6 ໜ້າ​ທີ່​ຈຸດ​ສຸມ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ຄ້າ​ຢູ່ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເຂດທະ​ເລ​ໝູ່​ເກາະ 2021 – 2025

(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍຕີລາຄາວ່າ ບັນດາການເຄື່ອນໄຫວແນໃສ່ຜັນຂະຫຍາຍໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ ໄລຍະ 2015 – 2020 ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນໃນການພັດທະນາລະບົບນະໂຍບາຍ
6 ໜ້າ​ທີ່​ຈຸດ​ສຸມ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ຄ້າ​ຢູ່ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເຂດທະ​ເລ​ໝູ່​ເກາະ 2021 – 2025 - ảnh 1ເວທີປາໄສເສດຖະກິດດ້ວຍຫົວຂໍ້ທີ່ວ່າ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍຜະລິດຕະພັນການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ 2022” (ພາບ: qdnd.vn)

ເພື່ອແນໃສ່ເຊື່ອມຕໍ່, ໜູນຊ່ວຍບັນດາຫົວໜ່ວຍຜະລິດດຳເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ເປັນເອກະລັກ, ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ, ຕອນເຊົ້າວັນທີ 5 ຕຸລາ ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສເສດຖະກິດດ້ວຍຫົວຂໍ້ທີ່ວ່າ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍຜະລິດຕະພັນການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ 2022”.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍຕີລາຄາວ່າ ບັນດາການເຄື່ອນໄຫວແນໃສ່ຜັນຂະຫຍາຍໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ ໄລຍະ 2015 – 2020 ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນໃນການພັດທະນາລະບົບນະໂຍບາຍ, ຍູ້ແຮງການຜະລິດຈຳໜ່າຍສິນຄ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ບັນດາວິສາຫະກິດ, ຄອບຄົວເຮັດທຸລະກິດ, ພໍ່ຄ້າຊາວຂາຍກ່ຽວກັບການພັດທະນາການຄ້າ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍໃຫ້ຮູ້ວ່າ:

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອສ້າງຍຸດທະສາດ, ແຜນຮ່າງພັດທະນາເຊື່ອມຕໍ່ການຜະລິດ, ຈຳໜ່າຍບັນດາຜະລິດຕະພັນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະຢ່າງເປັນລະບົບ ແລະ ມີແບບມີແຜນ. ພວກຂ້າພະເຈົ້າຈະສຸມໃສ່ການຍົກສູງຄຸນນະພາບກໍ່ຄືເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະກັບບັນດາລະບົບສາຂາຈຳໜ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ບຳລຸງສ້າງຍົກສູງຄຸນນະພາບກໍ່ຄືຄວາມຮັບຮູ້ຂອງພະນັກງານທີ່ເຮັດວຽກງານນີ້ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ