6 ໝູ່ຄະນະຂອງແຂວງດ້ຽນບຽນໄດ້ຮັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວ
ໃນໄລຍະທີ່ຜ່ານມາ, ມີຫຼາຍບຸກຄົນ, ໝູ່ຄະນະຂອງຫວຽດນາມໄດ້ຮັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວ |
(vovworld)- ວັນທີ 11/5, ຢູ່ແຂວງ ດ້ຽນບຽນ ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວໃຫ້ແກ່ບັນດາໝູ່ຄະນະຂອງແຂວງດ້ຽນບຽນ ເພາະໄດ້ມີການປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ. ທ່ານສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫຼວງພະບາງ ໂດຍໄດ້ຮັບການມອບສິດຈາກປະທານປະເທດ ແລະ ນາຍົກລັດຖະມົນຕີລາວ, ໄດ້ມອບ ຫຼຽນໄຊມິດຕະພາບໃຫ້ແກ່ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ພະແນກສຶກສາ ແລະ ບຳລຸງສ້າງແຂວງດ້ຽນບຽນ; ມອບຫຼຽນກາມິດຕະພາບໃຫ້ແກ່ໂຮງຮຽນວິທະຍາໄລສ້າງຄູ, ໂຮງຮຽນວິທະຍາໄລເສດຖະກິດ-ເຕັກນິກ, ໂຮງຮຽນວິທະຍາໄລແພດສາດ ແລະ ສູນສຶກສາແຂວງດ້ຽນບຽນ .