(vovworld) - ວັນທີ 28/8, ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳລາວ ນາມ ວິຍາເກດ ໃຫ້ຮູ້ວ່າ 6 ປະເທດສະມາຊິກທຳອິດຂອງອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ 4 ປະເທດທີ່ເຂົ້າເປັນສະມາຊິກຕາມຫຼັງຮັດແຄບຊ່ອງວ່າງກ່ຽວກັບການພັດທະນາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກກອງປະຊຸມເສດຖະກິດອາຊຽນຄັ້ງທີ 44 ຢູ່ນະຄອນ Siem Reap, ກຳປູເຈຍ, ທ່ານລັດຖະມົນຕີ ນາມ ວິຍາເກດ ໃຫ້ຮູ້ວ່າ, 4 ປະເທດສະມາຊິກເຊິ່ງລວມມີ ກຳປູເຈຍ, ລາວ, ມ້ຽນມາ ແລະ ຫວຽດນາມ ຈະໄດ້ຮັບການໜູນຊ່ວຍພິເສດຈາກ 6 ປະເທດສະມາຊິກແມ່ນ ບຣຸໄລ, ອີນໂດເນເຊຍ, ມາເລເຊຍ, ຟິລິບປີນ, ສິງກະໂປ ແລະ ໄທ ເພື່ອຮັດແຄບຊ່ອງວ່າງໃນການພັດທະນາລະຫວ່າງບັນດາສະມາຊິກເກົ່າ ແລະ ໃໝ່ໃນກຸ່ມ.