບບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ. ເປັ້ນຄັ້ງທຳອິດອອກຖະແຫຼງການກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ. ພວກເຮີາພວມຕັ້ງໜ້າພ້ອມກັບສະຫະພັນລັດຖະສະພາໂລກ (IPU) ສ້າງຖະແຫຼງການ, ຜ່ານບັນດາສະມາຊິກລັດຖະສະພາ, ບັນດາເວທີປາໄສ ເພື່ອສ້າງຖະແຫຼງການໃຫ້ມີລັກສະນະຮຽກໂຮມ, ການເມືອງ, ຄຳໝັ້ນສັນຍາຂອງໄວໜຸ່ມໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ”.

          ພິເສດ, ຈຸດໃໝ່ທີ 6, ນີ້ເປັນຄັ້ງທຳອິດກອງປະຊຸມສະມາຊິກລັດຖະສະພາໜຸ່ມມີໂລໂກສະເພາະ. ໂລໂກນີ້ແມ່ນມີຫົວຄິດປະດິດສ້າງ, ສາມາດນຳໃຊ້ຢ່າງຍາວນານໃຫ້ແກ່ກອງປະຊຸມສະໄໝຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ